ເຟເດີເຣີ-ວາວຣິນກາ ຜ່ານເຂົ້າຮອບ 4 ເຕັນນິສ ໄມອາມີ ໂອເພນ


ດ້ານ ສະແຕນ ວາວຣິນກາ ມືວາງອັນດັບ 1 ຂອງລາຍການ ຈາກ ສະວິດ ເອົາຊະນະ ມາເລັກ ຈາຊິຣີ ຈາກ ຕູນີເຊຍ 2-0 ເຊັດ 6-3, 6-4. ເຂົ້າໄປພົບກັບ ອະ ເລັກຊານເດີ ຊະເວເຣຟ ຈາກ ເຢຍລະມັນ ທີ່ເອົາຊະນະ ຈອນ ອິສເນີ ຊາວ ອາເມຣິກາ 2-1 ເຊັດ 6-7, 7-6, 7-6.
+ ສ່ວນຜົນແຂ່ງຂັນຄູ່ອື່ນໆ ມີດັ່ງນີ້:
– ນິກ ຄີກອສ 2-1 ເຊັດ ອິ ໂວ ຄາໂລວິດ 6-4, 6-7, 7-6.
– ເດວິດ ກອຟຟິນ 2-1 ເຊັດ ດິເອໂກ ຊວາຊະແມນ 4-6, 6-3, 7-5.
– ໂທມັສ ເບີດິດ 2-0 ເຊັດ ຊິລ ມຸລເລີ 6-3, 6-4.
– ອາດຣຽນ ມານນາຣິໂນ 2-1 ເຊັດ ບໍນາ ຄໍຣິດ 6-4, 2-6, 7-6.
ປະເພດຍິງດ່ຽວຮອບ 4 ແອງເຈລິກ ແຄເບີ ມືວາງອັນດັບ 1 ຂອງລາຍການຊາວ ເຢຍລະ ມັນ ເອົາຊະນະ ຣິຊະ ໂອຊາກິ ຈາກ ຢິ່ປຸ່ນ 2-0 ເຊັດ 6-2, 6-2. ເຂົ້າຮອບ 8 ຄົນສຸດທ້າຍໄປພົບ ກັບ ວີສ ວິລລຽມ ມືວາງອັນດັບ 11 ຈາກ ສະຫະລັດ ທີ່ເອົາຊະນະ ຊະເວດລານາ ຄຸດເນໂຊວາ ຈາກ ຣັດເຊຍ 2-0 ເຊັດ 6-3, 7-6.
ດ້ານ ຄາໂຣໄລນາ ວອດ ນຽກກີ ມືວາງອັນດັບ 12 ຈາກ ເດນມາກ ເອົາຊະນະ ກາບິນ ມູກູຣູຊາ ມືວາງອັນດັບ 6 ຈາກ ສະເປນ ທີ່ຂໍຍອມເສຍເນື່ອງຈາກ ວິນຫົວທີ່ເຊື່ອວ່າເປັນເພາະສະ ພາບອາກາດຮ້ອນ ວອດນຽກກີ ຈະພົບກັບ ລູຊີ ຊາຟາໂຣວາ ທີ່ຊະ ນະ ໂດມິນິກາ ຊິບຸລໂຄວາ ມືວາງ ອັນດັບ 4 ຈາກ ສະໂລວະເກຍ 7-6, 6-1.