ການຂູ່ເດັກໃຫ້ຢ້ານ ຄວາມເສຍຫາຍທີ່ພໍ່ແມ່ຕ້ອງເອົາໃຈໃສ່.
ສັງຄົມລາວມີລັກສະນະເປັນຄອບຄົວໃຫຍ່ ການອົບຮົມສັ່ງສອນເດັກໃນເຮືອນຈຶ່ງມີຍາດພີ່ນ້ອງຊ່ວຍກັນເບິ່ງແຍງ ແລະ ປະຕິເສດບໍ່ໄດ້ເລີຍວ່າວິທີທີ່ພົບໄດ້ຫລາຍກໍແມ່ນ ການຕົວະໄດ້ເດັກຢ້ານ ເຊັ່ນ : ຢ້ານຕຳຫລວດມາຈັບ, ຢ້ານທ່ານໝໍມາສັກຢາ, ຢ້ານຜີຫລອກ, ຢ້ານໝາກັດ ເພື່ອເປັນການຫລຸດຄວາມດື້ຂອງເດັກ, ແຕ່ຮູ້ຫລືບໍ່ວ່າທຸກໆຢ່າງຈະເກີດເປັນຄວາມຝັງໃຈລົງໄປໃນຄວາມຮູ້ສຶກສ່ວນເລິກ ເຮັດໃຫ້ເດັກມີຄວາມຢ້ານຢ່າງໄຮ້ເຫດຜົນ ແລະ ຢ້ານໃນສິ່ງທີ່ບໍ່ຈຳເປັນຕ້ອງຢ້ານ.
ຜົນທີ່ເກີດຕໍ່ເດັກເມື່ອມີຄວາມຮູ້ສຶກຢ້ານແບບຕື່ນຕົກໃຈ, ເປັນກັງວົນ, ຫວາດລະແວງ ຫລື ເກີດຄວາມຫລອນ ເຊິ່ງຄວາມຢ້ານທີ່ເກີດຂຶ້ນກັບເດັກຈະສົ່ງຜົນກະທົບຕໍ່ພັດທະນາການດ້ານຈິດໃຈ ແລະ ອາລົມ ເນື່ອງຈາກເດັກຍັງມີປະສົບການໜ້ອຍ ແລະ ບໍ່ສາມາດໄຈ້ແຍກເຫດຜົນຕ່າງໆໄດ້. ຄວາມຢ້ານນັ້ນຈຶ່ງຝັງແໜ້ນໃນຄວາມຮູ້ສຶກ ແບບໄຮ້ເຫດຜົນ ເຊິ່ງຕ່າງຈາກຜູ້ໃຫຍ່ທີ່ເປັນຄວາມຮູ້ສຶກ ຕົກໃຈ ສົ່ງຜົນເສຍຕໍ່ບຸກຄະລິກກະພາບກາຍເປັນເດັກຫວາດລະແວງຈົນເກີນເຫດ. ກໍລະນີຫາກເດັກຢ້ານຢ່າງຮຸນແຮງ ແລະ ຕ້ອງຢູ່ໃນອາການນັ້ນດົນໆ ອາດສົ່ງຜົນຕໍ່ອາການທາງປະສາດ ເຊັ່ນ : ເດັກທີ່ຖືກຂັງໃນຫ້ອງມືດ ເມື່ອໃຫຍ່ຂຶ້ນມາເມື່ອພົບສະຖານນະການທີ່ຄ້າຍຄືກັນ ເຊັ່ນ : ການໃຊ້ລິຟພຽງຄົນດຽວຈະເກີດຄວາມເຄັ່ງຄຽດ, ຫົວໃຈເຕັ້ນໄວ ເນື່ອງຈາກສະໝອງຈະຈິນຕະນາການຄວາມຮູ້ສຶກໃນອະດີດ ເຊິ່ງເກີດຂຶ້ນໃນໄວເດັກ, ແຕ່ໃນທາງກົງກັນຂ້າມ ຄວາມຢ້ານກໍມີຂໍ້ດີຄືກັນ ຫາກຄວາມຢ້ານນັ້ນມີເຫດຜົນຕາມສັນຊາດຕະຍານຂອງມະນຸດ ເຊັ່ນ : ຢ້ານຄວາມສູງ, ຢ້ານເຈັບປ່ວຍ, ຢ້ານສັດຮ້າຍມີພິດ ເປັນຕົ້ນ ເດັກຈະໄດ້ບໍ່ປະໝາດ ຊ່ວຍຫລຸດອຸປະຕິເຫດ ແລະ ເປັນການສ້າງພຶດຕິກຳທີ່ຖືກຕ້ອງເໝາະສົມກັບເດັກນຳອີກ.
ການຫລຸດຄວາມດື້ດ້ວຍເຫດ ແລະ ຜົນ ທາງອອກທີ່ດີຂອງຄອບຄົວສະໄໝໃໝ່ ການສອນໃຫ້ເດັກຄິດ ແລະ ຕັ້ງຄຳຖາມເຖິງຜົນທີ່ຈະຕາມມາດ້ວຍຄວາມໃຈເຢັນ ຈະເຮັດໃຫ້ເດັກໄດ້ມີໂອກາດທົບທວນເຖິງຜົນຂອງການກະທຳຢ່າງຮອບຄອບ ຫາກຝຶກໃຫ້ລຶ້ງເຄີຍຈົນເປັນນິໄສ ເມື່ອເຂົາໃຫຍ່ຂຶ້ນມາ ເຂົາຈະເປັນເດັກທີ່ມີເຫດຜົນ ບໍ່ຖືກຊັກຈູງໂດຍຄົນອ້ອມຂ້າງໄປໃນທາງທີ່ຜິດໄດ້ນຳອີກ.