ສ.ເກົາຫລີ ປັບໃໝ “Google” ແລະ “Meta” ລະເມີດການເປັນສ່ວນຕົວ


ຄະນະກຳມາທິການປົກປ້ອງຂໍ້ມູນສ່ວນບຸກຄົນ ຫລື PIPC ຂອງ ສ.ເກົາຫລີ ສັ່ງປັບໃໝ Google ບໍລິສັດໃນເຄືອຂອງ Alphabet ແລະ Meta Platforms ບໍລິສັດແມ່ຂອງເຟສບຸກ ເປັນເງິນຫລາຍລ້ານວອນ ເນື່ອງຈາກລະເມີດກົດໝາຍເລື່ອງການເປັນສ່ວນຕົວ. ໃນຂະນະທີ່ Meta ກ່າວວ່າ: ຈະຕໍ່ສູ້ຄະດີໃນຊັ້ນສານ.
PIPC ກ່າວໃນຖະແຫລງການ ເຊິ່ງເຜີຍແພ່ໃນວັນທີ 14 ກັນຍາວ່າ: ໄດ້ສັ່ງປັບໃໝ Google ຈຳນວນ 69.200 ລ້ານວອນ ແລະ Meta 38.800 ລ້ານວອນ ໂດຍລະບຸວ່າ: ທັງສອງບໍລິສັດບໍ່ໄດ້ແຈ້ງຜູ້ໃຊ້ບໍລິການໃຫ້ຮູ້ຢ່າງຈະແຈ້ງ ແລະ ບໍ່ລໍຖ້າຮັບຟັງຄຳຍິນຍອມຈາກຜູ້ໃຊ້ບໍລິການກ່ອນຈະຮວບຮວມ ແລະ ວິເຄາະຂໍ້ມູນກ່ຽວກັບພຶດຕິກຳຂອງຜູ້ໃຊ້ບໍລິການ ເພື່ອສະຫລຸບຄວາມເຫັນກ່ຽວກັບຄວາມສົນໃຈຂອງຜູ້ໃຊ້ບໍລິການ ຫລື ໃຊ້ຂໍ້ມູນເພື່ອວາງໂຄສະນາໃຫ້ເໝາະສົມ ແລະ ຢູ່ໃນຄວາມສົນໃຈຂອງຜູ້ໃຊ້ບໍລິການ ເຊິ່ງຄ່າປັບໄໝດັ່ງກ່າວຖືວ່າສູງສຸດເທົ່າທີ່ເຄີຍມີມາໃນການລົງໂທດການລະເມີດກົດໝາຍເລື່ອງການປົກປ້ອງຂໍ້ມູນສ່ວນຕົວ.
ສ່ວນໂຄສົກຂອງ Meta ກ່າວວ່າ: ເຄົາລົບໃນການຕັດສິນໃຈຂອງ PIPC, ແຕ່ທາງບໍລິສັດມີຄວາມເຊື່ອໝັ້ນວ່າ: ໄດ້ປະຕິບັດຕໍ່ລູກຄ້າຢ່າງເໝາະສົມ ແລະ ເປັນໄປຕາມລະບຽບຂອງປະເທດທ້ອງຖິ່ນ ເຮັດໃຫ້ບໍລິສັດບໍ່ເຫັນພ້ອມຕໍ່ການຕັດສິນໃຈຂອງ PIPC ແລະ ຈະດຳເນີນການທຸກທາງເລືອກ ເຊິ່ງລວມທັງການຂໍໃຫ້ສານເປັນຜູ້ຕັດສິນເລື່ອງນີ້. ສຳລັບ Google ຍັງບໍ່ອອກມາສະແດງຄວາມຄິດເຫັນໃດໆໃນຄຳສັ່ງນີ້.