ກຳປູເຈຍຊ່ວຍຄົນຕ່າງປະເທດ 856 ຄົນ ຫລົງເຊື່ອໄດ້ຄ່າຕອບແທນສູງ ຖືກບັງຄັບເຮັດວຽກຜິດກົດໝາຍ

ກຳປູເຈຍຊ່ວຍຄົນຕ່າງປະເທດ 856 ຄົນ ຫລົງເຊື່ອໄດ້ຄ່າຕອບແທນສູງ ຖືກບັງຄັບເຮັດວຽກຜິດກົດໝາຍ - 180373d28c101ac8c8352d - ກຳປູເຈຍຊ່ວຍຄົນຕ່າງປະເທດ 856 ຄົນ ຫລົງເຊື່ອໄດ້ຄ່າຕອບແທນສູງ ຖືກບັງຄັບເຮັດວຽກຜິດກົດໝາຍ
ກຳປູເຈຍຊ່ວຍຄົນຕ່າງປະເທດ 856 ຄົນ ຫລົງເຊື່ອໄດ້ຄ່າຕອບແທນສູງ ຖືກບັງຄັບເຮັດວຽກຜິດກົດໝາຍ - kitchen vibe - ກຳປູເຈຍຊ່ວຍຄົນຕ່າງປະເທດ 856 ຄົນ ຫລົງເຊື່ອໄດ້ຄ່າຕອບແທນສູງ ຖືກບັງຄັບເຮັດວຽກຜິດກົດໝາຍ

ທາງການ​ກຳປູ​ເຈຍ​ເປີດ​ເຜີຍ​​ຄົນ​ຕ່າງປະ​ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ພາຍຫລັງຕົກເປັນເຫຍື່ອຂອງການຄ້າມະນຸດໃນໄລຍະ 8 ເດືອນຜ່ານມາ ຈຳນວນ 865 ຄົນ, ສ່ວນຫລາຍແມ່ນຖືກຫລອກລວງທາງອິນເຕີເນັດ ຂະນະ​ທີ່​​ລາຍ​ງານ​ພິ​ເສດຂອງ​ອົງການ​ສະຫະ​ປະຊາ​ຊາດ​ກັງວົນ​ວ່າ​ຜູ້ທີ່ຕົກເປັນເຫຍື່ອ​ອາດ​ຈະ​ຖືກ​ທໍລະມານ​ຢ່າງ​ໜັກໜ່ວງຈົນເຖິງຂັ້ນເສຍຊີວິດ.

ຊາ ເຄັງ ລັດຖະມົນຕີການຕ່າງປະເທດ ກຳປູເຈຍກ່າວວ່າ: ທາງການກຳປູເຈຍຊ່ວຍເຫລືອຄົນຕ່າງປະເທດປະມານ 856 ຄົນ ຈ່າກຄະດີຄ້່ມະນຸດ 87 ຄະດີ ລະຫວ່າງວັນທີ 1 ມັງກອນ -20 ສິງຫາ 2022 ແລະ ສົ່ງຕົວຜູ້ຕ້ອງສົງໄສ 17 ຄະດີ ຂື້ນສານແລ້ວ 60 ຄົນ.

ກຳປູເຈຍຊ່ວຍຄົນຕ່າງປະເທດ 856 ຄົນ ຫລົງເຊື່ອໄດ້ຄ່າຕອບແທນສູງ ຖືກບັງຄັບເຮັດວຽກຜິດກົດໝາຍ - Visit Laos Visit SALANA BOUTIQUE HOTEL - ກຳປູເຈຍຊ່ວຍຄົນຕ່າງປະເທດ 856 ຄົນ ຫລົງເຊື່ອໄດ້ຄ່າຕອບແທນສູງ ຖືກບັງຄັບເຮັດວຽກຜິດກົດໝາຍ

ຜົນການສືບສວນ-ສອບສວນ ຂອງຄົນຕ່າງປະເທດໃຫ້ຮູ້ວ່າ: ຄົນຕ່າງປະເທດສ່ວນໃຫຍ່ຖືກຫລອກລວງຜ່ານສື່ສັງຄົມອອນລາຍໃຫ້ຂ້າມຊາຍແດນເຂົ້າໄປໃນກຳປູເຈຍຢ່າງຜິດກົດໝາຍ ດ້ວຍສັນຍາຂອງການເຮັດວຽກຈະໄດ້ຄ່າຕອບແທນສູງ ແຕ່ຖືກບັງຄັບໃຫ້ເຮັດວຽກໃນບໍລິສັດການພະນັນອອນລາຍຜິດກົດໝາຍ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດ, ເຊິ່ງກຸ່ມອາດຊະຍາກອນໄດ້ລັກລອບຂົນຍ້າຍຈາກບໍລິສັດໜຶ່ງໄປອີກບໍລິສັດໜຶ່ງ ຫລື ຈາກກຸ່ມໜຶ່ງໄປອີກກຸ່ມໜຶ່ງ ແລະ ບາງຄັ້ງກໍຖືືກການໃຊ້ຄວາມຮຸນແຮງ ແລະ ຂົ່ມຂູ່ຖ້າຫາກບໍ່ເຊື່ອຟັງຄຳສັ່ງ.

​ລາຍ​ງານ​ພິ​ເສດ​ຂອງອົງການສະຫະ​ປະຊາ​ຊາດລະບຸວ່າ: ປັດຈຸ​ບັນ​ກຳປູ​ເຈຍ​ໄດ້​ຫັນປ່ຽນ​ຈາກຕົ້ນທາງ​ການ​ຄ້າ​ມະນຸດສູ່ປະເທດປາຍທາງວຂອງຂະຂະບວນດັ່ງກ່າວ ​ແລະ ​ສະ​ເໜີ​ໃຫ້​ກຳປູ​ເຈຍ​ຕ້ອງ​ມີ​ມາດ​ຕະການ​ທີ່​ເຂັ້ມ​ງວດ​ກວ່າ​ນີ້ ​ເພື່ອ​ແກ້​ໄຂ​ບັນຫາ ເຊິ່ງອາດຈະນຳໃຊ້ກົດໝາຍວ່າດ້ວຍໂທລະຄົມມະນາຄົມມາເສີມ ລວມທັງການປະຕິບັດຕໍ່ຜ້ຖືກເຄາະຮ້າຍໃນລັກສະນະເປັນມິດ.

 

 

ກຳປູເຈຍຊ່ວຍຄົນຕ່າງປະເທດ 856 ຄົນ ຫລົງເຊື່ອໄດ້ຄ່າຕອບແທນສູງ ຖືກບັງຄັບເຮັດວຽກຜິດກົດໝາຍ - 4 - ກຳປູເຈຍຊ່ວຍຄົນຕ່າງປະເທດ 856 ຄົນ ຫລົງເຊື່ອໄດ້ຄ່າຕອບແທນສູງ ຖືກບັງຄັບເຮັດວຽກຜິດກົດໝາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!