ປະເພນີຫໍ່ເຂົ້າປະດັບດິນ


ເມື່ອຮອດມື້ແຮມ 14 ຄໍ່າ ເດືອນເກົ້າລາວເປັນມື້ດັບແມ່ນ ມື້ບຸນປະເພນີຫໍ່ເຂົ້າປະດັບດິນ ເມື່ອ ໄດ້ຍິນຊື່ນີ້ແລ້ວກໍເຮັດໃຫ້ນຶກ ພາບໄດ້ວ່າ ເຂົ້າປະດັບ ດິນຄືການ ຫໍ່ເຂົ້າແລ້ວເອົາໄປວາງ ໄວ້ຕາມ ຕົ້ນໄມ້, ຕ້າຍວັດ ແລະບ່ອນອື່ນໆ ຕາມຄວາມເຊື່ອວ່າ “ມື້ຫໍ່ເຂົ້າ ປະດັບດິນນັ້ນພະຍາຍົມພິບານ ໄດ້ປ່ອຍສັດນະຮົກ ອອກມາຮັບ ສ່ວນບຸນນຳຍາດພີ່ນ້ອງ ເພື່ອເປັນ ກຸສົນນຳຕົນໄປເກີດໃນພົບຕໍ່ໆໄປ ເຫດທີ່ວ່າພວກນີ້ທີ່ເຄີຍເຮັດບາບມາກ່ອນ ຕອນເປັນຄົນບໍ່ໄດ້ເຮັດ ກຸສົນຜົນບຸນ ຈຶ່ງໄດ້ນຳຕົນໄປເກີດ ໃນນະຮົກ ບໍ່ມີໂອກາດໄດ້ສ້າງບຸນ ຈຶ່ງອາໄສຍາດພີ່ນ້ອງສົ່ງໃຫ້ ໂອກາດທີ່ຈະໄດ້ບຸນໃນແຕ່ລະປີ ມີເທື່ອໜຶ່ງຄືບຸນຫໍ່ເຂົາປະດັບດິນ ທໍ່ ນັ້ນ”ມື້ແຮມ 13 ຄໍ່າຂອງເດືອນ ເກົ້າເປັນມື້ຫ້າງຫາກະກຽມເປັນ ຕົ້ນແມ່ນຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ຫໍ່ເຂົ້າປະດັບດິນ. ໃນຫໍ່ເຂົ້າປະ ດັບດິນນັ້ນມີເຄື່ອງຫວານຂອງ ຄາວປະກອບດ້ວຍກ້ວຍ, ອ້ອຍ, ໝາກໄມ້, ເຂົ້າໜຶ່ງ, ປາປີ້ງ, ຊີ້ນ ແຫ້ງ, ຄຳໝາກ, ກອກຢາ ແລະ ອາຫານອື່ນໆອີກຕາມທີ່ ຫາໄດ້. ໃນສະໄໝນີ້ກໍມີເງິນໃສ່ນຳ ເພື່ອ ຫວັງອຸທິດເງິນດັ່ງກ່າວນັ້ນໄປ ໃຫ້ຍາດພີ່ນ້ອງ. ໃນເມື່ອກ່ອນ ການຫໍ່ເຂົ້າປະດັບດິນເພິ່ນເອົາ ໃບຕອງກ້ວຍຫໍ່ ເວລາເອົາໄປ ວາງໄວ້ຖືກແດດຖືກຝົນ, ແມງ ໄມ້ກິນໃບຕອງກ້ວຍກໍລະລາຍ ໄປເປັນຝຸ່ນດິນ ເຊິ່ງສະໄໝນີ້ ນິຍົມພາກັນເອົາໃສ່ກ່ອງໂຟມ, ໃສ່ຖົງຢາງ ເມື່ອແລ້ວບຸນເຂົ້າ ປະດັບດິນກໍກາຍເປັນເສດຂີ້ ເຫຍື່ອທີ່ບູດເນົ່າເປື້ອນເປິ, ທຳ ລາຍສິ່ງແວດລ້ອມ ແລະ ສັດສາ ວາສິ່ງກໍບໍ່ສາມາດກິນໄດ້.


