ຈີນຢືນຢັນ ພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ

- image 1 55cbaa62 110b 4f64 896a de45a65c2367 - ຈີນຢືນຢັນ ພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ
- kitchen vibe - ຈີນຢືນຢັນ ພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ

ຈີນຢືນຢັນການພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທຳອິດ ເດີນທາງຈາກຕ່າງປະເທດມາເທສະບານນະຄອນສົງຊິ່ງ.

ວັນທີ 17 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມາທິການສາທາລະນະສຸກແຫ່ງເທສະບານນະຄອນສົງຊິ່ງ ທາງຕາເວັນຕົກສຽງໃຕ້ຂອງຈີນ ອອກຖະແຫລງການໃນວັນທີ 16 ກັນຍາຜ່ານມາ ເລື່ອງການພົບ “ບຸກຄົນໜຶ່ງເຊິ່ງເດີນທາງມາຈາກຕ່າງປະເທດ” ຕິດເຊື້ອໄວຣັສໝາກສຸກລີງ ໂດຍຜູ້ຕິດເຊື້ອສະແດງອາການລະຫວ່າງຢູ່ໃນຂະບວນການກັກຕົວ ເພື່ອເຝົ້າລະວັງພະຍາດໂຄວິດ-19 ຕາມມາດຕະການເຝົ້າລະວັງດ້ານສາທາລະນະສຸກຂອງຈີນ.

ທັງນີ້, ລາຍງານບໍ່ໄດ້ລະບຸວ່າ: ຜູ້ຕິດເຊື້ອເປັນຊາຍ ຫລື ຍິງ, ເປັນຊາວຈີນ ຫລື ຊາວຕ່າງປະເທດ ແລະ ເດີນທາງມາຈາກປະເທດໃດ. ເຖິງຢ່າງໃດກໍຕາມ, ການເປີດເຜີຍດັ່ງກ່າວ ຖືເປັນການຢືນຢັນຜູ້ຕິດເຊື້ອພະຍາດໝາກສຸກລີງ ຄົນທຳອິດຢ່າງເປັນທາງການຂອງຈີນ.

- 3 - ຈີນຢືນຢັນ ພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!