ປະຊາກອນສູງອາຍຸ ຢູ່ ເກົາຫລີໃຕ້ ຈະເພີ່ມຂຶ້ນຫລາຍທີ່ສຸດ


ໃນວັນທີ 6 ກັນຍາ 2022 ສຳນັກງານ ສະຖິຕິແຫ່ງຊາດ ຂອງ ເກົາຫລີໃຕ້ ລາຍງານ ຕົວເລກຄາດຄະເນຈຳນວນ ປະຊາກອນສູງອາຍຸ ຢູ່ ເກົາຫລີໃຕ້ 65 ປີ ຂຶ້ນໄປ ຈະກວມເອົາອັດຕາສ່ວນ 36,7% ຂອງປະຊາກອນທັງໝົດໃນປະເທດ ພາຍໃນປີ 2044 ສົ່ງຜົນໃຫ້ ສ.ເກົາຫລີ ອາດກາຍເປັນປະເທດທີ່ມີປະຊາກອນ ສູງອາຍຸຫລາຍທີ່ສຸດໃນໂລກ ລື່ນກາຍ ຍີ່ປຸ່ນ ຄາດວ່າຈະມີອັດຕາສ່ວນ ດັ່ງກ່າວ ຢູ່ລະດັບ 36,5% ພາຍໃນປີດຽວກັນ.
ຂໍ້ມູນດັ່ງກ່າວ ແມ່ນອີງໃສ່ທ່າອຽງ ປະຊາກອນຂອງ ສະຫະປະຊາຊາດ (UN) ປະຈຳປີ 2022 ແລະ ທ່າອຽງປະຊາກອນ ຂອງເກົາຫລີໃຕ້ ຈາກສຳນັກງານ ສະຖິຕິແຫ່ງຊາດ ເຊິ່ງຄາດວ່າອັດຕາສ່ວນ ຂອງປະຊາກອນສູງອາຍຸ ຂອງ ເກົາຫລີໃຕ້ ຈະເພີ່ມຂຶ້ນ 17,5% ໃນປີ 2022 ຂຶ້ນສູ່ ລະດັບ 34,4% ໃນປີ 2040 ແລະ 46,4%ໃນປີ 2070. ຂະນະທີ່ ຍີ່ປຸ່ນ ຈະເພີ່ມຂຶ້ນຈາກ 29,9% ໃນປີ 2022 ຂຶ້ນສູ່ ລະດັບ 35,2%ໃນປີ 2040 ແລະ 38,7%ໃນປີ 2070.ດ້ານອັດຕາສ່ວນ ປະຊາກອນໃນ ໄວເຮັດວຽກຂອງ ເກົາຫລີໃຕ້ ຫລື ຜູ້ທີ່ມີອາຍຸ 15-64 ປີ ອາດຫລຸດລົງ ຈາກ 71% ໃນປີ 2022 ລົງມາທີ່ລະດັບ 56,8% ໃນປີ 2040 ແລະ 46,1% ໃນປີ 2070, ຫລັງຈາກ ເຄີຍຢູ່ລະດັບ ສູງສຸດ 73,4% ໃນປີ 2012