ຄ່າຄອງຊີບແພງ ຈະສຸມເຫື່ອແຮງສໍ່າໃດຈຶ່ງຈະຢູ່ລອດ” ຄືຄຳຖາມກ້ອງກັງວານທົ່ວສັງຄົມ
ໂດຍ: ມຶກບໍ່ແຫ້ງ
ບັນຫາຄ່າຄອງຊີບແພງໄດ້ກາຍເປັນບັນຫາພື້ນຖານ ແລະກັງວົນທີ່ສຸດຂອງປະຊາຊົນໃນປັດຈຸບັນ, ສິນຄ້າບໍລິໂພກ ແລະອຸປະໂພກທັງໝົດເພີ່ມສູງຂຶ້ນ ແຕ່ລາຍຮັບຍັງເທົ່າເກົ່າ ຫຼື ໜ້ອຍກວ່າເກົ່າ ເປັນການສວນທາງນັ້ນ ປະຊາຊົນຈະສາມາດ ເອົາຊີວິດລອດໄດ້ແນວໃດ?
ບໍ່ມີໃຜປະຕິເສດໄດ້ວ່າ ຄວາມຫຍຸ້ງຍາກປັດຈຸບັນແມ່ນເລື່ອງຄ່າຄອງຊີບ ໂດຍສະເພາະ ປະຊາຊົນທີ່ມີຖານະປານກາງ ລົງມາຫາ ຜູ້ທີ່ມີລາຍຮັບຕໍ່າ, ບໍ່ປະຊາຊົນທີ່ອາໄສໃນຕົວເມືອງ ກໍຄືເຂດນອກເມືອງ. ມາຮອດປັດຈຸບັນ ບໍ່ພຽງແຕ່ ອາຫານ ທີ່ເປັນປັດໄຈພື້ນຖານທີ່ສຸດຂອງພວກເຮົາ ທີ່ຂຶ້ນລາຄາ ເຊັ່ນ: ເຂົ້າສານ ຈາກໜຶ່ງໝື່ນ ລາຄາ 80-90 ພັນ ມາເປັນ ແສນຫົກສິບພັນ ຫາ ແສນແປດສິບພັນ, ປະເພດຊີ້ນ, ປາ, ໄຂ່ ກໍຂຶ້ນເຊັ່ນກັນ ແຕ່ພ້ອມນັ້ນ ການຢາ, ການປິ່ນປົວພະຍາດ ຢູ່ບັນດາ ຄລີນິກ ໂຮງໝໍກໍຂຶ້ນເຊັ່ນດຽວກັນ.
ພວກເຮົາຕົກໃນສະຖານະການທີ່ວ່າ ເງິນກີບລາວ ອ່ອນຄ່າໃນຮອບຫຼາຍສິບປີ, ເງິນເດືອນຂອງພະນັກງານລັດ ທີ່ໄດ້ໂດຍສະເລ່ຍປະມານ 1,8 ລ້ານກີບ ແຕ່ກ່ອນໄລ່ເປັນເງິນໂດລາສະຫະລັດແມ່ນໄດ້ ປະມານ 200 ໂດລາ ຫຼື 6ພັນກວ່າບາດ ແຕ່ມາຮອດປັດຈຸບັນ ແມ່ນເຫຼືອພຽງແຕ່ປະມານ 100 ໂດລາເທົ່ານັັ້ນ ຫຼຸດຄ່າລົງເປັນເຄິ່ງຕ່າງຈາກຄ່າຄອງຊີບທີ່ຂຶ້ນທົບເຄິ່ງ. ພະນັກງານທີ່ມີລາຍຮັບຕໍ່າ ໂດຍ ຄ່າແຮງງານຂັ້ນຕໍ່າ (ເຂົ້າໃໝ່) ຂອງ ສປປລາວ ເຮົາໃນປັດຈຸບັນແມ່ນ 1,2 ລ້ານກີບຕໍ່ເດືອນ ນັ້ນຖືວ່າມີຄວາມຫຍຸ້ງຍາກທີ່ສຸດໃນການໃຊ້ຊີວິດຢູ່ໃນເມືອງ.
ຈາກສອງກໍລະນີຂ້າງເທິງສະແດງໃຫ້ເຫັນວ່າ ມັນເກືອບເປັນໄປບໍ່ໄດ້ເລີຍທີ່ຈະອາໄສ ພຽງລຳພັງເງິນເດືອນໃນການຈູນເຈືອຄອບຄົວຮອດເດືອນ ໂດຍສະເພາະຜູ້ມີລູກນ້ອຍ ຍິ່ງເພີ່ມຄ່າໃຊ້ຈ່າຍ.
