ລັດນິວຢອກປະກາດສະຖານະການສຸກເສີນ ຫລັງພົບໄວຣັສໂປລິໂອ ເລັ່ງສັກວັກຊີນໃຫ້ປະຊາຊົນ

- 20220910 Canva                    - ລັດນິວຢອກປະກາດສະຖານະການສຸກເສີນ ຫລັງພົບໄວຣັສໂປລິໂອ ເລັ່ງສັກວັກຊີນໃຫ້ປະຊາຊົນ
- kitchen vibe - ລັດນິວຢອກປະກາດສະຖານະການສຸກເສີນ ຫລັງພົບໄວຣັສໂປລິໂອ ເລັ່ງສັກວັກຊີນໃຫ້ປະຊາຊົນ

ທ່ານ ນາງ ແຄທີ ໂຮຄູລ ເຈົ້າຄອງລັດນິວຢອກ ປະກາດສະຖານະການສຸກເສີນດ້ານໄພພິບັດໃນວັນທີ 9 ກັນຍາ ເພື່ອເລັ່ງຄວາມພະຍາຍາມຈະສັກວັກຊີນປ້ອງກັນພະຍາດໂປລິໂອໃຫ້ປະຊາຊົນ ຫລັງມີການກວດພົບໄວຣັສດັ່ງກ່າວໃນ 4 ເຂດ.

ສຳນັກຂ່າວຣອຍເຕີລາຍງານວ່າ: ທ່ານ ນາງ ໂຮຄູລ ໄດ້ອອກຄຳສັ່ງບໍລິຫານດັ່ງກ່າວ ຫລັງໄດ້ຮັບລາຍງານການພົບໄວຣັສໂປລິໂອໃນເດືອນຜ່ານມາໃນຕົວຢ່າງນ້ຳເປື້ອນຈາກເມືອງແນສຊໍ ແລະ ໃນຕົ້ນປີນີ້ ໄດ້ມີການກວດພົບໄວຣັສດັ່ງກ່າວໃນຕົວຢ່າງນ້ຳເປື້ອນຈາກເມືອງຣ໊ອກແລນ, ອໍເຣນ ແລະ ຊັລລິແວນ ເຊິ່ງທັງໝົດຢູ່ທາງເໜືອຂອງລັດນິວຢອກ.

- Visit Laos Visit SALANA BOUTIQUE HOTEL - ລັດນິວຢອກປະກາດສະຖານະການສຸກເສີນ ຫລັງພົບໄວຣັສໂປລິໂອ ເລັ່ງສັກວັກຊີນໃຫ້ປະຊາຊົນ

ກົມສຸຂະພາບຂອງລັດນິວຢອກເປີດເຜີຍວ່າ: ໃນເດືອນກໍລະກົດຜ່ານມາ, ມີການຢືນຢັນພົບຜູ້ຕິດເຊື້ອພະຍາດໂປລິໂອຄົນທຳອິດໃນອາເມລິກາໃນຮອບເກືອບ 10 ປີ ເຊິ່ງຜູ້ຕິດເຊື້ອດັ່ງກ່າວເປັນຜູ້ໃຫຍ່ທີ່ອາໄສຢູ່ໃນເມືອງຣ໊ອກແລນ.

ທັງນີ້, ໂປລິໂອເປັນພະຍາດຕິດຕໍ່ທີ່ເກີດຈາກເຊື້ອໄວຣັສທີ່ເຂົ້າໄປທຳລາຍລະບົບປະສາດ ສົ່ງຜົນໃຫ້ເກີດພາວະອຳມະພາດ, ພິການ, ຫາຍໃຈລຳບາກ ແລະ ອາດເສຍຊີວິດໃນທີ່ສຸດ.

ພະຍາດໂປລິໂອສາມາດປ້ອງກັນໄດ້ດ້ວຍການສັກວັກຊີນ ເຊິ່ງຜະລິດຂຶ້ນຄັ້ງທຳອິດໃນປີ 1955 ເຖິງວ່າຈະຍັງບໍ່ມີວິທີປິ່ນປົວ ແຕ່ການສັກວັກຊີນ 3 ຄັ້ງຈະສາມາດສ້າງພູມຕ້ານທານໄດ້ເກືອບ 100%.

ພະຍາດໂປລິໂອເກີດໄດ້ກັບປະຊາຊົນທຸກຊ່ວງອາຍຸ ເຖິງວ່າສ່ວນຫລາຍຈະເກີດກັບເດັກອາຍຸ 3 ປີ ຫລື ຕໍ່າກວ່າກໍຕາມ.

- 5 - ລັດນິວຢອກປະກາດສະຖານະການສຸກເສີນ ຫລັງພົບໄວຣັສໂປລິໂອ ເລັ່ງສັກວັກຊີນໃຫ້ປະຊາຊົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!