ທ່ານ ຮຸນເຊນ ສັ່ງຍົກລະດັບປາບປາມ “ການພະນັນເຖື່ອນ” ທົ່ວກຳປູເຈຍ

- Authorities urged to investigate gambling den in Phnom Penh condo - ທ່ານ ຮຸນເຊນ ສັ່ງຍົກລະດັບປາບປາມ “ການພະນັນເຖື່ອນ” ທົ່ວກຳປູເຈຍ
- kitchen vibe - ທ່ານ ຮຸນເຊນ ສັ່ງຍົກລະດັບປາບປາມ “ການພະນັນເຖື່ອນ” ທົ່ວກຳປູເຈຍ

ນາຍົກລັດຖະມົນຕີກຳປູເຈຍ ສັ່ງໜ່ວຍງານທຸກແຫ່ງທີ່ກ່ຽວຂ້ອງ ປາບປາມການພະນັນທີ່ຜິດກົດໝາຍທຸກຊະນິດ “ດ້ວຍຄວາມຈິງຈັງ ແລະ ເຂັ້ມງວດລະດັບສູງສຸດ”.

ວັນທີ 18 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ຖະແຫລງເມື່ອບໍ່ດົນມານີ້ ສັ່ງໃຫ້ເຈົ້າແຂວງ ແລະ ເຈົ້າເມືອງຕ່າງໆ ຕະຫລອດຈົນຜູ້ນຳຊຸມຊົນ ຍົກລະດັບມາດຕະການປາບປາມການພະນັນຜິດກົດໝາຍທຸກປະເພດ “ຢ່າງຮີບດ່ວນທີ່ສຸດ” ເຊິ່ງລວມທັງຫວຍເຖື່ອນ, ໄກ່ຕີ ແລະ ໂປກເກີ.

ທັງນີ້, ຜູ້ນຳກຳປູເຈຍກ່າວແບບກົງໄປກົງມາວ່າ: ຖ້າສູນກາງກວດພົບການປະຕິບັດງານຂອງເຈົ້າໜ້າທີ່ຄົນໃດ “ບໍ່ມີປະສິດທິພາບຢ່າງພຽງພໍ” ແລະ ບໍ່ສາມາດແກ້ໄຂສະຖານະການໄດ້ເປັນໜ້າພໍໃຈ ບຸກຄົນນັ້ນຈະຖືກປົດອອກຈາກຕຳແໜ່ງທັນທີ ໂດຍທ່ານ ຮຸນເຊນ ກ່າວວ່າ: ທ່ານໄດ້ຮັບລາຍງານໂດຍກົງກ່ຽວກັບກໍລະນີ “ນັກທຸລະກິດທີ່ໄຮ້ສິນລະທຳບາງຄົນ” ອາໄສຮ້ານກາເຟ ຫລື ຮ້ານອາຫານ ເຊິ່ງຕົນເອງເປັນເຈົ້າຂອງ ຫລື ຮ່ວມຖືຫຸ້ນໃຫຍ່ ເປັນສາກບັງໜ້າເພື່ອດຳເນີນກິດຈະການການພະນັນຜິດກົດໝາຍ ເຊິ່ງຜູ້ນຳກຳປູເຈຍກ່າວອີກວ່າ: ເຈົ້າໜ້າທີ່ກຳລັງຮວບຮວມຫລັກຖານເພື່ອປິດສະຖານທີ່ເຫລົ່ານັ້ນ.

ຂະນະດຽວກັນ, ທ່ານ ຮຸນເຊນ ສັ່ງໃຫ້ມີການຈັດຕັ້ງຄະນະພິເສດລະດັບປະເທດເພື່ອວຽກນີ້ໂດຍສະເພາະ ພາຍໃຕ້ການເບິ່ງແຍງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ເພື່ອໃຫ້ຂະບວນການປະຕິບັດງານທັງໝົດ ເປັນໄປຕາມຄຳສັ່ງຂອງຜູ້ນຳກຳປູເຈຍ.

- 4 - ທ່ານ ຮຸນເຊນ ສັ່ງຍົກລະດັບປາບປາມ “ການພະນັນເຖື່ອນ” ທົ່ວກຳປູເຈຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!