ກາເນໂລ ອັລບາເຣສ ປ້ອງກັນແຊ໊ມໂລກສຳເລັດຫລັງຢຳ້ແຄ້ນ ເກນນາດີ ໂກລອຟກິນ

-                          - ກາເນໂລ ອັລບາເຣສ ປ້ອງກັນແຊ໊ມໂລກສຳເລັດຫລັງຢຳ້ແຄ້ນ ເກນນາດີ ໂກລອຟກິນ
- kitchen vibe - ກາເນໂລ ອັລບາເຣສ ປ້ອງກັນແຊ໊ມໂລກສຳເລັດຫລັງຢຳ້ແຄ້ນ ເກນນາດີ ໂກລອຟກິນ

-                          - ກາເນໂລ ອັລບາເຣສ ປ້ອງກັນແຊ໊ມໂລກສຳເລັດຫລັງຢຳ້ແຄ້ນ ເກນນາດີ ໂກລອຟກິນ

ກາເນໂລ ອັລບາເຣສ ເອົາຊະນະ ເກນນາດີ ໂກລອຟກິນ ໄດ້ຢ່າງສວຍງາມ ຫລັງເປັນຝ່າຍຊະນະຄະແນນເອກະພາບ ປ້ອງ ກັນແຊ໊ມໂລກ 4 ເສັ້ນໄວ້ໄດ້.

- Visit Laos Visit SALANA BOUTIQUE HOTEL - ກາເນໂລ ອັລບາເຣສ ປ້ອງກັນແຊ໊ມໂລກສຳເລັດຫລັງຢຳ້ແຄ້ນ ເກນນາດີ ໂກລອຟກິນ

ກາເນໂລ ອັລບາເຣສ ນັກມວຍຊາວເມັກຊີໂກ ປິດສາກໄຕພາກກັບຄູ່ປັບສຳຄັນຢ່າງ ເກນນາດີ ໂກລອຟກິນ ນັກຊົກຈາກຄາ ຊັກສະຖານ ໄດ້ຢ່າງງົດງາມ ຫລັງເປັນຝ່າຍເອົາຊະນະຄະແນນຢ່າງເປັນເອກະພາບໃນການຊີງແຊ໊ມໂລກຮຸ່ນຊຸບເປີມິດເດິລເວດ ທີ່ລັດເນວາດາ ເມື່ອວັນທີ 17 ກັນຍາ.

ສຳລັບຄູ່ນີ້ເຄີຍພົບກັນມາແລ້ວ 2 ຮອບ ເປັນການຊີງແຊ໊ມຮຸ່ນມິດເດິລເວດທັງຫມົດ ຄັ້ງທຳອິດເກີດຂຶ້ນເດືອນກັນຍາ 2017 ຈົບດ້ວຍຜົນສະເຫມີ ເຮັດໃຫ້ໂກລອຟກິນສາມາດປ້ອງກັນແຊ໊ມໂລກໄວ້ໄດ້ ແຕ່ຮອບສອງເດືອນກັນຍາ 2018 ອັລບາເຣສເປັນ ຝ່າຍເອົາຊະນະຄະແນນ ຄວ້າເຂັມຂັດແຊ໊ມໂລກມາຄອງສຳເລັດ.

ສ່ວນຄັ້ງຫລ້າສຸດນີ້ ອັລບາເຣສຄອງແຊ໊ມຮຸ່ນຊຸບເປີມິດເດິລເວດຄົບທັງ 4 ສະຖາບັນຫລັກ ຂະນະທີ່ໂກລອຟກິນຢູ່ໃນສະຖານະ ຜູ້ທ້າຊີງ ເຊິ່ງຫລັງການຊົກຄົບ 12 ຍົກ ປາກົດວ່າກຳມະການລົງຄະແນນໃຫ້ ອັລບາເຣສ ຊະນະ 116-111, 115-113, 115-113 ປ້ອງກັນແຊ໊ມທັງຫມົດໄວ້ໄດ້.

ໂດຍຫລັງການຊົກຈົບລົງ ອັລບາເຣສ ເປີດເຜີຍວ່າຕົນຈະເຂົ້າຮັບການຜ່າຕັດມືຊ້າຍ ເນື່ອງຈາກຕອນນີ້ອາການບາດເຈັບໜັກຂຶ້ນ ຈົນບໍ່ສາມາດຖືຈອກນຳ້ໄດ້ແລ້ວ ສ່ວນໃນອະນາຄົດມີແຜນຈະທ້າຊີງແຊ໊ມກັບ ດະມິດຣີ ບີວອລ ຈາກຣັສເຊຍ ໃນຮຸ່ນໄລເຮຟວີເວດ.

- 4 - ກາເນໂລ ອັລບາເຣສ ປ້ອງກັນແຊ໊ມໂລກສຳເລັດຫລັງຢຳ້ແຄ້ນ ເກນນາດີ ໂກລອຟກິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!