ຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກໃນປາກິດສະຖານ ເພີ່ມຂຶ້ນສູງ ຫລັງນ້ຳຖ້ວມຂັງກາຍເປັນແຫລ່ງເພາະພັນຍຸງ


ສຳນັກຂ່າວ The standard ລາຍງານໃຫ້ຮູ້ວ່າ:ໃນວັນທີ 15 ກັຍາ 2022 ນີ້ ວິກິດນ້ຳຖ້ວມໃນປາກິດສະຖານຍັງບໍ່ຈົບ ຫລັງຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມຂຶ້ນເປັນຈຳນວນຫລາຍໃນປະເທດ ເນື່ອງຈາກນ້ຳຖ້ວມຂັງກາຍເປັນແຫລ່ງເພາະພັນຍຸງ ຈົນເຮັດໃຫ້ ເຈົ່້າໜ້າທີ່ໄດ້ອອກມາເຕືອນໃຫ້ເຝົ້າລະວັງວ່າ ອາດຈະເປັນວິກິດດ້ານສາທາລະນະສຸກຄັ້ງໃໝ່ຂອງປະເທດ.
ເຈົ້າໜ້າທີ່ເປີດເຜີຍວ່າ ປັດຈຸບັນຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກ ແລະ ຕິດເຊື້ອທາງເດີນອາຫານເພີ່ມຂຶ້ນຢ່າງຫລວງຫລາຍ ເນື່ອງຈາກປະຊາຊົນບໍ່ມີທີ່ຢູ່ອາໄສຕ້ອງໄດ້ໄປຕັ້ງແຄ້ມຢູ່ໃກ້ກັບນ້ຳຖ້ວມຂັງ ສະເພາະໃນແຄວ້ນສິນ ມີຈຳນວນຜູ້ຕິດເຊື້ອປະມານ 3,830 ຄົນ ແລະ ຍັງມີທ່າອ່ຽງທີ່ຈະເພີ່ມສູງຂຶ້ນເລື້ອຍໆ ມີລາຍງານຄົນເສຍຊີວິດຈາກໄຂ້ເລືອດອອກແລ້ວ 9 ຄົນ.
ເປັນເວລາປະມານ 2 ເດືອນປາຍແລ້ວທີ່ສະຖານະການນ້ຳຖ້ວມໃນປາກິດສະຖານຍັງບໍ່ລົງຕົວ ບ້ານເຮືອນຫລາຍພັນຫລັງຍັງຈົມຢູ່ໃຕ້ບາດານ ສົ່ງຜົນໃຫ້ປະຊາຊົນຕ້ອງອາໄສຢູ່ຕາມສະຖານທີ່ຕ່າງໆ.