ຍົກເລີກກົດໝູ່ ແລ້ວປະຕິບັດກົດໝາຍໃຫ້ເຂັ້ມງວດເດັດຂາດ
ໂດຍ: ທິດກໍ່າ
ລັດຖະທຳມະນູນ ແລະ ກົດໝາຍມັນຕິດພັນກັບການດຳລົງຊີວິດ, ການຊອກຢູ່ຫາກິນໃນທຸກສາຂາອາຊີບເພື່ອລ້ຽງປາກລ້ຽງທ້ອງໃນສັງຄົມ. ໝາຍວ່າຕະຫລອດການດຳລົງຊີວິດ ນັບທັງການເຄື່ອນໄຫວໄປມາ ຖ້າບຸກຄົນໃດຊອກຢູ່ຫາກິນດ້ວຍຄວາມສັດຊື່, ມີເມດຕາກະລຸນາ, ມີສິນທຳ, ທຳທຸລະກິດການງານທີ່ຖືກຕ້ອງຕາມກົດໝາຍກໍຖືວ່າຜູ້ນັ້ນເປັນພົນລະເມືອງດີປະພຶດດີ, ປະພຶດຊອບຕໍ່ໜ້າກົດໝາຍບ້ານເມືອງ. ກົງກັນຂ້າມ ຖ້າບຸກຄົນໃດສໍ້ລາດບັງຫລວງ, ຊອກຢູ່ຫາກິນ, ປະກອບທຸລະກິດການງານດ້ວຍຮູບການລັກໂລບສໍ້ໂກງ, ບໍ່ສັດຊື່, ເອົາລັດເອົາປຽບຄົນອື່ນ, ເຫັນແກ່ຕົວ, ເຫັນແຕ່ຜົນປະໂຫຍດສ່ວນຕົວແຕ່ຝ່າຍດຽວບໍ່ເພື່ອສັງຄົມ, ບໍ່ເພື່ອປະເທດຊາດກໍສະແດງວ່າຜູ້ນັ້ນບໍ່ເປັນພົນລະເມືອງດີຂອງຊາດ ແຖມຍັງມີຄວາມຜິດຕໍ່ລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ ວາງອອກ. ເມື່ອເປັນເຊັ່ນນັ້ນກໍສົມຄວນຖືກວິໄນ ຫລື ຖືກປະຕິບັດໂທດຕາມກໍລະນີທີ່ຕົນໄດ້ກະທຳຢ່າງສາສົມ ແລະ ສົມເຫດສົມຜົນ.
ຖ້າຈະປຽບທຽບແລ້ວ, ລັດຖະທຳມະນູນປຽບເໝືອນເປັນພໍ່ເປັນແມ່ຂອງກົດໝາຍ ຫລື ຖ້າເວົ້າອີກຢ່າງໜຶ່ງກົດໝາຍແມ່ນເປັນລູກຂອງລັດຖະທຳມະນູນ. ສ່ວນບັນດາມະຕິຄຳສັ່ງຕ່າງໆກໍແມ່ນເປັນລູກຂອງກົດໝາຍ ຫລື ເອີ້ນຢ່າງໜຶ່ງວ່າ: ເປັນນິຕິກຳລຸ່ມກົດໝາຍ.
ນັບແຕ່ ສປປ ລາວ ຂອງພວກເຮົາໄດ້ມີລັດຖະທຳມະນູນອອກມານຳໃຊ້ໃນປີ 1991 ເປັນຕົ້ນມາ ການສ້າງສາພັດທະນາກໍໄດ້ດຳເນີນໄປບົນພື້ນຖານເປັນລັດແຫ່ງກົດໝາຍ. ໝາຍວ່າລັດຖະທຳມະນູນກາຍເປັນຕົວຊີ້ວັດເຖິງໝາກຜົນແຫ່ງການຈັດຕັ້ງປະຕິບັດທຸກແນວທາງນະໂຍບາຍການພັດທະນາປະເທດຊາດບ້ານເມືອງຂອງລັດຖະບານຕະຫລອດມະຕິຄຳສັ່ງຕ່າງໆ ກໍຕ້ອງອີງໃສ່ລັດຖະທຳມະນູນ ແລະ ກົດໝາຍເປັນຫລັກເພື່ອຜັນຂະຫຍາຍ, ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທຳ.
