ບໍລິການຄ່າຝາກລົດ ເປັນບັນຫາຟົດເດືອດ ທີ່ລູກຄ້າ ຫຼື ຜູ້ໃຊ້ບໍລິການເສຍປຽບທັງຂຶ້ນທັງລ່ອງ ແບບນີ້ລັດຕ້ອງແກ້ໄຂ
ບັນຫາການເກັບຄ່າຝາກລົດທີ່ເກີນຄວາມພໍດີ ຫຼື ບໍ່ສົມທີ່ເກັບໃນສະຖານທີ່ໃດໜຶ່ງນັ້ນກາຍເປັນເລື່ອງ ໃຫ້ຄວາມສົນໃຈຂອງປະຊາຊົນມາດົນ ແຕ່ການແກ້ໄຂນັ້ນຍັງບໍ່ເຫັນທ່າທີ່ຈະແຈ້ງ.
ການເກັບຄ່າຝາກລົດ ເບິ່ງຄືວ່າເປັນບັນຫານ້ອຍ ແຕ່ແມ່ນບັນຫາໜຶ່ງທີ່ປະຊາຊົນຂັດໃຈພໍສົມຄວນ ເນື່ອງຈາກວ່າເປັນຊ່ອງທາງ ທີ່ເອົາປຽບປະຊາຊົນເກີນໄປ. ໃນໄລຍະຜ່ານມາໂດຍສະເພາະ ກໍແມ່ນ ໃນເທດສະການງານບຸນປະເພນີຕ່າງໆ ທີ່ການເກັບຄ່າຝາກລົດສູງກວ່າຄວາມເປັນຈິງ ເຮັດໃຫ້ມີຫ່າງສຽງທຸກໆປີ ແຕ່ກໍເກີດຂຶ້ນຊໍ້າຊາກທຸກປີ.
ນອກນັ້ນ, ການເກັບຄ່າຟາກລົດໃນສະຖານທີ່ການບໍລິການ ເຊັ່ນ ຮ້ານອາຫານ, ຮ້ານຄ້າທີ່ເປັນສ່ວນບຸກຄົນ, ສຳນັກງານຂອງລັດ ທີ່ໃຫ້ການບໍລິການປະຊາຊົນບາງແຫ່ງ ດັ່ງນີ້ ເປັນຕົ້ນ ກໍເຫັນວ່າບໍ່ສົມຄວນ ເນື່ອງຈາກວ່າບັນດາສະຖານທີ່ດັ່ງກ່າວແມ່ນໃຫ້ ການບໍລິການແກ່ລູກຄ້າ, ແກ່ປະຊາຊົນຢູ່ແລ້ວ ປະຊາຊົນຜູ້ໃຊ້ບໍລິການເປັນຜູ້ຈ່າຍຄ່າລາຍການບໍລິການ ຫຼື ສິນຄ້າຢູ່ແລ້ວ ແຕ່ຍັງເກັບຄ່າບໍລິການຝາກລົດຕື່ມອີກ ເຊິ່ງປະຊາຊົນສ່ວນໃຫຍ່ບໍ່ເຫັນດີນຳ.
ພ້ອມນັ້ນ, ສິ່ງກຳລັງພົ້ນເດັ່ນ ແລະ ປະຊາຊົນຈົ່ມວ່າຫຼາຍກໍແມ່ນການເກັບຄ່າບໍລິການ ຜ່ານປ້ອມ ຫລື ຝາກລົດ ຢູ່ສະຖານີລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ ທີ່ຫາກໍເລີ່ມການຈັດຕັ້ງປະຕິບັດ ໂດຍສະເພາະ ການເຂົ້າໄປຮັບ ຫຼື ສົ່ງຜູ້ໂດຍສານແຕ່ໄດ້ເສຍຄ່າຜ່ານປະຕູ ຮອດ 10 ພັນກີບ. ປະຊາຊົນຫຼາຍຄົນເຫັນວ່າ ບໍ່ເໝາະສົມທີ່ຈະເກັບເລີຍ. ໃນກໍລະນີຝາກລົດໄວ້ໃນສະຖານີເປັນເວລາດົນ ຫຼື ຄ້າງຄືນດ້ວຍລາຄາທີ່ເໝາະສົມນັ້ນ ກໍຄິດວ່າສົມຄວນ.
