ອິນເດຍລະເບີດຕຶກແຝດສູງ 100 ແມັດ ຫລັງສ້າງຜິດກົດໝາຍ-ຕໍ່ສູ້ຄະດີມາກວ່າ 9 ປີ


ວັນທີ 28 ສິງຫາ 2022, ເຈົ້າໜ້າທີ່ທາງການຂອງນອກເມືອງນະຄອນຫລວງນິວເດລີລະເບີດຕຶກແຝດທີ່ມີຄວາມສູງເຖິງ 100 ແມັດ ເຊິ່ງມີຄວາມສູງກວ່າຫໍຄອຍກຸຕຸບມີນາທີ່ຕັ້ງຢູ່ໃນໝູ່ບ້ານມໍລະດົກໂລກ ແລະ ເປັນໜຶ່ງໃນສັນຍາລັກສຳຄັນຂອງເມືອງຫລວງອິນເດຍແຫ່ງນີ້ ຫລັງສ້າງຜິດກົດໝາຍ ໂດຍເຂດທີ່ພັກອາໄສບໍ່ເຄີຍມີໃຜໄດ້ເຂົ້າມາຢູ່ ເຫດເພາະການຕໍ່ສູ້ຄະດີທີ່ດຳເນີນມາກວ່າ 9 ປີ.
ຕຶກແຝດດັ່ງກ່າວທີ່ມີຄວາມສູງ 32 ແລະ 29 ຊັ້ນ ໃນເມືອງນອຍດາ ສ້າງຂຶ້ນພາຍໃຕ້ໂຄງການຂອງບໍລິສັດດ້ານອະສັງຫາລິມະຊັບຄື Supertech Ltd. ເຊິ່ງໄດ້ຮັບຂໍ້ກ່າວຫາວ່າລະເມີດກົດໝາຍກ່ຽວກັບການຄວບຄຸມການກໍ່ສ້າງອາຄານ ໂດຍສານສູງສຸດອິນເດຍລະບຸວ່າ: Supertech Ltd. ຮ່ວມມືກັບເຈົ້າໜ້າທີ່ລັດ ອາໄສຊ່ອງຫວ່າງຝ່າຝືນກົດໝາຍຄວບຄຸມອາຄານ ອີກທັງຍັງບໍ່ຂໍຄວາມຍິນຍອມຈາກເຈົ້າຂອງອາພາດເມັນ ແລະ ປະຊາຊົນທີ່ຢູ່ໃນບໍລິເວນໃກ້ຄຽງດັ່ງກ່າວ ເພື່ອກໍ່ສ້າງອາຄານນຳອີກ.
ທາງການອິນເດຍໄດ້ສັ່ງອົບພະຍົບປະຊາຊົນທີ່ຢູ່ໃນພື້ນທີ່ສ່ຽງ ເຊິ່ງອາດຈະໄດ້ຮັບອັນຕະລາຍຈາກແຮງລະເບີດຕຶກ ກ່ອນຈະທຳລາຍຕຶກແຝດດັ່ງກ່າວລົງໄດ້ພາຍໃນບໍ່ເທົ່າໃດວິນາທີ ໂດຍໃຊ້ລະເບີດຫລາຍກວ່າ 3.700 ກິໂລ ສົ່ງຜົນໃຫ້ຝຸ່ນລະອອງ ແລະ ເສດຊາກຕຶກກະຈາຍໄປທົ່ວບໍລິເວນ ໂດຍຄາດວ່າຈະໃຊ້ໄລຍະເວລາໃນການເຄື່ອນຍ້າຍເສດຊາກຕຶກດັ່ງກ່າວສຳເລັດພາຍໃນ 2-3 ເດືອນ.
ອ້າງອີງ:
- https://www.aljazeera.com/news/2022/8/28/india-demolishes-100-metre-noida-twin-towers
- https://timesofindia.indiatimes.com/city/noida/gone-in-12-seconds-noida-twin-towers-rest-in-pieces/articleshow/93841467.cms
- https://www.ndtv.com/india-news/why-are-noida-supertech-twin-towers-being-demolished-an-explainer-3293178