ອາເຈນຕິນາພົບພະຍາດປອດບວມປິດສະໜາ ອາການຄ້າຍຄືໂຄວິດ-19 ຕິດເຊື້ອແລ້ວ 9 ຄົນ ເສຍຊີວິດ 3 ຄົນ


ອາເຈນຕິນາພົບພະຍາດປອດບວມປິດສະໜາທີ່ມີອາການຄ້າຍຄືໂຄວິດ-19 ມີຜູ້ຕິດເຊື້ອແລ້ວ 9 ຄົນ, ເສຍຊີວິດ 3 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານອ້າງການເປີດເຜີຍຂອງເຈົ້າໜ້າທີ່ສາທາລະນະສຸກອາເຈນຕິນາວ່າ: ຜູ້ຕິດເຊື້ອທັງ 9 ຄົນ ຖືກພົບຢູ່ຄລີນິກເອກະຊົນແຫ່ງໜຶ່ງໃນລັດກູຕິມັນ ທາງຕາເວັນອອກສຽງເໜືອຂອງປະເທດ ໂດຍ 8 ຄົນເປັນເຈົ້າໜ້າທີ່ຄລີນິກ ແລະ ອີກ 1 ຄົນ ເປັນຄົນເຈັບທີ່ກຳລັງຢູ່ລະຫວ່າງການປິ່ນປົວຈາກອາການຂອງພະຍາດອື່ນ.
ທ່ານ ຫລຸຍ ເມດິນາ ຣູອິສ ລັດຖະມົນຕີວ່າການກະຊວງສາທາລະນະສຸກລັດກູຕູມັນ ອອກມາຢືນຢັນວ່າ: ໄດ້ຮັບລາຍງານວ່າມີຜູ້ເສຍຊີວິດຈາກພະຍາດປອດບວມປິດສະໜາ ເຊິ່ງບໍ່ຮູ້ແຫລ່ງທີ່ມາຈຳນວນ 3 ຄົນ ເປັນເຈົ້າໜ້າທີ່ 2 ຄົນ ແລະ ຄົນເຈັບຍິງອາຍຸ 70 ປີ 1 ຄົນ ເຊິ່ງເຊື່ອວ່າອາດຈະເປັນ “ຜູ້ປ່ວຍໝາຍເລກສູນ” (patient zero) ຫລື ຜູ້ຕິດເຊື້ອຄົນທຳອິດກ່ອນຈະແພ່ກະຈາຍໄປຫາຜູ້ອື່ນ.
ເຖິງຢ່າງໃດກໍຕາມ, ຜູ້ປ່ວຍ ແລະ ຜູ້ເສຍຊີວິດທີ່ມີການກວດພົບຈົນຮອດປັດຈຸບັນທຸກຄົນມີການເຊື່ອມໂຍງກັບຄລີນິກດັ່ງກ່າວພຽງແຫ່ງດຽວ ໂດຍພາຍຫລັງມີການພົບຜູ້ປ່ວຍຈຳນວນຫລາຍ ເຈົ້າໜ້າທີ່ໄດ້ລະດົມກວດກາເຊື້ອໂຄວິດ-19 ໄຂ້ຫວັດໃຫຍ່ສາຍພັນ A ແລະ B ລວມທັງພະຍາດຕິດເຊື້ອແບກທີເຣຍລີເຈຍແນ (Legionnaires) ແລະ ໄວຣັສຮັນຕາ (hantavirus) ໃຫ້ບຸກຄະລາກອນ ແລະ ຜູ້ປ່ວຍຈຳນວນ 30 ຄົນ ແຕ່ບໍ່ພົບຜູ້ທີ່ມີຜົນບວກຈາກພະຍາດເຫລົ່ານັ້ນ.
ຈາກການເປີດເຜີຍຂອງເຈົ້າໜ້າທີ່ ຜູ້ປ່ວຍ 6 ຄົນທຳອິດເລີ່ມປາກົດອາການໃນວັນທີ 18-22 ສິງຫາ ໂດຍມີ 4 ຄົນທີ່ມີອາການຮຸນແຮງປິ່ນປົວຢູ່ຄລີນິກ ແລະ ອີກ 2 ຄົນຕິດຕາມອາການຢູ່ເຮືອນ, ສ່ວນຜູ້ປ່ວຍ 2 ຄົນຫລ້າສຸດບໍ່ມີການລະບຸວ່າປາກົດອາການເມື່ອໃດ.
ໂດຍອາການປ່ວຍທີ່ປາກົດ ມີທັງການຫາຍໃຈຕິດຂັດຮຸນແຮງ, ປອດບວມ, ມີໄຂ້ສູງ, ປວດເມື່ອຍ ເຊິ່ງຄືກັບອາການຂອງພະຍາດໂຄວິດ-19 ເຊິ່ງປັດຈຸບັນອົງການອະນາໄມໂລກ (WHO) ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດເອີຣົບ (ECDC) ກຳລັງເຝົ້າຕິດຕາມສະຖານະການຂອງພະຍາດດັ່ງກ່າວຢ່າງໃກ້ຊິດ.
ເຈົ້າໜ້າທີ່ສັນນິຖານວ່າ: ການລະບາດອາດມາຈາກເຊື້ອພະຍາດຊິດໃດຊະນິດໜຶ່ງ ໂດຍບໍ່ມີການສົ່ງເຊື້ອໄປກວດຢູ່ສະຖາບັນມັລແບຣນໃນນະຄອນຫລວງບົວໂນສໄອເຣສ ສຳນັກງານຫ້ອງປະຕິບັດການທົດລອງທາງສຸຂະພາບແຫ່ງຊາດ ແລະ ສະຖາບັນຕ່າງໆໃນອາເຈນຕິນາແລ້ວ. ຂະນະດຽວກັນກໍມີການກວດສອບນ້ຳອຸປະໂພກ-ບໍລິໂພກ ລວມທັງເຄື່ອງປັບອາກາດໃນຄລີນິກ ເພື່ອຄົ້ນຫາແຫລ່ງທີ່ມາຂອງເຊື້ອ.
ອ້າງອີງ: