ຟີຟາ ຕົກລົງຈ່າຍຄ່າຈ້າງ ໂຄແມນ ແທນ ເອຟເວີຕັນ

- kitchen vibe - ຟີຟາ ຕົກລົງຈ່າຍຄ່າຈ້າງ ໂຄແມນ ແທນ ເອຟເວີຕັນ

- Untitled 1 copy 10 300x178 - ຟີຟາ ຕົກລົງຈ່າຍຄ່າຈ້າງ ໂຄແມນ ແທນ ເອຟເວີຕັນ
ສະຫະພັນບານເຕະນາໆ ຊາດ ຫລື ຟີຟາ ກຽມຈ່າຍຄ່າຈ້າງ ໃຫ້ກັບ ເຊມຸສ ໂຄແມນ ແທນຕົ້ນ ສັງກັດຢ່າງ ເອຟເວີຕັນ ຕາມກົດ ການປົກປ້ອງນັກເຕະທີ່ເຄີຍປະ ກາດໃຊ້ອອກມາຕັ້ງແຕ່ປີ 2012.

ໂຄແມນ ໄດ້ຮັບບາດເຈັບ ຂາຫັກຈາກການປະທະກັບ ນີລ ເທເລີ ກອງຫລັງຂອງ ທີມຊາດ ເວລ ໃນການແຂ່ງຂັນບານໂລກ 2018 ຮອບຄັດເລືອກ ເຊິ່ງຫລ້າ ສຸດດາວເຕະ ທີມຊາດໄອແລນ ກໍຜ່າຕັດປະສົບຜົນສຳເລັດໄປ ດ້ວຍດີໃນວັນເສົາຜ່ານມາ.

ໂດຍໂປຣແກຣມການປົກ ປ້ອງນັກເຕະຂອງ ຟີຟາ ຖືກຕັ້ງ ຂຶ້ນມາໄລຍະປີ 2012 ພາຍຫລັງ ຈາກສະໂມສອນຕ່າງໆເພີ່ມແຮງກົດດັນຕໍ່ ຟີຟາ ເນື່ອງຈາກວ່າເມື່ອ ດາວເຕະຕົວຫຼັກໄປຮັບໃຊ້ຊາດ ໄດ້ຮັບບາດເຈັບກັບມາແຕ່ບໍ່ມີຄົນຮັບຜິດຊອບ. ຕາມກົດຂອງທີ່ ອອກມານັ້ນ ຟີຟາ ຈະເປັນຜູ້ຈ່າຍ ຄ່າຈ້າງ ເຊິ່ງຈະຄວບຄຸມຈົນ ກວ່າຈະເຊົາຈາກອາການບາດ ເຈັບ ໂດຍມີມູນຄ່າບໍ່ເກີນ 100 ລ້ານປອນ ເຊິ່ງຕົວນັກເຕະເອງ ຈະຕ້ອງບາດເຈັບລະຫວ່າງການຮັບໃຊ້ຊາດໃນປະຕິທິນຂອງ ຟີ ຟາ ເທົ່ານັ້ນ.

ຂະນະທີ່ໃນກໍລະນີຂອງ ໂຄແມນ ທີ່ໜ້າຈະຕ້ອງພັກຍາວ ເຖິງ 1 ປີ ຫລັງກະດູກໜ້າແຄ່ງ ຫັກຈາກການຖືກ ນີລ ເທເລີ ກອງ ຫລັງຂອງ ເວລ ສຽບສະກັດແບບ ບໍ່ມີຢັ້ງນັ້ນ ຄາດວ່າໄດ້ຮັບຄ່າຈ້າງ ຈາກ ເອຟເວີຕັນ ຢູ່ທີ່ 45,000 ປອນຕໍ່ອາທິດເທົ່ານັ້ນ.

- 4 - ຟີຟາ ຕົກລົງຈ່າຍຄ່າຈ້າງ ໂຄແມນ ແທນ ເອຟເວີຕັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!