ແນ່ນອນ ແມ່ນແຕ່ສະໜາມບິນວັດໄຕ ກໍບໍ່ໄດ້ເກັບຄ່າບໍລິການຜ່ານເຂົ້າໄປຮັບ ຫລື ສົ່ງຄົນ ຄືດັ່ງກ່າວ ແລະ ສະໜາມບິນອື່ນອີກທີ່ບໍ່ເກັບຄ່າ. ນອກນີ້ແລ້ວ ຜູ້ຂຽນຍັງເຫັນ ສະໜາມບິນ ຢູ່ ປາກເຊ ຢູ່ແຂວງຈຳປາສັກ ກໍເກັບຄ່າຜ່ານເຂົ້າໄປສົ່ງ ຫລື ຮັບຄົນຄືກັນກັບ ສະຖານີລົດໄຟລາວ-ຈີນ ຢູ່ນະຄອນຫລວງວຽງຈັນ. ແຕ່ຖ້າເວົ້າເລື່ອງການບໍລິການ ຄືດັ່ງກ່າວ ເຊັ່ນສະໜາມບິນ, ຫຼື ສະຖານີລົດໄຟ ຢູ່ຕ່າງປະເທດ ຫຼາຍປະເທດເພິ່ນກໍບໍ່ໄດ້ເກັບ.
ໃນຫຼາຍກໍລະນີແມ່ນເຈົ້າໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງກັບມອບໃຫ້ ເອກະຊົນສຳປະທານໃນການເກັບຄ່າຝາກລົດ ແມ່ນແຕ່ບາງສຳນັກງານລັດບາງບ່ອນ ແລະ ພ້ອມນັ້ນ ຜູ້ຮັບຝາກລົດເກືອບທັງໝົດຕ່າງກໍມີກົດຢູ່ບ່ອນວ່າ “ຖ້າຫາກລົດຂອງລູກຄ້າເສຍ ຫຼື ໄດ້ຮັບຜົນເສຍຫາຍອັນໃດໜຶ່ງ ແມ່ນຈະບໍ່ມີຄວາມຮັບຜິດຊອບຫຍັງ” ນັ້ນກໍໝາຍວ່າ ປະຊາຊົນເສຍເງິນທັງຝາກລົດ ເປັນການເສຍປຽບໂດຍທາງກົງ ແລະທາງອ້ອມ ແບບບໍ່ໄດ້ຮັບການຄໍ້າປະກັນຄວາມປອດໄພ.
ພວກເຮົາຄວນມີນິຕິກຳອັນໃດໜຶ່ງສະເພາະ ແລະ ຈັດການ ການເກັບຄ່າຝາກລົດໃຫ້ຢູ່ໃນຄວາມສະເໝາະສົມກວ່ານີ້ ວ່າສະຖານທີ່ໃດ ຄວນເກັບ ແລະ ສະຖານທີ່ໃດບໍ່ຄວນເກັບ ແລະ ກຳນົດລາຄາເໝາະສົມຄັກແນ່ ແລະ ເປັນເອກະພາບໃນທົ່ວສັງຄົມ ເພາະຜ່ານມາສ່ວນຫຼາຍຍັງເຮັດແບບຕາມໃຈຜູ້ສຳປະທານ.
