ໂບອິ້ງ ເປີດຕົວສູນນະວັດຕະກຳແຫ່ງໃໝ່ ຜະລິດວັດສະດຸເຮືອບິນຮົບແຫ່ງອະນາຄົດ


ວັນທີ 13 ກັນຍາ 2022, ໂບອິ້ງ (Boeing) ຜູ້ຜະລິດເຮືອບິນຂອງອາເມລິກາ ເປີດເຜີຍວ່າ: ໜ່ວຍທຸລະກິດການປ້ອງກັນປະເທດ, ອະວະກາດ ແລະ ຄວາມໝັ້ນຄົງ (BDS) ຂອງບໍລິສັດໂບອິ້ງໄດ້ເປີດຕົວສູນຜະລິດຄອມໂພສິດຊັ້ນສູງແຫ່ງໃໝ່ໃນເມືອງເມຊາ ລັດແອຣິໂຊນາຂອງອາເມລິກາ.
ຖະແຫລງການລະບຸວ່າ: ໂຮງງານແຫ່ງໃໝ່ນີ້ ເຊິ່ງສ້າງຂຶ້ນດ້ວຍຈຸດປະສົງຜະລິດສ່ວນປະກອບຄອມໂພສິດຂັ້ນສູງສຳລັບເຮືອບິນຮົບໃນອະນາຄົດ ຈະດຳເນີນງານໂດຍ Phantom Works ເຊິ່ງເປັນຝ່າຍວິໄຈ, ພັດທະນາ ແລະ ສ້າງຕົ້ນແບບຂອງໜ່ວຍທຸລະກິດ.
ປັດຈຸບັນຂັ້ນຕອນກໍ່ສ້າງສູນຜະລິດຄອມໂພສິດຂັ້ນສູງ ຂະໜາດ 155.000 ຕາຟຸດ ສຳເລັດສົມບູນແລ້ວ ແລະ ຄາດວ່າສູນດັ່ງກ່າວຈະເປີດດຳເນີນງານເຕັມຮູບແບບໃນລະດູໃບໄມ້ຫລົ່ນນີ້, ສ່ວນໂຮງງານແຫ່ງໃໝ່ເພີ່ມອີກທີ່ສະໜັບສະໜູນຂັ້ນຕອນຜະລິດຖັດໄປຢູ່ລະຫວ່າງກໍ່ສ້າງໃນພາກພື້ນເຊນຫລຸຍ ແລະ ມີກຳນົດເປີດຕົວທາງອອນລາຍໃນອີກບໍ່ເທົ່າໃດປີຕໍ່ໜ້າ.
ເທກ ກອລແບ ປະທານ ແລະ ຜູ້ບໍລິຫານຂອງໜ່ວຍທຸລະກິດ ກ່າວວ່າ: ສູນຜະລິດຄອມໂພສິດຂັ້ນສູງແຫ່ງໃໝ່ ແລະ ໂຮງງານຕ່າງໆ ທີ່ຈະກໍ່ສ້າງຕາມມາ ເຮັດໃຫ້ໂບອິ້ງສາມາດສົ່ງມອບເຮືອບິນທີ່ມີຄວາມລ້ຳສະໄໝທາງດິຈີຕອນຫລາຍທີ່ສຸດ ເຊິ່ງຖືກຜະລິດຢ່າງລຽບງ່າຍ ແລະ ມີປະສິດທິພາບ ລວມທັງຮັບຮອງຄວາມສະຫລາດດ້ານຕ່າງໆ.