ຈີນລັອກດາວຄວບຄຸມໂຄວິດເມືອງເສິງຕູ ຫ້າມ 21 ລ້ານຄົນອອກນອກເຮືອນຖ້າບໍ່ຈຳເປັນ


ເມືອງເສິງຕູ ເຊິ່ງເປັນໜຶ່ງໃນເມືອງໃຫຍ່ທີ່ສຸດຂອງຈີນ ຢູ່ພາຍໃຕ້ມາດຕະການລັອກດາວ ເພື່ອຄວບຄຸມໂຄວິດ-19, ປະຊາກອນ 21 ລ້ານຄົນ ຕ້ອງຢູ່ເຮືອນໃຫ້ຫລາຍທີ່ສຸດ.
ວັນທີ 2 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ເທສະບານເມືອງເສິງຕູ ເຊິ່ງເປັນເມືອງເອກຂອງມົນທົນເສສວນ ທີ່ຢູ່ທາງຕາເວັນຕົກສຽງໃຕ້ຂອງຈີນ ປະກາດການລັອກດາວເພື່ອຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃນທ້ອງຖິ່ນ ນັບແຕ່ວັນທີ 28 ສິງຫາຜ່ານມາ ແລະ ຍັງບໍ່ມີກຳນົດແນ່ນອນວ່າ: ມາດຕະການນີ້ຈະສິ້ນສຸດເມື່ອໃດ.
ສຳລັບແນວທາງປະຕິບັດພາຍໃຕ້ໄລຍະລັອກດາວນັ້ນ ປະຊາກອນ 21,2 ລ້ານຄົນ ຕ້ອງຢູ່ແຕ່ພາຍໃນເຄຫາສະຖານໃຫ້ຫລາຍທີ່ສຸດ ໂດຍແຕ່ລະຄອບຄົວສາມາດສົ່ງຕົວແທນໄດ້ພຽງຄົນດຽວ ເພື່ອອອກນອກເຮືອນມາຊື້ສິ່ງຂອງຈຳເປັນວັນລະ 1 ຄັ້ງ ແລະ ຜູ້ຢູ່ອາໄສທຸກຄົນໃນເມືອງເສິງຕູ ຕ້ອງເຂົ້າຮັບການກວດຄັ້ງຕໍ່ໄປ ໃນວັນທີ 4 ກັນຍານີ້.
ທັງນີ້, ການລັອກດາວເມືອງເສິງຕູ ເຊິ່ງຢືນຢັນຜູ້ຕິດເຊື້ອໂຄວິດ-19 ໃນພື້ນທີ່ 157 ຄົນ ໃນວັນທີ 1 ກັນຍາຜ່ານມາ ຖືເປັນການລັອກດາວມະຫານະຄອນຄັ້ງໃຫຍ່ທີ່ສຸດຂອງຈີນ ນັບແຕ່ການລັອກດາວນະຄອນຊຽງໄຮ້ ເຊິ່ງມີປະຊາກອນ 25 ລ້ານຄົນ ຍາວນານ 2 ເດືອນ ລະຫວ່າງເດືອນເມສາ-ພຶດສະພາຜ່ານມາ. ຂະນະທີ່ໂຮງຮຽນທຸກແຫ່ງໃນນະຄອນຊຽງໄຮ້ ກັບມາເປີດການຮຽນການສອນແບບປົກກະຕິພາຍໃນຊັ້ນຮຽນ ໃນວັນທີ 1 ກັນຍາຜ່ານມາ ແຕ່ມີເງື່ອນໄຂວ່າ: ນັກຮຽນ, ຄູ ແລະ ບຸກຄະລາກອນທຸກຄົນໃນສະຖານສຶກສາ ຕ້ອງເຂົ້າຮັບການກວດໂຄວິດ-19 ທຸກວັນ.