ການບໍລິການສາທາລະນະ ເລັກນ້ອຍໆແບບນີ້ ທີ່ຄວນເປັນໜ້າທີ່ຂອງລັດເຂົ້າມາຈັດສັນລະບຽບຄືນຕື່ມ. ຜູ້ຂຽນເຫັນບົດຮຽນທີ່ດີຂອງບາງປະເທດ ບໍ່ຕ້ອງເວົ້າໄກ ຂ້າມໄປໜອງຄາຍນີ້ ເຮົາຈະເຫັນຄວາມແຕກຕ່າງເລີຍວ່າ ຫ້າງຮ້ານ, ທຸກໆຮ້ານອາຫານ, ສຳນັກງານ ຂອງເພິ່ນມີຜູ້ເຝົ້າລົດໃຫ້ ເປັນສະຖານທີ່ຂອງຮ້ານ, ຜູ້ເຝົ້າລົດເປັນພະນັກງານທີ່ຈ້າງຂາດໂຕຈາກບໍລິສັດ, ສັກນັກງານ ເງິນທີ່ເອົາມາຈ້າງພະນັກງານ ກໍຄືເງິນທີ່ໄດ້ຈາກການຂາຍສິນຄ້າ ແລະ ບໍລິການ ບໍ່ແມ່ນເງິນທີ່ໄດ້ຈາກການເກັບຄ່າຝາກລົດ.
ບໍ່ເວົ້າເຖິງປະເທດເພື່ອນບ້ານ ຫຼື ປະເທດທີ່ຈະເລີນກໍໄດ້ ມາເບິ່ງສູນການຄ້າທີ່ຢູ່ໃນ ສປປ ລາວເຮົາ ເຊັ່ນ: ສຸນການຄ້າລາວ-ໄອເຕັກ, ວຽງຈັນເຊັນເຕີ ຈອດລົດໃຫຍ່ຟຣີ (ແຕ່ລົດຈັກໄດ້ຈ່າຍ), ສະໜາມບິນວັດໄຕ ມີຕົວເລືອກໃຫ້ສຳລັບຈອດ ແລະ ສຳລັບແລ່ນຜ່ານ ດັ່ງນີ້ເປັນຕົ້ນ ເຊິ່ງເຮົາເຫັນວ່າການເກັບເງິນຄ່າຝາກລົດຈາກລູກຄ້າທີ່ໃຊ້ບໍລິການຕາມລຳໃຈ ບໍ່ເປັນເອກະພາບ ນັ້ນກໍຄວນໄດ້ເອົາໃຈໃສ່ແກ້ໄຂຮີບດ່ວນ.
ວ່າແນວນີ້ແລ້ວ ບາງຄົນອາດຈະໂຕ້ແຍ້ງວ່າ ເງິນເລັກໆນ້ອຍໆເສຍໄປເທາະ ມັນບໍ່ໝົດຫຼາຍດອກ, ການທີ່ເສຍໄປກໍໄດ້ຄວາມລະບຽບກັບມາ ແຕ່ທ່ານລອງຄິດເບິ່ງ ສົມມຸດມື້ໜຶ່ງ ອອກຈາກເຮືອນໄປພົວພັນວຽກຂອງລັດ ເສຍເງິນຝາກລົດ 5 ພັນ-10ພັນ, ຢາກກິນເຂົ້າ ເສຍຄ່າຝາກລົດອີກ 5 ພັນ, ໄປຊື້ເຄື່ອງເສຍຄ່າຝາກລົດອີກ 5 ພັນ ມື້ໜຶ່ງເຮົາຕ້ອງເສຍເງິນແບບເຮົາບໍ່ໄດ້ຫຍັງ ທ່ານຄິດວ່າມັນສົມຄວນບໍ່?, ເບິ່ງຄືໜ້ອຍແຕ່ຖ້າເອົາລວມກັນ ມື້ໜຶ່ງກໍຫຼາຍເຕີບຢູ່.
ດັ່ງນັ້ນ, ການຈັດສັນລະບຽບຂອງສັງຄົມແມ່ນພື້ນຖານສຳຄັນຂອງປະເທດທີ່ຈະ ຈະເລີນ ເພື່ອສ້າງຄວາມທ່ຽງທຳ, ປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລະ ເພື່ອປິດຊ່ອງວ່າງ ພວກທີ່ພະຍາຍາມເອົາລັດເອົາປຽບປະຊາຊົນ ຖ້າຫາກຝ່າຝືນ ກໍຕ້ອງໄດ້ຖືກໃສ່ລະບຽບຢ່າງເຄັ່ງຄັດ.