Fed ຈະປັບຂຶ້ນອັດຕາດອກເບ້ຍສົ່ງຜົນໃຫ້ສະກຸນເງິນໃນອາຊີອ່ອນຄ່າ


ອີງຕາມຂ່າວຈາກ bangkokbiznews ໃນວັນທີ 29 ສິງຫາ 2022 ສະກຸນເງິນ ຂອງປະເທດຕ່າງໆ ໃນພາກພື້ນ ອາຊີ ປາຊີຟິກ ອ່ອນຄ່າລົງ ເມື່ອທຽບໃສ່ກັບ ໂດລາ ສະຫະລັດ, ຫລັງຈາກ ທ່ານ ເຈີໂຣມ ພາແວລ (Jerome Powell), ປະທານ ທະນາຄານກາງ ສ.ອາເມລິກາ (Fed) ຈະປັບຂຶ້ນ ອັດຕາດອກເບ້ຍ ນະໂຍບາຍເພື່ອສະກັດກັ້ນ ໄພເງິນເຟີ້ ເຖິງວ່າ ອາດຈະສົ່ງຜົນກະທົບຕໍ່ການຂະຫຍາຍຕົວທາງເສດຖະກິດ ແລະ ຕະຫລາດແຮງງານ ຂອງ ສ.ອາເມລິກາ. ສຳລັບ ໂດລາ ສະຫະລັດ ແຂງຄ່າຂຶ້ນ 1% ເມື່ອທຽບໃສ່ ສະກຸນ ເງິນວອນ ລະດັບ 1.349,6ວອນ. ໂດລາ ສະຫະລັດ ແຂງຄ່າຂຶ້ນ 0,6% ເມື່ອທຽບໃສ່ ສະກຸນ ເງິນເຢນ ລະດັບ 138,53 ເຢນ,ແຂງຄ່າຂຶ້ນ0,3% ເມື່ອທຽບໃສ່ ໂດລາ ສິງກະໂປ ລະດັບ 1,3988 ໂດລາ ສິງກະໂປ ແລະ ແຂງຄ່າ 0,3 ເມື່ອທຽບໃສ່ ໂດລາອົດສະຕຣາລີ ລະດັບ 0,6863 ໂດລາອົດສະຕຣາລີຕໍ່ ໂດລາ ສະຫະລັດ