ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ

ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ - 302323515 111605238340645 7158763222502120154 n - ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ
ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ - kitchen vibe - ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ
ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ ລາຍງານວ່າ: ທ້າຍອາທິດທີ່ຜ່ານມານີ້ ແຂວງອຸດົມໄຊ ເກີດມີຝົນຕົກໜັກຈາກຜົນກະທົບຂອງພະຍຸ MA-ON (ມາອອນ) ພັດຜ່ານທະເລຈີນໃຕ້ເຂົ້າສູ່ພາກເໜືອຂອງ ສປປ ລາວ ກວມບໍລິເວນວົງກວ້າງນານເກືອບ 10 ຊົ່ວໂມງ ເຮັດໃຫ້ນ້ຳຫ້ວຍຫລາຍສາຍໄຫລລົງສົມທົບໃສ່ ແມ່ນ້ຳຕ່າງໆຢູ່ 3 ເມືອງ ຂອງແຂວງອຸດົມໄຊ ໂດຍສະເພາະແມ່ນນ້ຳກໍ ແລະ ນ້ຳມາວ ຂຶ້ນສູງ ໄຫລເຂົ້າຖ້ວມ ຢູ່ຫລາຍບ້ານ ທີ່ຂຶ້ນກັບ 3 ເມືອງ ຄື: ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນຢູ່ເຂດດັ່ງກ່າວຢ່າງໜັກໜ່ວງສົມຄວນ.
อาจเป็นรูปภาพของ 1 คน, ต้นไม้ และ กลางแจ้ง ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ - 302426305 111605201673982 2098037336224613045 n - ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ
ທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງ – ເມືອງຫລາ ໄດ້ໃຫ້ສຳພາດວ່າ: ເມືອງຫລາໄດ້ຮັບຜົນກະທົບ ແລະ ເສຍຫາຍໜັກໜ່ວງ ຈາກໄພນ້ຳຖ້ວມຄັ້ງນີ້ ໂດຍສະເພາະແມ່ນ ເສັ້ນທາງ, ຂົວ, ໄຟຟ້າ, ນ້ຳປະປາ, ລະບົບການສື່ສານ, ອາຄານ, ບ້ານ, ເຮືອນ, ຜົນຜະລິດ ຂອງປະຊາຊົນໄດ້ຮັບຜົນເສຍຫາຍ. ນອກຈາກນີ້, ຍັງມີ ຂົວທີ່ໄດ້ຮັບຜົນກະທົບມີ ຈຳນວນ 4 ຂົວ, ໃນນີ້ໃຊ້ສັນຈອນໄປ – ມາບໍ່ໄດ້ ຈຳນວນ 2 ຂົວ, ຄາດຄະເນເບື້ອງຕົ້ນ ບ້ານທີ່ໄດ້ຮັບຜົນກະທົບມີ ຈຳນວນ 15 ບ້ານ ໂດຍສະເພາະແມ່ນ ບ້ານຫລັກ 21 ໄດ້ຮັບຜົນກະທົບໜັກ. ລະບົບນ້ຳປະປາ ຫົວງານນ້ຳປະປາເປ່ເພເສຍຫາຍບໍ່ສາມາດໃຊ້ການໄດ້ ເຮັດໃຫ້ປະຊາຊົນຂາດນ້ຳສະອາດນຳໃຊ້ເຂົ້າໃນຊີວິດປະຈຳວັນ.
อาจเป็นรูปภาพของ 1 คน และ กลางแจ้ง ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ - 302341540 111605335007302 4931446495416689102 n - ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ
ທ່ານ ຄຳແສງ ອາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ເມືອງຫລາ ໃຫ້ສຳພາດວ່າ: ເສັ້ນທາງໄດ້ຮັບຜົນກະທົບ ແມ່ນເສັ້ນທາງຫລວງແຫ່ງຊາດ ແຕ່ກິໂລແມັດທີ 15 ຫາ 24 (ເມືອງໄຊ – ເມືອງຫລາ) ບໍ່ສາມາດສັນຈອນໄປ – ມາໄດ້. ປະຈຸບັນ ສາມາດແກ້ໄຂເປີດນຳໃຊ້ເສັ້ນທາງໄດ້ແລ້ວ ແຕ່ສາມາສັນຈອນໄດ້ພຽງແຕ່ລົດເບົາ ສ່ວນລົດບັນທຸກໜັກຍັງບໍ່ສາມາດເປີດໃຫ້ສັນຈອນເທື່ອ ເນື່ອງຈາກເສັ້ນທາງຍັງມີຄວາມສ່ຽງຕໍ່ການຮັບນ້ຳໜັກຂອງລົດບັນທຸກ.
อาจเป็นรูปภาพของ ต้นไม้ และ กลางแจ้ง ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ - 302105954 111605128340656 305976056229743488 n - ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ
ປະຈຸບັນ ຕໍ່ກັບໄພນ້ຳຖ້ວມຢູ່ແຂວງອຸດົມໄຊ ທາງການນຳຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ພວມເລັ່ງເຂົ້າຊ່ວຍເຫລືອບັນດາບ້ານທີ່ປະສົບໄພ ແລະ ແກ້ໄຂ.
ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ - 5 - ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!