ພິພິທະພັນສື່ມວນຊົນຫວຽດນາມ ແຫລ່ງການຮຽນຮູ້ປະຫວັດສາດ


ກ່ອນການຫາລື ແລະ ລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງສະມາຄົມນັກຂ່າວລາວ ແລະ ຫວຽດນາມ, ຄະນະຜູ້ແທນສະມາຄົມນັກຂ່າວລາວໄດ້ເຄື່ອນໄຫວຢ້ຽມຊົມຫໍພິພິທະພັນສື່ມວນຊົນຫວຽດ ນາມ ທີ່ສະມາຄົມນັກຂ່າວຫວຽດນາມ ນະຄອນຫລວງຮ່າໂນ້ຍໂດຍຢູ່ທີ່ນີ້ມີຫລາຍຢ່າງທີ່ໜ້າສົນໃຈ ໜ້າ ສຶກສາຄົ້ນຄວ້າປະຫວັດສາດແຫ່ງການກຳເນີດ ການພັດທະນາຂອງສື່ມວນຊົນຫວຽດນາມ.
ຫໍພິພິທະພັນສື່ມວນຊົນຫລັງນີ້ມີ 2 ຊັ້ນ ກວມເນື້ອທີ່ປະມານ 1.500 ຕາແມັດ ໂດຍຢູ່ຫ້ອງໂຖງໄດ້ວາງ ສະແດງຮູບພາບ-ໜັງສືພິມ, ວັດຖຸພັນສິ່ງຂອງທີ່ລະນຶກ, ອຸປະກອນການເຄື່ອນໄຫວເກັບກຳຂ່າວຂອງ ບັນ ດາສື່ມວນຊົນແຕ່ລະຍຸກສະໄໝ ຊຶ່ງເລີ່ມຈາກການເຄື່ອນໄຫວປະຕິວັດທີ່ມີທັງປິດລັບ ແລະ ເປີດເຜີຍຕໍ່ສາ ທາລະນະເປັນແຕ່ລະໄລຍະ. ບໍລິເວນຫ້ອງໂຖງ ຊຶ່ງຈຸດທຳອິດໄດ້ວາງສະແດງຮູບພາບປາຍປາກກາທີ່ເປັນ ສັນຍະລັກແຫ່ງການຂີດຂຽນຂອງສື່ມວນຊົນ ໂດຍປະທານ ໂຮ່ຈີ່ມິງ ໄດ້ສັ່ງສອນນັກຂ່າວວ່າ: “ຜູ້ເຮັດວຽກສື່ມວນຊົນຕ້ອງແມ່ນນັກຮົບປະຕິວັດ ຈ້ຳປາຍປາກກາຂຽນໃສ່ເຈັ້ຍແມ່ນອາວຸດທີ່ແຫລມຄົມຂອງເຂົາ” ແລະ ມຸມໜຶ່ງເປັນຮູບປັ້ນເຄິ່ງຄີງຂອງປະທານ ໂຮ່ຈິມິງ ແລະ ອີກມຸມໜຶ່ງແມ່ນຮູບປັ້ນນັກຂ່າວທັງຍິງ-ຊາຍ 4 ທີ່ເປັນຊຸດທຳອິດຂອງສື່ມວນຊົນຫວຽດນາມ, ມາອີກຫ້ອງໜຶ່ງ ກໍປະກອບມີການປະມວນພາບໜັງສືພິມເກົ່າໆແຕ່ລະຍຸກແຕ່ລະສະໄໝ ແລະ ສາຍວິດີໂອສັ້ນ ທີ່ເປັນສັນຍະລັກການເຄື່ອນໄຫວສົ່ງຂ່າວຫາກັນລວມທັງຮູບແຕ້ມໃສ່ຝາຫີນ, ການສົ່ງສັນຍານເປົ່າເຂົາແບບພື້ນເມືອງຊຶ່ງເປັນການສື່ສານແບບປະຖົມປະຖານ ແລະ ກ້າວສູ່ຄວາມທັນສະໄໝຂອງການພັດທະນາເຖິງຍຸກ 4.0 