ປູກຖົ່ວງອກກິນເອງແບບປອດໄພ ພາຍໃນ 3 ມື້

ປູກຖົ່ວງອກກິນເອງແບບປອດໄພ ພາຍໃນ 3 ມື້ - 6 7 - ປູກຖົ່ວງອກກິນເອງແບບປອດໄພ ພາຍໃນ 3 ມື້
ປູກຖົ່ວງອກກິນເອງແບບປອດໄພ ພາຍໃນ 3 ມື້ - kitchen vibe - ປູກຖົ່ວງອກກິນເອງແບບປອດໄພ ພາຍໃນ 3 ມື້

ຖົ່ວງອກເປັນຜັກສົດທີ່ຫລາຍຄົນມັກນໍາມາປຸງແຕ່ງ ແລະ ກິນຄູ່ກັບອາຫານຫລາຍຢ່າງເຊັ່ນ ເຝີ, ລາບ, ແກງ… ສາມາດກິນໄດ້ທັງດິບ-ສຸກ ແລະ ດີຕໍ່ສຸຂະພາບອີກດ້ວຍ, ຖົ່ວງອກເປັນຜັກທີ່ຫາຊື້ໄດ້ງ່າຍ ມີຂາຍຖົ່ວໄປໃນຕະຫລາດ, ແຕ່ຮູ້ບໍ່ວ່າຖົ່ວງອກນັ້ນເປັນຜັກທີ່ປູກໄດ້ງ່າຍ ແລະ ທ່ານກໍສາມາດປູກກິນເອງໄດ້ພາຍໃນເວລາ 2-3 ມື້ ແລະ ຍັງເຮັດໃຫ້ເຮົາມີຖົ່ວງອກສົດໆກິນໄດ້ຕະຫລອດ. ເຊິ່ງອຖປະກອນການປູກສາມາດໃຊ້ພາຊະນະໄດ້ຫລາຍຢ່າງຕາມຄວາມສະດວກເຊັ່ນ: ກະຕຸກນໍ້າ, ຈອກຢາງ, ກ່ອງໂຟມ, ກະຕ່າຢາງ… ແຕ່ມື້ນີ້ພວກເຮົາ ສາລະໜ້າຮູ້ ລາວພັດທະນາ ຈະຍົກເອົາວີທີປູກໃນກະປຸກແກ້ວ (ຖ້າບໍ່ມີແບບແກ້ວສາມາດໃຊ້ກະປຸກຢາງໄດ້) ໂດຍມີວິທີການປູກດັ່ງນີ້:

1. ຂັ້ນຕອນການກ້າແກ່ນ

ປູກຖົ່ວງອກກິນເອງແບບປອດໄພ ພາຍໃນ 3 ມື້ - Visit Laos Visit SALANA BOUTIQUE HOTEL - ປູກຖົ່ວງອກກິນເອງແບບປອດໄພ ພາຍໃນ 3 ມື້

+ ອຸປະກອນ:

     – ກະປຸກ

– ແກ່ນຖົ່ວຂຽວ

– ຜ້າຂາວບາງ 2 ຜືນ

– ຢາງຮັດ ຫລື ເຊືອກຟາງ

– ເຈ້ຍ

2. ຂັ້ນຕອນການປູກ

  1. ລ້າງແກ່ນຖົ່ວຂຽວດ້ວຍນໍ້າສະອາດ, ແຊ່ໃນນໍ້າອຸ່ນ ປະມານ 6-8 ຊົ່ວໂມງ ຫລື ແຊ່ປະໄວ້ຂ້າມຄືນ ເພື່ອກະຕຸ້ນການຈະເລີນເຕີບໂຕຂອງແກ່ນຖົ່ວຂຽວ.
  2. ຫລັງຈາກແຊ່ປະໄວ້ແລ້ວ 6-8 ຊົ່ວໂມງ ໃຫ້ຖອກນໍ້າອອກແລ້ວເອົາແກ່ນຖົ່ວຂຽວທີ່ແຊ່ໄວ້ນັ້ນໄປໃສ່ໃນກະປຸກ ຫລັງຈາກນັ້ນໃຊ້ຜ້າຂາວ ຫລື ເສື້ອເກົ່າທີ່ຊັກສະອາດແລ້ວ ມາອັດປາກກະປຸກ ແລ້ວເອົາຢາງບ້ວງ ຫລື ເຊືອກຟາງ ມາຮັດປາກກະປຸກໄວ້ໃຫ້ແໜ້ນ ແລ້ວເອົາໄປໃສ່ນໍ້າ ໂດຍຜ່ານຜ້າທີ່ຮັດປາກກະປຸກນັ້ນ ແລະ ສັ່ນເລັກໜ້ອຍ ຫລັງຈາກນັ້ນກໍຖອກນໍ້າອອກ.
  3. ວາງກະປຸກແບບລວງນອນໃນບ່ອນທີ່ບໍ່ຖືກແສງແດດ ຫລື ໃຊ້ຜ້າມາປົກເພື່ອບໍ່ໃຫ້ຖືກແສງແດດ.
  4. ຫົດນໍ້າ ທຸກໆ 4-6 ຊົ່ວໂມງ ເພື່ອເພີ່ມຄວາມຊຸ່ມ ໂດຍກາຍຫົດນໍ້າຜ່ານຜ້າທີ່ອັດໄວ້ນັ້ນ(ແບບບໍ່ຕ້ອງແກະອອກ) ສັ່ນກະປຸກເລັກໜ້ອຍ, ແລ້ວປະໄວ້ 1-2 ນາທີ ຫລັງຈາກນັັ້ນກໍຖອກນໍ້າອອກ ແລ້ວເອົາໄປວາງໄວ້ບ່ອນເກົ່າ.
  5. ປະຕິບັດຂັ້ນຕອນທີ່ 4 ຈົນຄົບ 3 ມື້ ຖົ່ວງອກກໍຈະຂຶ້ນເຕັມກະປຸກ, ເອົາໄປລ້າງນໍ້າໃຫ້ສະອາດ ພຽງເທົ່ານີ້ຖົ່ວງອກກໍພ້ອມທີ່ຈະນໍາໄປປຸງອາຫານໄດ້ແລ້ວ.
ປູກຖົ່ວງອກກິນເອງແບບປອດໄພ ພາຍໃນ 3 ມື້ - 5 - ປູກຖົ່ວງອກກິນເອງແບບປອດໄພ ພາຍໃນ 3 ມື້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!