ເຟນານເດດ ໝັ້້ນໃຈ ເມສຊີ ຕໍ່ສັນຍາໃໝ່ແນ່ນອນ
August 21, 2017 - 4:35 PM




ເມສຊີ ຕົກລົງທີ່ຈະຕໍ່ສັນ ຍາອອກໄປຈົນເຖິງປີ 2021 ແຕ່ ເມສຊີ ກໍຍັງບໍ່ໄດ້ມີການຕໍ່ ສັນຍາຢ່າງເປັນທາງການ ແລະ ຂ່າວນີ້ກໍເຮັດໃຫ້ເກີດຄຳ ຖາມກ່ຽວກັບອະນາຄົດຂອງ ເມສຊີ ຫຼັງຈາກ ເນມາ ຫາກໍ ຍ້າຍຫາຈາກທີມໄປຮ່ວມທີມ ປາຣິສ ແຊັງແຊັກແມັງ ດ້ວຍ ຄ່າໂຕເປັນສະຖິຕິໂລກ ແລະ ມີຂ່າວ່າ ແມນເຊສເຕີ ຊິຕີ ຢາກໄດ້ໂຕ ເມສຊີ ໄປເສີມທັບ ໃນລະດູການນີ້.
ແນວໃດກໍຕາມ ຫຼ້າສຸດ ເຟນານເດດ ອອກມາສະແດງ ຄວາມໝັ້ນໃຈວ່າ ເມສຊີ ຈະ ເຊັນສັນຍາແນ່ນອນ ຫຼັງຈາກ ບາເຊໂລນາ ຫາກໍສະແດງ ຜົນງານເກັ່ງເອົາຊະນະ ເຣອັລ ເບຕິສ 2-0 ໃນເກມນັດເປີດ ລະດູການ.
“ການຕົກລົງກັບ ເມສຊີ ສຳເລັດສົມບູນ ເຮົາພຽງລໍ ຖ້າໄລຍະເວລາທີ່ເໝາະສົມ ເພື່ອເຊັນສັນຍາ” ເຟນານເດດ ກ່າວ.