ເຖິງວ່າຄ່າຄອງຊີບແພງ ປ່ຽນແປງໄປຕາມຄ່າເງິນເຟີ້ ແຕ່ຄ່າແຮງງານຂອງຜູ້ປະກອບອາຊີບເປັນພະນັກງານລັດ, ພະນັກງານບໍລິສັດ ຫຼື ໂຮງງານຕ່າງໆ ແມ່ນບໍ່ຂຶ້ນ ຫຼື ຂຶ້ນກໍບໍ່ໄດ້ດຸ່ນດ່ຽງກັບອັດຕາການເພີ່ມຂຶ້ນຂອງຄ່າຄອງຊີບແຕ່ຢ່າງໃດ.
ບັນຫາດັ່ງກ່າວໄດ້ບີບຫັດໃຫ້ປະຊາຊົນຕ້ອງປະຢັດ ຫັດສາຍແອວສຸດຂີດ, ຫຼຸດຜ່ອນແມ່ນປະລິມານອາຫານ ການກິນ ທີ່ອາດໄປເຖິງການຂາດສານອາຫານທີ່ພຽງພໍ, ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແລະຊອກຫາລາຍໄດ້ເພີ່ມຕື່ມ ຈາກເງື່ອນໄຂທີ່ຕົນມີ. ຈາກເງື່ອນໄຂທີ່ຫຍຸ້ງຍາກດັ່ງກ່າວນັ້ນ ກໍປະກອບສ່ວນໃຫ້ ການເພີ່ມຂຶ້ນ ຂອງອາຊະຍາກຳໃນສັງຄົມ ໂດຍສະເພາະ ຂີ້ລັກ ງັດແງະ, ການປຸ້ນຈີ້ ຊີງຊັບ ນັບມື້ນັບເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ປະຊາຊົນ ມີຄວາມຢ້ານກົວ ແລະມີຄວາມລະມັດລະວັງກັນຫຼາຍຂຶ້ນ.
ເປັນສິ່ງຊັດເຈນຢູ່ວ່າ ລັດຖະບານກຳລັງເລັ່ງແກ້ໄຂບັນຫານີຢ່າງເຄັ່ງຮ້ອນ ໂດຍພະຍາຍາມຄວບຄຸມລາຄາ ສິນຄ້າ ໃນທ້ອງຕະຫຼາດ, ລາຄານໍ້າມັນ, ຄວບຄຸມຄ່າເງິນ ແລະ ມາດຕາການອື່ນໆ ເພື່ອເລັ່ງການຟື້ນຟູເສດຖະກິດໃຫ້ຢູ່ໃນລະດັບທີ່ສະຖຽນລະພາບ.
ພວກເຮົາຮູ້ດີແລ້ວ່າ ການນຳເຂົ້າເຄື່ອງຂອງຈາກຕ່າງປະເທດນັ້ນ ມັນບໍ່ໄດ້ເຮັດໃຫ້ພວກເຮົາມີຄວາມຍືນຍົງໄດ້ ໂດຍສະເພາະ ໃນສະພາບທີ່ພວກເຮົາບໍ່ມີຄັງສຳຮອງ ເງິນຕາຕ່າງປະເທດບໍ່ຫຼາຍ, ລາຍໄດ້ອີງໄສ ໃສ່ການຂຸດຄົ້ນຊັບພະຍາກອນທຳມະຊາດ ທີ່ໝົດໄປ ໂດຍສະເພາະ ຄືບໍ່ແຮ່ ຖ້າຫາກຂາດການບໍລິຫານທີ່ດີ ຂາດຄວາມໂປ່ງໃສ ບວກກັບບັນຫາໜີ້ສິນ ແລະ ອື່ນໆແລ້ວ ເສດຖະກິດກໍບໍ່ສາມາດ ມີຄວາມສະຖຽນລະພາບ, ເງິນອ່ອນຄ່າ ຄ່າຄອງຊີບແພງຄືດັ່ງປັດຈຸບັນ.
ບັນຫາໜຶ່ງນັ້ນ ໃນໄລຍະຍາວ ພວກເຮົາຕ້ອງເລັ່ງສ້າງຄວາມເຂັ້ມແຂງຢ່າງເດັດຂາດ ຂອງພື້ນຖານໂຄງການລ່າງ ເພື່ອສະໜັບສະໜູນການຜະລິດສະບຽງອາຫານພາຍໃນ ນັບແຕ່ການຜະລິດ ປຸ໋ຍ, ເຄື່ອງມືຕ່າງໆ ທີ່ຮັບໃຊ້ເຂົ້າໃນການຜະລິດ ໃຫ້ໄດ້ ຈຶ່ງຈະສາມາດຍູ້ແຮງ ແລະບຸກທະລຸການການຜະລິດພາຍໃນໃຫ້ກຸ້ມຕົນເອງ, ທົດແທນການນຳເຂົ້າໃຫ້ໄດ້ໂດຍໄວ ແລະຊ່ວຍໃຫ້ຄ່າຄອງຊີບ.