ໂດຍການສົ່ງຂ່າວຜ່ານລະບົບອິນເຕີເນັດເຊື່ອມຕໍ່ທົ່ວໂລກ. ຂະນະທີ່ອີກຫ້ອງໜຶ່ງໄດ້ນຳສະເໜີໜັງສືພິມປະຕິວັດ ໂດຍ ປະທານ ໂຮ່ຈີ່ມິງ ເປັນຜູ້ກໍ່ຕັ້ງ ແລະ ຂຽນບົດຄວາມ-ຂ່າວຈຳນວນໜຶ່ງ, ມີໜັງສືພິມປິດລັບ ແລະ ເປີດເຜີຍ, ໃບຂ່າວຂອງນັກໂທດທີ່ຂຽນເຖິງການເຄື່ອນໄຫວປະຕິວັດທີ່ສົ່ງອອກເຜີຍແຜ່ ລວມທັງຫ້ອງວາງສະແດງເຄື່ອງມືການສື່ສານອີກ. ພິເສດ ມີກ້ອງຖ່າຍຮູບເງົາ ທີ່ປະທານ ສຸພານຸວົງ ມອບເປັນຂອງຂວັນໃຫ້ສື່ມວນຊົນຫວຽດນາມ. ສ່ວນຊັ້ນທີ 2 ສ່ວນໃຫຍ່ເປັນການວາງສະແດງຮູບພາບ, ຜົນງານການເຄື່ອນໄຫວຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ຮູບພາບການດຳລົງຊີວິດ-ສັງຄົມ, ຕ້ານປາກົດການຫຍໍ້ທໍ້, ຕ້ານການສໍ້ລາດບັງຫລວງ ແລະ ບັນດາສື່ມວນຊົນທີ່ມີຊື່ສຽງ, ຫລຽນໄຊ ແລະ ທຸງໄຊ, ສິ່ງຂອງທີ່ລະນຶກຈາກນານາປະເທດ, ຫ້ອງແນະນຳສື່ມວນຊົນເອເລັກໂຕຣນິກ, ຫ້ອງສະໝຸດ, ຫ້ອງປະຊຸມຂະໜາດນ້ອຍ ແລະ ເຂດຈາລຶກບຸນຄຸນນັກຂ່າວ 500 ຄົນທີ່ເສຍຊີວິດ ໃນການປະຕິບັດໜ້າທີ່.
ໃນການພົບປະ, ທ່ານ ເລ ກວັກມິງ ປະທານສະມາຄົມນັກຂ່າວຫວຽດນາມ ກ່າວວ່າ: ຫໍພິພິທະພັນສື່ມວນຊົນຫວຽດນາມ ສ້າງຕັ້ງປີ 2017 ແລະ ຂະບວນການເກັບກຳວັດຖຸພັນຕ່າງໆພົບຄວາມຫຍຸ້ງຍາກທີ່ສຸດ ເພາະຜ່ານເວລາມາເປັນ 100 ປີແລ້ວ. ແນວໃດກໍດີ ກໍໄດ້ຂໍຄວາມຊ່ວຍເຫລືອຈາກບັນດານັກຂ່າວຫລາຍພາກສ່ວນ ເຊັ່ນ: ສຳນັກຂ່າວສານຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ຮູບເງົາຂອງກອງ ທັບ ແລະ ອື່ນໆ. ມາຮອດປັດຈຸບັນ, ວັດຖຸສິ່ງຂອງທີ່ນໍາມາວາງສະແດງເຖິງວ່າຍັງບໍ່ທັນຄົບຖ້ວນ, ແຕ່ກໍປຽບເໝືອນໂຮງຮຽນ ຫລື ມະຫາວິທະຍາໄລແຫ່ງປະຫວັດສາດ ເພື່ອສຶກສາອົບຮົມຮຸ່ນຄົນປັດຈຸບັນ ແລະ ອະນາຄົດ ໃຫ້ໄດ້ຮຽນຮູ້ປະຫວັດສາດ ແລະ ຄວາມເປັນມາຂອງສື່ມວນຊົນຫວຽດນາມ.