+ ເຮັດເຂົ້າຕົ້ມຂາຍກໍມີລາຍໄດ້ດີ
+ ຊາວພຸດລາວຮ່ວມໃສ່ບາດບຸນເຂົ້າພັນສາດ້ວຍຈິດໃຈຊື່ນບານ
ຜູ້ຂຽນຈື່ໄດ້ວ່າ: ຕອນເຊົ້າ ຂອງມື້ແຮມ 14 ຄໍ່າເດືອນ 9 ເປັນມື້ດັບ ແມ່ພາຂ້ອຍລຸກຕັ້ງ ແຕ່ສອງໂມງເພື່ອເອົາຫໍ່ເຂົ້າໄປໄວ້ຕາມຕ້າຍວັດ, ກ້ອງກົກໂພ ໂດຍແບ່ງອອກເປັນຫໍ່ໆ ຄືຫໍ່ ໜຶ່ງ ອຸທິດຫາພໍ່ຕູ້, ຫໍ່ສອງອຸທິຫາແມ່ ຕູ້, ຫໍ່ສາມ ອຸທິດຫາຍາດ ພີ່ນ້ອງ ທົ່ວໄປ, ຫໍ່ສີ່ ອຸທິດຫາສັບພະ ສັດທີ່ເປັນເປດອະສຸລະກາຍທີ່ ບໍ່ຮູ້ຈັກ ແລະ ຫໍ່ທີຫ້າແມ່ນອຸດ ທິດຫາເຈົ້າກຳນາຍເວນ ໂດຍ ຂຽນໃສ່ເຈ້ຍແຕ່ລະຫໍ່ໄວ້. ເວ ລາເອົາຫໍ່ເຂົ້າວາງໄວ້ແລ້ວແມ່ ກໍໄຕ້ທຽນຢາດນໍ້າ ແລະ ຈົ່ມຢູ່ ຄົນດຽວວ່າ “ຂໍໃຫ້ສັບພະສັດທັງ ຫຼາຍ ທີ່ເປັນຍາດພີ່ນ້ອງ ຫຼື ບໍ່ ແມ່ນຍາດພີ່ນ້ອງ ຈົ່ງມາຮັບເອົາ ສ່ວນບຸນທີ່ຂ້າພະເຈົ້າອຸທິດໃຫ້ ນີ້ເມື່ອໄດ້ຮັບສ່ວນບຸນນີ້ແລ້ວ ຈົ່ງໃຫ້ພົ້ນຈາກຄວາມທຸກທັງ ປວງນໍາຕົນໄປເກີດໃນທີ່ດີເຖິງ ສຸກດ້ວຍເທີ້ນ” ເມື່ອເວົ້າຈົບ ແລ້ວກໍພາກັນກັບບ້ານກຽມ ເຄື່ອງຂອງທານມາໃສ່ບາດຢູ່ ວັດໃນຕອນເຊົ້າອີກເທື່ອໜຶ່ງ.


ແມ່ບອກວ່າ “ການເຮັດບຸນ ໃສ່ບາດຢູ່ວັດນີ້ເຮົາໄດ້ອຸທິດໃຫ້ທັງຜູ້ລ່ວງລັບໄປ ແລະ ເຮັດໃຫ້ ຕົນເອງ ເພື່ອບໍ່ໃຫ້ຕົນເປັນທີ່ຍາກ ລຳບາກໃນຍາມຕາຍຈາກໂລກນີ້ໄປ” ຄຳເວົ້າຂອງແມ່ໃນສຸດ ທ້າຍນີ້ ຂ້ອຍຈື່ດີໂດຍຕະຫຼອດ ຈຶ່ງບໍ່ປະໝາດໃນການເຮັດບຸນ ໃຫ້ຕົນເອງ ແລະ ໄດ້ຕອບແທນ ບຸນຄຸນພໍ່ແມ່ໄປພ້ອມໆກັນ.