ເພາະສະນັ້ນ, ຕະຫລອດໄລຍະ 31 ປີຜ່ານມາ ປະເທດຊາດຂອງພວກເຮົາໄດ້ກ້າວເຂົ້າເປັນລັດແຫ່ງກົດໝາຍ, ລັດຖະທຳມະນູນ ແລະ ກົດໝາຍກໍໄດ້ເປັນບ່ອນອີງ ແລະ ເປັນເສົາຄ້ຳອັນໃຫຍ່ຫລວງໃນການອອກຂໍ້ກຳນົດກົດເກນ, ຕົວບົດກົດໝາຍ, ວິໄສທັດໃນແຕ່ລະຂົງເຂດວຽກງານເພື່ອບໍລິຫານປະເທດຊາດ ເຊິ່ງມາຮອດປັດຈຸບັນກໍສາມາດອອກກົດໝາຍໃນແຕ່ລະຂົງເຂດໄດ້ຫລາຍຮ້ອຍຫລາຍພັນສະບັບ.
ເຖິງຢ່າງໃດກໍດີ, ໃນໄລຍະຊາວ-ສາມສິບປີຜ່ານມາ ເຖິງວ່າປະເທດຊາດເຮົາມີລັດຖະທຳມະນູນ ແລະ ກົດໝາຍ, ແຕ່ກໍເຫັນວ່າການປະຕິບັດຍັງຂາດວັກຂາດຕອນ, ຍັງຢູ່ໃນເຈຍໃນສໍ, ຍັງຢູ່ນຳມະຫາພາກເປັນສ່ວນໃຫຍ່, ຍັງບໍ່ທັນຊຶມຊັບເຂົ້າຢູ່ໃນຊີວິດຈິດໃຈຂອງໝູ່ມະຫາຊົນ ແລະ ປະຊາຊົນບັນດາເຜົ່າ, ຍັງບໍ່ທັນຫັນເຂົ້າສູ່ລວງເລິກແກ່ມະຫາຊົນທີ່ຢູ່ທ້ອງຖິ່ນຮາກຖານຢ່າງຈິງຈັງ. ຈາກສາເຫດດັ່ງກ່າວຈຶ່ງເຮັດໃຫ້ຄົນຈຳນວນບໍ່ໜ້ອຍບໍ່ນັບຖື ແລະ ບໍ່ຢ້ານກົວຕໍ່ກົດໝາຍ ນັບທັງປະຕິບັດກົດໝາຍກໍບໍ່ເຂັ້ມງວດເດັດຂາດຕໍ່ຜູ້ກະທຳຜິດ. ນອກຈາກສິ່ງທີ່ກ່າວມານີ້ແລ້ວ ມີຄົນຈຳນວນບໍ່ໜ້ອຍຍັງປະຕິບັດກົດໝູ່ ເຊິ່ງສະແດງອອກຄືຫລິ້ນພັກຫລິ້ນພວກ, ຄົນເຈົ້າຄົນຂ້ອຍ, ຍາດຕິພີ່ນ້ອງອື່ນໆ. ສະນັ້ນ ເພື່ອໃຫ້ລັດຖະທຳມະນູນ ແລະ ກົດໝາຍມີຄວາມເຂັ້ມງວດ ຕ້ອງເດັດດ່ຽວລຶບລ້າງກົດໝູ່ແລ້ວຫັນມາປະຕິບັດກົດໝາຍໃຫ້ມີຜົນສັກສິດ ປະເທດຊາດຈຶ່ງຈະກາຍເປັນລັດແຫ່ງກົດໝາຍຢ່າງແທ້ຈິງ.