ໄອເອັມເອຟ ອະນຸມັດເງິນກູ້ໃຫ້ແກ່ ສີລັງກາ 2,9ຕື້ໂດລາ ສະຫະລັດ
September 2, 2022 - 5:06 PM


ຂ່າວ AFP ລາຍງານວ່າ: ເມື່ອບໍ່ດົນມານີ້, ກອງທຶນ ການເງິນ ສາກົນ (IMF) ອະນຸມັດ ເງິນຊ່ວຍເຫລືອ ໃຫ້ແກ່ ລັດຖະບານ ສີລັງກາ ມູນຄ່າ 2,9 ຕື້ ໂດລາ ສະຫະລັດ ໃນໄລຍະເວລາ 4ປີ ເພື່ອແກ້ໄຂ ວິກິດ ພາຍໃນປະເທດ ຫລັງຈາກ ສີລັງກາ ຜະເຊີນກັບ ວິກິດ ຂາດແຄນ ອາຫານ,ນ້ຳມັນ ເຊື້ອໄຟ, ຢາປິ່ນປົວ ພະຍາດ ລວມທັງ ພະລັງງານ ໄຟຟ້າ ແລະ ສະພາວະ ເງິນເຟີ້ ທີ່ບໍ່ສາມາດ ຄວບຄຸມໄດ້ ນຳໄປສູ້ ຄວາມວຸ້ນວາຍ ພາຍໃນປະເທດ.ເງິນບ້ວງດັ່ງກ່າວ ພາຍໃຕ້ ເງື່ອນໄຂ ທີ່ວ່າ ລັດຖະບານ ສີລັງກາ ຈະຕ້ອງປັບໂຄງສ້າງ ເງິນກູ້ ຕ່າງປະເທດ ທີ່ຄ້າງຈ່່າຍ ຈຳນວນ51 ຕື້ໂດລາ ສະຫະລັດ ໃຫ້ໄວ້ທີ່ສຸດ.