ຈີນມຸ່ງໝັ້ນສ້າງປະຊາຄົມທີ່ “ໃກ້ຊິດ-ມີອະນາຄົດຮ່ວມກັນ” ກັບອາຊຽນ

-           9 - ຈີນມຸ່ງໝັ້ນສ້າງປະຊາຄົມທີ່ “ໃກ້ຊິດ-ມີອະນາຄົດຮ່ວມກັນ” ກັບອາຊຽນ
- kitchen vibe - ຈີນມຸ່ງໝັ້ນສ້າງປະຊາຄົມທີ່ “ໃກ້ຊິດ-ມີອະນາຄົດຮ່ວມກັນ” ກັບອາຊຽນ

ຈີນສະແດງຄວາມພ້ອມ ສົ່ງເສີມການຮ່ວມມືກັບອາຊຽນ ເພື່ອໃຫ້ເປັນປະຊາຄົມ ເຊິ່ງມີອະນາຄົດຮ່ວມກັນຢ່າງໃກ້ຊິດຍິ່ງຂຶ້ນ ຜ່ານການຮ່ວມມືການຄ້າ “ອາເຊັບ”.

ວັນທີ 17 ກັນຍາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ຫານ ເຈິ້ງ  ຮອງນາຍົກລັດຖະມົນຕີຈີນ ແລະ ສະມາຊິກຄະນະກຳມະການຖາວອນ ປະຈຳກົມການເມືອງແຫ່ງຄະນະກຳມະການການພັກກອມມູນິດຈີນ (CPC) ເປີດງານມະຫະກຳສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 19 ແລະ ກອງປະຊຸມສຸດຍອດທາງທຸລະກິດ ແລະ ການລົງທຶນ ຈີນ-ອາຊຽນ ໃນນະຄອນໜານໜິງ ເມືອງເອກຂອງເຂດປົກຄອງຕົນເອງກວ່າງຊີຈ້ວງ ທາງຕອນໃຕ້ຂອງຈີນ.

- Visit Laos Visit SALANA BOUTIQUE HOTEL - ຈີນມຸ່ງໝັ້ນສ້າງປະຊາຄົມທີ່ “ໃກ້ຊິດ-ມີອະນາຄົດຮ່ວມກັນ” ກັບອາຊຽນ

ທັງນີ້, ທ່ານ ຫານ ເຈິ້ງ ສະເໜີໃຫ້ຈີນ ແລະ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຂະຫຍາຍການຕິດຕໍ່ທາງຍຸດທະສາດ, ດຳເນີນຕາມຖະແຫລງການຮ່ວມຂອງກອງປະຊຸມສຸດຍອດອາຊຽນ-ຈີນ ສະໄໝພິເສດ ເພື່ອສະຫລອງຄົບຮອບ 30 ປີ ການພົວພັນຄູ່ເຈລະຈາ ອາຊຽນ-ຈີນ, ການສ້າງການເປັນຫຸ້ນສ່ວນທາງກົນລະຍຸດຮອບດ້ານອັນດີ ແລະ ຫາລືການດຳເນີນງານຮ່ວມກັນຕາມແຜນລິເລີ່ມການພັດທະນາໂລກ (GDI) ແລະ ແຜນລິເລີ່ມຄວາມໝັ້ນຄົງໂລກ (GSI).

ຂະນະດຽວກັນ, ຮອງນາຍົກລັດຖະມົນຕີຈີນຮຽກຮ້ອງ ການສົ່ງເສີມການຮ່ວມມືທາງເສດຖະກິດ ແລະ ການຄ້າ, ຮັບຮອງການບັງຄັບໃຊ້ຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດລະດັບພາກພື້ນ (ອາເຊັບ) ທີ່ມີຄຸນນະພາບສູງ ແລະ ການເຮັດວຽກເພື່ອຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ ໂດຍຈີນຈະເພີ່ມການນຳເຂົ້າສິນຄ້າຄຸນນະພາບສູງ ໂດຍສະເພາະສິນຄ້າກະສິກຳຈາກກຸ່ມປະເທດອາຊຽນ. ນອກຈາກນີ້ ທັງສອງຝ່າຍຄວນເກື້ອກູນການບູລະນະຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ອຸປະທານ ແລະ ຕ່ອງໂສ້ມູນຄ່າໃຫ້ເລິກເຊິ່ງຍິ່ງຂຶ້ນ.

ທັງນີ້, ທ່ານ ຫານ ເຈິ້ງ ກ່າວວ່າ: ອາເຊັບກຳລັງປົດປ່ອຍປະສິດທິພາບຂອງຕະຫລາດແບບບູລະນະການ ແລະ ການອັດສີດແຮງກະຕຸ້ນອັນແຂງແຮງສູ່ການຮ່ວມມື ຈີນ-ອາຊຽນ ໂດຍຈີນຍິນດີຕ້ອນຮັບບໍລິສັດຕ່າງປະເທດເຂົ້າລົງທຶນ ແລະ ເຮັດທຸລະກິດໃນຈີນ ຕະຫລອດຈົນສະໜັບສະໜູນບໍລິສັດຈີນສຳຫລວດຕະຫລາດຕ່າງປະເທດຢ່າງແຂງແຮງ.

- 3 - ຈີນມຸ່ງໝັ້ນສ້າງປະຊາຄົມທີ່ “ໃກ້ຊິດ-ມີອະນາຄົດຮ່ວມກັນ” ກັບອາຊຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!