ສະມາຄົມນັກຂ່າວແຫ່ງ ສປປ ລາວ ຢ້ຽມຢາມສະມາຄົມມິດຕະພາບຫວຽດນາມ-ລາວ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຢ້ຽມຢາມສະມາຄົມມິດຕະພາບຫວຽດນາມ-ລາວ - 301884969 1971423029728134 8559863709760915712 n - ສະມາຄົມນັກຂ່າວແຫ່ງ ສປປ ລາວ ຢ້ຽມຢາມສະມາຄົມມິດຕະພາບຫວຽດນາມ-ລາວ
ສະມາຄົມນັກຂ່າວແຫ່ງ ສປປ ລາວ ຢ້ຽມຢາມສະມາຄົມມິດຕະພາບຫວຽດນາມ-ລາວ - kitchen vibe - ສະມາຄົມນັກຂ່າວແຫ່ງ ສປປ ລາວ ຢ້ຽມຢາມສະມາຄົມມິດຕະພາບຫວຽດນາມ-ລາວ
ໃນຕອນບ່າຍວັນທີ 27 ສິງຫາ 2022 ນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽດຮ່ວມກັບ ສະມາຄົມມິດຕະພາບຫວຽດນາມ-ລາວ ທີ່ນະຄອນຫລງຮ່າໂນ້ຍ ສສ ຫວຽດນາມ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ຫງວຽນແມັງຮຸ່ງ ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ ພ້ອມຄະນະ.
อาจเป็นรูปภาพของ 6 คน, ผู้คนกำลังนั่ง, ผู้คนกำลังยืน และ สถานที่ในร่ม ສະມາຄົມນັກຂ່າວແຫ່ງ ສປປ ລາວ ຢ້ຽມຢາມສະມາຄົມມິດຕະພາບຫວຽດນາມ-ລາວ - 301712563 1971422649728172 2066539416492723653 n - ສະມາຄົມນັກຂ່າວແຫ່ງ ສປປ ລາວ ຢ້ຽມຢາມສະມາຄົມມິດຕະພາບຫວຽດນາມ-ລາວ
ໃນໂອກາດດັ່ງກ່າວ, ທ່ານຮອງປະທານສະມາຄົມຫວຽດນາມ-ລາວ ໄດ້ສະແດງຄວາມພາກພູມໃຈ ແລະ ເປັນກຽດທີ່ໄດ້ຕ້ອນຮັບຄະນະສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໃນຄັ້ງນີ້ ແລະ ຖືເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ແລະແມ່ນຊັບສົມບັດອັນລໍ້າຄ່າທີ່ບໍ່ມີຄູ່ປະເທດໃດໃນໂລກເຮັດໄດ້; ສາຍພົວພັນຫວຽດນາມ-ລາວ ບໍ່ພຽງແຕ່ແລກກຳລັງເຮັດໃຫ້ພວກເຮົາ ສາມາດປົດປ່ອຍປະເທດຊາດໄດ້ຮັບໄຊຊະນະເທົ່ານັ້ນ ຍັງເປັນແຫລ່ງກໍາລັງຊຸກຍູ້ ສອງປະເທດພັດທະນາເສດຖະກິດ-ສັງຄົມ ໃນໄລຍະປັດຈຸບັນ ແລະ ອະນາຄົດ ອີກດ້ວຍ.
ດັ່ງນັ້ນ, ສື່ມວນຊົນພວກເຮົາຕ້ອງໄດ້ສ່ອງແສງໃຫ້ເຫັນແຈ້ງ ກ່ຽວກັບໄມຕິຈິດມິດ ຕະພາບ, ການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດຫວຽດນາມ-ລາວ ແລະ ເປັນການດີທີ່ສຸດນັບແຕ່ສູນກາງຮອດທ້ອງຖິ່ນທຸກຂະແໜງການ, ຂັ້ນຕ່າງໆໃນທົ່ວປະເທດ ໄດ້ມີການເຄື່ອນໄຫວແລກປ່ຽນບົດຮຽນຮ່ວມກັນ. ພາຍຫລັງເກີດການແພ່ລະບາດຂອງພະຍາດໂຄວິດ-19, ບັນດາປະເທດຕ່າງໆໃນໂລກໄດ້ຢຸດສະງັກ ໃນການພົວພັນຮ່ວມມືກັນ ແຕ່ສຳລັບຫວຽດນາມ-ລາວ ແມ່ນໄດ້ມີການຮ່ວມມືກັນໃນທຸກຂະແໜງການ ໂດຍສະມາຄົມຫວຽດນາມ-ລາວ ໄດ້ໄປຢ້ຽມຢາມສະຖານທູດລາວ ຈັດຕັ້ງການແລກປ່ຽນກັນເປັນປົກກະ ຕິ, ຊຸກຍູ້ວັດຖຸສິ່ງຂອງເຄື່ອງຊ່ວຍເຫລືອໃຫ້ແກ່ ສປປ ລາວ ໂດຍຈັດສົ່ງຜ່ານທາງສະຖານ ທູດລາວ. ທັງນີ້, ກໍເພື່ອເຮັດໃຫ້ສາຍພົວພັນອັນຍິ່ງໃຫຍ່ ຄວາມສາມັກແບບພິເສດ ເປັນຊັບສົມບັດສຳຄັນຂອງຊາດ ແລະ ເຮັດໃຫ້ສອງປະເທດອ້າຍນ້ອງພວກເຮົາ ຂຽວສົດງົດງາມຊົ່ວການລະນາ.
ສະມາຄົມນັກຂ່າວແຫ່ງ ສປປ ລາວ ຢ້ຽມຢາມສະມາຄົມມິດຕະພາບຫວຽດນາມ-ລາວ - 4 - ສະມາຄົມນັກຂ່າວແຫ່ງ ສປປ ລາວ ຢ້ຽມຢາມສະມາຄົມມິດຕະພາບຫວຽດນາມ-ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!