ຄືນນີ້ ອົງການ NASA ກຽມປ່ອຍຈະຫລວດຂຶ້ນສູ່ອາວະກາດ ປູທາງສົ່ງມະນຸດໄປສູ່ດວງຈັນອີກຄັ້ງໃນຮອບ 50 ປີ ດ້ວຍພາລະກິດຂອງ Artemis I


ວັນທີ 29 ສິງຫາ 2022 ນີ້ ອົງການ NASA ກຽມປ່ອຍຈະຫລວດ Space Launch System (SLS) ຂຶ້ນສູ່ອະວາກາດໃນເວລາ 19:33 ໂມງ ຕາມເວລາປະເທດໄທ. ຈາກສູນອະວາກາດ Kennedy Space Center ໃນລັດຟໍຣິດາ ສະຫະລັດອາເມຣິກາ ກັບພາລະກິດ Artemis I, ເຊິ່ງມີຈຸດປະສົງທີ່ຈະນໍາມະນຸດໄປສູ່ດວງຈັນອີກຄັ້ງໃນ 50 ປີ.
ພາລະກິດ Artemis I ທີ່ຈະເປີດສາກໃນຄືນນີ້ເປັນພຽງບາດກ້າວທຳອິດໃນໂຄງການສຳຫລວດດວງຈັນທີ່ມີຄວາມທ້າທາຍ ຂອງອົງການ NASA, ຫລັງຈາກ 50 ປີກ່ອນ ສະຫະລັດ ເຄີຍປະສົບຜົນສຳເລັດໃນການສົ່ງນັກບິນອະວາກາດຂຶ້ນສູ່ດວງຈັນໃນພາລະກິດ Apollo 17 ເຊິ່ງເປັນພາລະກິດສຳຫລວດດວງຈັນທີ່ດົນທີ່ສຸດເຖິງ 12.5 ວັນ.
ແນວໃດກໍຕາມ ການປ່ອຍຈະຫລວດໃນຄືນນີ້ຍັງບໍ່ມີມະນຸດຂຶ້ນໄປນຳ ເພາະຈຸດປະສົງຕົ້ນຕໍຂອງພາລະກິດຂອງ Artemis I ແມ່ນເພື່ອທົດສອບການເຮັດວຽກຂອງລູກສອນໄຟ SLS, ລວມທັງຍານອະວາກາດ Orion, ເຊິ່ງຈະຖືກນໍາໃຊ້ເພື່ອບັນທຸກນັກບິນອະວາກາດຂຶ້ນສູ່ອະວາກາດໃນອະນາຄົດ, ການປະສານງານຂອງໜ່ວຍງານພາກພື້ນປະຈຳສູນອະວາກາດ ໂດຍການທົດລອງບິນຂອງຍານອະວາກາດ Orion ໃນຄັ້ງນີ້ຈະໃຊ້ເວລາ 42 ວັນເພື່ອບິນອ້ອມດວງຈັນ ກ່ອນຈະກັບຄືນສູ່ໂລກ ລວມໄລຍະທາງທັງໝົດ ແມ່ນ 64,000 ກິໂລແມັດ
ບິວ ນິລສັນ ຜູ້ບໍລິຫານອົງການ NASA ກ່າວໃນກອງປະຊຸມຂ່າວໃນຕົ້ນເດືອນນີ້ວ່າ: “ພວກເຮົາຈະກັບຄືນສູ່ດວງຈັນອີກຄັ້ງ ເພື່ອຮຽນຮູ້, ດໍາລົງຊີວິດ, ເຮັດວຽກ, ແລະ ການໃຊ້ຊີວິດເທິງດວງຈັນ.”