ເກົາຫລີໃຕ້ ໄດ້ຮັບຄວາມເສຍຫາຍຢ່າງໜັກ ຈາກພາຍຸໄຕ້ຝຸ່ນ ຫີນໜາມໜໍ່


ໃນຕອນເຊົ້າ ຂອງວັນທີ 6 ກັນຍາ 2022 ທາງການເກົາຫລີ ລາຍງານວ່າ ພາຍຸໄຕ້ຝຸ່ນ ຫີນໜາມໜໍ່ ໄດ້ເຄື່ອນອອກເກົາຫລີໃຕ້ ເຂົ້າສູ່ທາງທະເລຕາເວັນອອກ ຫຼັງຈາກທີ່ພັດຖະຫລົ່ມເກາະເຊຈູທາງພາກໃຕ້ ແລະ ພັດຂຶ້ນຝັ່ງບໍລິເວນເມືອງກໍເຈ ໃກ້ກັບເມືອງປູຊານ ໂດຍອິດທິພົນຂອງພາຍຸສົ່ງຜົນເຮັດໃຫ້ເກີດຝົນຕົກ ແລະ ນ້ຳຖ້ວມໜັກ ລວມເຖິງໄຟຟ້າດັບໃນຫລາຍຈຸດ ທາງການຈຶ່ງໄດ້ອົບພະຍົບຫລາຍພັນຄົນອອກຈາພື້ນທີ່ດັ່ງກ່າວ.
ສຳນັກງານກົມອຸຕຸນິຍົມວິທະຍາເກົາຫລີໃຕ້ລາຍງານວ່າ: ໄຕ້ຝຸ່ນຫີນໜາມໜໍ່ ເຊິ່ງເປັນພາຍຸໄຕ້ຝຸ່ນ ລູກທີ 11 ຂອງປີນີ້ ແລະ ເປັນໜຶ່ງໃນພາຍຸທີ່ມີຄວາມຮຸນແຮງທີ່ສຸດ ທີ່ພັດເຂົ້າຖະຫລົ່ມເກົາຫລີໃຕ້ໃນຮອບຫລາຍທົດສະວັດ, ໂດຍອິດທິພົນຂອງພາຍຸສົ່ງຜົນໃຫ້ມີຝົນຕົກໜັກຢ່າງຕໍ່ເນື່ອງ ທາງການຈຶ່ງໄດ້ອົບພະຍົບປະຊາຊົນ 3.463 ຄົນ ອອກຈາກພື້ນທີ່ປະສົບໄພ ສ່ວນໃຫຍ່ທາງພາກໃຕ້ ຂອງປະເທດ ເຮັດໃຫ້ຕ້ອງຍົກເລີກ ຖ້ຽວບິນ ຫລາຍຮ້ອຍຖ້ຽວ,ສັ່ງໂຈະ ກິດຈະກຳ ທາງທຸລະກິດ ຊົ່ວຄາວ ແລະ ຢຸດການຮຽນ ການສອນ ໃນໂຮງຮຽນ ເພື່ອຄວາມປອດໄພ ພາຍຸດັ່ງກ່າວ ພວມມຸ່ງໜ້າໄປທາງ ທິດຕາເວັນອອກສ່ຽງເໜືອ ແລະ ຄາດວ່າ ຈະເຄື່ອນໂຕຢູ່ໃນພື້ນທີ່ຫ່າງຈາກ ທາງຕາເວັນຕົກສ່ຽງເໜືອ ຂອງເມືອງຊັບໂປໂຣຂອງຍີ່ປຸ່ນ ປະມານ 400 ກິໂລແມັດ ໃນໄລຍະທ່ຽງຄືນ ຂອງວັນດຽວກັນ