WHO ເຊື່ອໂຄວິດໃກ້ເຖິງຈຸດຈົບ ຮຽກຮ້ອງທຸກຝ່າຍເລັ່ງມືໃນຊ່ວງທ້າຍນີ້


ອົງການອະນາໄມໂລກປະເມີນສະຖານະການໂຄວິດ ລະບຸຕອນນີ້ເປັນໂອກາດດີສຸດທີ່ຈະຢຸດຢັ້ງການລະບາດ.
ດຣ. ທີໂດສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ກ່າວລະຫວ່າງຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 14 ກັນຍາ 2022 ເຖິງສະຖານະການການລະບາດຂອງພະຍາດໂຄວິດ-19 ວ່າ: ພະຍາດນີ້ຍັງບໍ່ສິ້ນສຸດ ແຕ່ຕອນນີ້ສາມາດເບິ່ງເຫັນຈຸດຈົບໄດ້ແລ້ວ ໂດຍຂໍໃຫ້ແຕ່ລະປະເທດກະຈາຍວັກຊີນໄປໃນກຸ່ມສ່ຽງໃຫ້ໄດ້ 100%, ມີການກວດເຊື້ອ ແລະ ກວດຫາສາຍພັນ ລວມທັງຂໍໃຫ້ກຽມອຸປະກອນການແພດໃຫ້ພ້ອມສຳລັບຮັບມືການລະບາດໃນຮອບຕໍ່ໄປ.
ໃນອາທິດຜ່ານມາ, ຕົວເລກຜູ້ເສຍຊີວິດຈາກທົ່ວໂລກຫລຸດລົງມາຕໍ່າທີ່ສຸດໃນຮອບ 2 ປີເຄິ່ງ ນັບແຕ່ເດືອນມີນາ 2020 ເຊິ່ງເປັນການລະບາດຮອບທຳອິດ ເຮັດໃຫ້ WHO ເນັ້ນວ່າ: ຕອນນີ້ຄືໂອກາດດີທີ່ສຸດແລ້ວ ໃນການຢຸດຢັ້ງການລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້ ເປັນເວລາທີ່ຕ້ອງເລັ່ງມືໜັກກວ່າເກົ່າ ເພື່ອໃຫ້ແນ່ໃຈວ່າຈະສາມາດຂ້າມເສັ້ນໄຊໄປໄດ້ ແລະ ຮັບລາງວັນຕອບແທນການເຮັດວຽກຢ່າງໜັກໃນໄລຍະຜ່ານມານຳກັນ.
ຖະແຫລງການຄັ້ງນີ້ຖືເປັນການປະເມີນສະຖານະການດີທີ່ສຸດເທົ່າ WHO ເຄີຍອອກມາຖະແຫລງ ນັບແຕ່ຕົ້ນປີ 2020 ທີ່ມີການປະກາດໃຫ້ພະຍາດໂຄວິດ-19 ເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນ ເຊິ່ງເປັນການປະກາດເຖິງພະຍາດທີ່ກໍ່ໃຫ້ເກີດຄວາມສ່ຽງຕໍ່ປະເທດອື່ນໆຈາກການແພ່ລະບາດ ແລະ ຕ້ອງອາໄສການຮ່ວມມືຈາກບັນດາປະເທດໃນການຮັບມືພະຍາດນັ້ນໆ.
ໂດຍໃນເດືອນຕຸລານີ້ WHO ຈະມີກອງປະຊຸມຜູ້ຊ່ຽວຊານເພື່ອຕັດສິນໃຈວ່າຈະຍັງກຳນົດໃຫ້ພະຍາດໂຄວິດ-19 ເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນຕໍ່ ຫລື ບໍ່.
ອ້າງອີງ:
https://www.dw.com/en/who-covid-19-pandemic-end-in-sight/a-63119148