ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ - 304898888 797362605045775 7636060029299859642 n - ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ - kitchen vibe - ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ
ຫວ່າງບໍ່ດົນມານີ້ ທີ່ ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ນະຄອນຫຼວງ ລິດສະບອນ, ທ່ານ ຄຳອິນ ຄິດຈະເດດ ໄດ້ຍື່ນສານຕາຕັ້ງ ຕໍ່ພະນະທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ (H.E. Marcelo Rebelo de Sousa) ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ເພື່ອດຳລົງຕຳແໜ່ງເປັນເອກອັກຄັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ປອກຕຸຍການ ຊຶ່ງມີສະຖານທູດຕັ້ງຢູ່ນະຄອນຫຼວງປາຣີ (ຝຣັ່ງ).
ໃນໂອກາດອັນສະຫງ່າລາສີນີ້, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະ ພາບ, ຄວາມສົມບູນພູນສຸກ ແລະ ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ພະນະທ່ານປະທານປະເທດ ແຫ່ງ ສາທາລະນະລັດ ປອກຕຸຍການ ແລະ ພ້ອມທັງຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນປອກຕຸຍການທຸກທົ່ວໜ້າ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມດີໃຈທີ່ໄດ້ຖືກແຕ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ປອກຕຸຍການ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ດຳລົງຕຳແໜ່ງ ຈະເຮັດສຸດຄວາມສາມາດໃນການເພີ່ມທະວີການສົ່ງເສີມສຳພັນໄມຕີ, ການຮ່ວມມືຂອງສອງປະເທດໃຫ້ດີຂຶ້ນໃນອະນາຄົດ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານ ປະທານາ ທິບໍດີ, ລັດຖະບານ ແລະ ປະຊາຊົນ ປອກຕຸຍການ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນດ້ານການສຶກສາ ແລະ ຫວັງວ່າ ຈະໄດ້ສືບຕໍ່ຜັນຂະຫຍາຍການຮ່ວມມືຢ່າງດີໃນຕໍ່ໜ້າ. ພ້ອມດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ກໍໄດ້ອວຍພອນໄຊອັນປະເສີດໃຫ້ພະນະທ່ານປະທານາທິບໍດີ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນ ປອກຕຸຍການ ທຸກທົ່ວໜ້າ.
ໃນໂອກາດດຽວກັນນີ້, ພະນະທ່ານ ປະທານາທິບໍດີ ມາເຊໂລ ກໍໄດ້ສະແດງຄວາມຊົມເຊີຍ ທ່ານເອກອັກຄະລັດຖະທູດ ຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄວາມອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ທຸກທົ່ວໜ້າ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປອກຕຸຍການ ໄດ້ສ້າງສາຍພົວພັນການທູດນຳກັນໃນວັນທີ 31 ພຶດສະພາ 1995; ສປປ ລາວ ມີສະຖານທູດຕັ້ງຢູ່ ນະຄອນຫຼວງປາຣີ (ຝຣັ່ງ) ຮັບຜິດຊອບ ປະເທດປອກຕຸຍການ ແລະ ສາທາລະນະລັດ ປອກຕຸຍການ ມີສະຖານທູດຕັ້ງຢູ່ນະຄອນຫຼວງບາງກອກ (ໄທ) ຮັບຜິດຊອບ ສປປ ລາວ.
อาจเป็นรูปภาพของ 4 คน, ผู้คนกำลังยืน และ สถานที่ในร่ม ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ - 304802450 797362641712438 365865873639285876 n - ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ - 3 - ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!