ອາເຈນຕິນາຂຶ້ນອັດຕາດອກເບ້ຍສູ່ລະດັບ 75% ຫລັງນັກເສດຖະສາດຄາດເງິນເຟີ້ອາດໃກ້ເຖິງ 100% ໃນທ້າຍປີນີ້


ອາເຈນຕິນາປັບຂຶ້ນອັດຕາດອກເບ້ຍອ້າງອີງເປັນຄັ້ງທີ 9 ນັບແຕ່ຕົ້ນປີ ສູ່ລະດັບ 75% ເພື່ອສະໜັບສະໜູນເງິນທ້ອງຖິ່ນ ແລະ ຄວບຄຸມອັດຕາເງິນເຟີທີ່ຄາດວ່າຈະສູງເຖິງ 95% ໃນທ້າຍປີນີ້ ຕາມຂໍ້ຕົກລົງກູ້ເງິນຂອງ IMF ທີ່ລະບຸວ່າ: ອາເຈນຕິນາຕ້ອງຮັກສາອັດຕາດອກເບ້ຍໃຫ້ສູງກວ່າອັດຕາເງິນເຟີ້.
ທະນາຄານກາງອາເຈນຕິນາປັບຂຶ້ນອັດຕາດອກເບ້ຍອ້າງອີງອີກ 5,5% ສູ່ລະດັບ 75% ຖືເປັນການປັບຂຶ້ນດອກເບ້ຍຄັ້ງທີ 9 ຂອງປີນີ້ ຫລັງຈາກດັດຊະນີລາຄາຜູ້ບໍລິໂພກໃນເດືອນສິງຫາເພີ່ມຂຶ້ນເກືອບ 79% ໄວທີ່ສຸດໃນຮອບ 30 ປີ.
ໂດຍໃນຖະແຫລງການຂອງຄະນະກຳມະການທະນາຄານກາງອາເຈນຕິນາ ຍັງລະບຸວ່າ: ອາເຈນຕິນາຕັ້ງໃຈຈະຫລຸດລະດັບໜີ້ໄລຍະສັ້ນທີ່ທະນາຄານກາງຖືຄອງລົງໃນປີໜ້າ ແຕ່ບໍ່ໄດ້ລະບຸລາຍລະອຽດ.
ໃນອາທິດຜ່ານມາ, Miguel Pesce ປະທານທະນາຄານກາງອາເຈນຕິນາ ແລະ Sergio Massa ລັດຖະມົນຕີກະຊວງເສດຖະກິດອາເຈນຕິນາ ຢືນຢັນໃນກອງປະຊຸມຮ່ວມກັບ Kristalina Georgieva ຜູ້ອຳນວຍການກອງທຶນການເງິນສາກົນ (IMF) ວ່າ: ອາເຈນຕິນາມຸ່ງໝັ້ນຈະດຳເນີນຕາມຂໍ້ຕົກລົງມູນຄ່າ 4,4 ໝື່ນລ້ານໂດລາ ທີ່ເຊັນຮ່ວມກັບ IMF ໂດຍເນື້ອໃນສຳຄັນຂອງຂໍ້ຕົກລົງນີ້ ຍັງລວມທັງການຮັກສາອັດຕາດອກເບ້ຍໃຫ້ສູງກວ່າອັດຕາເງິນເຟີ້ນຳອີກ.
ຂະນະທີ່ Adriana Dupita ນັກເສດຖະສາດລາຕິນອາເມລິກາຈາກ Bloomberg Economics ກ່າວວ່າ: ການປັບຂຶ້ນອັດຕາດອກເບ້ຍຄັ້ງໃໝ່ສອດຄ່ອງກັບອັດຕາເງິນເຟີ້ທີ່ເພີ່ມຂຶ້ນໃນປັດຈຸບັນ ແຕ່ອາດບໍ່ພຽງພໍຈະຄວບຄຸມອັດຕາເງິນເຟີ້ ຫລື ເພີ່ມເງິນສຳຮອງໄດ້. ນອກຈາກນີ້ ເງິນເປໂຊອາເຈນຕິນາຍັງສ່ຽງຈະອ່ອນຄ່າຢ່າງວ່ອງໄວໃນມໍ່ໆນີ້ ຖືເປັນການບັນທອນຄວາມສາມາດຂອງອັດຕາດອກເບ້ຍໃໝ່ໃນການຊັກຊວນໃຫ້ຄອບຄົວອອມເງິນ ຫລື ລົງທຶນດ້ວຍເງິນເປໂຊ.
ຕາມການສຳຫລວດຄວາມຄິດເຫັນຂອງນັກເສດຖະສາດ ໂດຍທະນາຄານກາງອາເຈນຕິນາຄາດຄະເນວ່າ: ອັດຕາເງິນເຟີ້ຂອງປະເທດຈະເລັ່ງຕົວສູງເຖິງ 95% ໃນທ້າຍປີນີ້.
ທັງນີ້, ທະນາຄານກາງໃນກຸ່ມປະເທດອາເມລິກາລາຕິນຫລາຍປະເທດໄດ້ຂຶ້ນອັດຕາດອກເບ້ຍໃນປີນີ້ເພື່ອຕໍ່ສູ້ເງິນເຟີ້. ເຖິງຢ່າງໃດກໍຕາມ, ລາຄາສິນຄ້າໃນປະເທດຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເນື່ອງຈາກພະນັກງານ ແລະ ຂະແໜງທຸລະກິດຕ່າງໆ ມັກໃຊ້ແຕ່ເງິນສົດ ເຮັດໃຫ້ການສົ່ງຕໍ່ນະໂຍບາຍການເງິນມີປະສິດທິພາບໜ້ອຍກວ່າໃນປະເທດທີ່ພັດທະນາແລ້ວ.
ອ້າງອີງ: