ລາວດໍາເນີນຫລາຍນະໂຍບານເພື່ອຮັກສາສະຖຽນລະພາບເງິນຕາ
ທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນເງິນຕາໃນ 6 ເດືອນຕົ້ນປີ 2017 ຜ່ານມາເຫັນວ່າມີສິ່ງທ້າທາຍຫລາຍດ້ານ ເປັນຕົ້ນຄວາມຜັນຜວນຂອງອັດຕາແລກປ່ຽນ, ລາຄາຮຸ້ນຢູ່ຕະຫລາດສາກົນບວກກັບສະພາບຄວາມເຄັ່ງຕຶງທາງດ້ານງົບປະມານຂອງລັດຖະບານທີ່ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງຂາດຕົວ, ຊຶ່ງເປັນສິ່ງທ້າທາຍບໍ່ໜ້ອຍຕໍ່ການຮັກສາສະຖຽນລະພາບເງິນຕາຢູ່ປະເທດເຮົາ. ເຖິງຢ່າງໃດກໍຕາມ, ການຫລຸດລົງຂອງລາຄານ້ຳມັນໄດ້ເປັນໂອກາດທີ່ດີໃນການຮັກສາສະຖຽນລະພາບລາຄາພາຍໃນປະເທດ.
ຈາກສະພາບດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ ໄດ້ດຳເນີນນະໂຍບາຍເງິນຕາແບບຜ່ອນຄາຍດ້ວຍການອັດສີດເງິນເຂົ້າສູ່ລະບົບເສດຖະກິດຜ່ານສິນເຊື່ອເພື່ອຊຸກຍູ້ການຜະລິດ, ແກ້ໄຂຄວາມທຸກຍາກ ແລະ ລ່ວງໜ້າໃຫ້ກະຊວງການເງິນຈຳນວນໜຶ່ງ, ໄດ້ສືບຕໍ່ນຳໃຊ້ເຄື່ອງມືອັດຕາດອກເບ້ຍພື້ນຖານຂອງ ທະນາຄານແຫ່ງ ສປປ ລາວ, ອັດຕາສ່ວນເງິນແຮຝາກບັງຄັບ, ສືບຕໍ່ຄຸ້ມຄອງການກຳນົດອັດຕາດອກເບ້ຍເງິນຝາກສະກຸນເງິນກີບຂອງທະນາຄານທຸລະກິດ ແລະ ກຳນົດສ່ວນຕ່າງລະຫວ່າງອັດຕາດອກເບ້ຍເງິນກູ້ ແລະ ເງິນຝາກສະເລ່ຍ ບໍ່ເກີນ 4% ແລະ ໃນການປະຕິບັດນະໂຍບາຍອັດຕາແລກປ່ຽນນັ້ນ, ທະນາຄານແຫ່ງ ສປປ ລາວ, ໄດ້ກຳນົດອັດຕາແລກປ່ຽນອ້າງອີງແຕ່ລະວັນ, ພ້ອມທັງໄດ້ເຂົ້າແຊກແຊງດັດສົມເງິນຕາຕ່າງປະເທດໃຫ້ລູກຄ້າລາຍຍ່ອຍທັງໝົດທີ່ສະເໜີຊື້ເງິນຕານຳລະບົບທະນາຄານ ແລະ ລູກຄ້າລາຍໃຫຍ່ເປັນງວດໆ ເພື່ອສ້າງຄວາມໝັ້ນໃຈຄືນໃຫ້ແກ່ສັງຄົມໂດຍຜ່ານທະນາຄານທຸລະກິດ, ທະນາຄານແຫ່ງ ສປປ ລາວ ໄດ້ຊີ້ນຳໃຫ້ທະນາຄານປະຕິບັດອັດຕາແລກປ່ຽນຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ພ້ອມທັງໄດ້ຕິດຕາມກະແສເງິນໄຫລເຂົ້າ-ອອກຜ່ານລະບົບທະນາຄານ, ອະນຸຍາດນຳເຂົ້າ-ສົ່ງອອກຄຳແທ່ງ, ຢັ້ງຢືນການນຳເຂົ້າທຶນ ແລະ ອະນຸຍາດການກູ້ຢືມເງິນຕາຕ່າງປະເທດຂອງເອກະຊົນ, ພ້ອມນີ້ກໍໄດ້ຈັດຕັ້ງສົ່ງເສີມການນຳໃຊ້ເງິນກີບດ້ວຍການເຜີຍແຜ່ລະບຽບການໃຫ້ສັງຄົມໄດ້ຮັບຊາບ ແລະ ຊຸກຍູ້ທະນາຄານທຸລະກິດຫັນເປັນທັນສະໄໝເພື່ອສົ່ງເສີມການຊຳລະສະສາງຜ່ານລະບົບທະນາຄານຫລາຍຂຶ້ນ.
ສ່ວນການຄຸ້ມຄອງສະຖຽນລະພາບດ້ານການເງິນ ກໍໄດ້ມີນະໂຍບາຍຄື:(1) ໄດ້ກຳນົດນະໂຍບາຍໃໝ່ກ່ຽວກັບການສ້າງຕັ້ງທະນາຄານທຸລະກິດໃໝ່ໃຫ້ມີເງື່ອນໄຂຮັດກຸມກວ່າເກົ່າ, ກຳນົດໃຫ້ທະນາຄານຖືຮຸ້ນຢ່າງຕໍ່າ 51% ຂອງທຶນຈົດທະບຽນ. (2) ນະໂຍບາຍການຈັດສັນໜີ້ສຳລັບທະນາຄານທຸລະກິດທີ່ປ່ອຍສິນເຊື່ອຕິດພັນກັບໂຄງລ່າງພື້ນຖານຂອງລັດ. (3) ນະໂຍບາຍໃຫ້ບັນດາສາຂາທະນາຄານທຸລະກິດຕ່າງປະເທດລະດົມທຶນຈາກສຳນັກງານໃຫຍ່ຂອງຕົນ ແລະ ທະນາຄານຢູ່ຕ່າງປະເທດເຂົ້າມາໃນ ສປປ ລາວ. (4) ອະນຸຍາດໃຫ້ທະນາຄານທຸລະກິດນຳໃຊ້ທຶນຈົດທະບຽນຂອງຕົນເພື່ອປ່ອຍສິນເຊື່ອ. (5) ປັບປຸງນະໂຍບາຍການສະໜອງເງິນກູ້ເປັນເງິນຕາຕ່າງປະເທດໃຫ້ເໝາະສົມຢືດຢຸ່ນເພື່ອຊຸກຍູ້ການຜະລິດ ແລະ ການບໍລິການໃຫ້ດີຂຶ້ນກວ່າເກົ່າ ແລະ (6) ຢຸດຕິຊົ່ວຄາວ ການອອກໃບອະນຸຍາດສ້າງຕັ້ງສະຖາບັນການເງິນປະເພດຕ່າງໆຮອດປີ 2019. ນອກນີ້ຍັງໄດ້ຊຸກຍູ້ໃຫ້ທະນາຄານທຸລະກິດເປັນເຈົ້າການພັດທະນາຜະລິດຕະພັນສິນເຊື່ອໃຫ້ມີຄວາມຫລາກຫລາຍ ແລະ ປັບປຸງກົນໄກການເຂົ້າເຖິງແຫລ່ງທຶນຂອງຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ, ພ້ອມທັງຄຸ້ມຄອງບໍ່ໃຫ້ອັດຕາສ່ວນໜີ້ NPLs ເກີນ 3% ຂອງຍອດສິນເຊື່ອທັງໝົດ ແລະ ຜ່ານການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ, ສາມາດບັນລຸຕາມຄາດໝາຍທີ່ມະຕິສະພາແຫ່ງຊາດໄດ້ຮັບຮອງເອົາໃນປີ 2017 ຄື: ສາມາດຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງໃນລະດັບດີສົມຄວນ, ອັດຕາເງິນເຟີ້ຢູ່ໃນລະດັບຕໍ່າສະເລ່ຍ 1,45% (ແຜນການບໍ່ເກີນ 5%), ປະລິມານເງິນ (M2) ຂະຫຍາຍຕົວສະເລ່ຍໃນລະດັບ 16,39% ທຽບໃສ່ໄລຍະດຽວກັນປີຜ່ານມາ (ແຜນການບໍ່ເກີນ 20% ຕໍ່ປີ), ອັດຕາແລກປ່ຽນເງິນກີບທຽບກັບໂດລາສະຫະລັດອ່ອນຄ່າ 0,66% ແລະ ເງິນກີບທຽບໃສ່ເງິນບາດອ່ອນຄ່າ 5,45%(ແຜນການແມ່ນເໜີງຕີງຢູ່ໃນກອບ + ຫລື – 5% ທຽບໃສ່ເງິນຕາຕ່າງປະເທດສະກຸນຫລັກ), ຄັງສຳຮອງເງິນຕາຕ່າງປະເທດກຸ້ມການນຳເຂົ້າໄດ້ 4,14 ເດືອນ (ແຜນການບໍ່ຫລຸດ 5 ເດືອນ), ຍອດເງິນຝາກຂອງທະນາຄານທຸລະກິດແມ່ນເພີ່ມຂຶ້ນຮອດເດືອນ 6 ຂອງປີ 2017 ແມ່ນຢູ່ໃນລະດັບ 70.024,90 ຕື້ກີບ ເທົ່າກັບ 54% ຂອງ GDP (ແຜນການປີ 2017 ແມ່ນ 57% ຂອງ GDP), ຍອດສິນເຊື່ອຂອງທະນາຄານທຸລະກິດແມ່ນຢູ່ໃນລະດັບ 69.699,92 ຕື້ກີບເທົ່າກັບ 48,78% ຂອງ GDP (ແຜນການປີ 2017 ແມ່ນ 54% ຂອງ GDP). ສິນເຊື່ອຂອງທະນາຄານທຸລະກິດແຍກຕາມຂະແໜງການຄື: ຂະແໜງອຸດສາຫະກຳກວມ 24,78% ຂອງສິນເຊື່ອທັງໝົດ, ຮອງມາແມ່ນຂະແໜງການຄ້າ 19,2%, ກໍ່ສ້າງ 12,58%, ບໍລິການ 9,07%, ກະສິກຳ ແລະ ປ່າໄມ້ 8,91%, ຫັດຖະກຳ 4,28%, ຂົນສົ່ງ 2,33%, ປະກອບວັດຖຸ ແລະ ເຕັກນິກ 1,88% ແລະ ຂະແໜງອື່ນໆ 17,16%, ສ່ວນອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ຢູ່ໃນລະດັບ 3,25% ຂອງຍອດສິນເຊື່ອທັງໝົດ (ແຜນການບໍ່ເກີນ 3%).