ເປີດໂຕຮູບເງົາ “ວັນຄົບຮອບ”
March 28, 2017 - 4:57 PM


ທ່ານ ຈິລະສັກ ສາຍສະໜິດ ຜູ້ກຳກັບການສະແດງຮູບເງົາ ເລື່ອງນີ້ໃຫ້ຮູ້ວ່າ: ຮູບເງົາເລື່ອງ “ວັນຄົບຮອບ” ເລີ່ມລົງມືຖ່າຍ ທຳມາແຕ່ປີ 2015, ມີຄວາມ ຍາວ 1 ຊົ່ວໂມງ 30 ນາທີ, ມີ ນັກສະແດງທັງໝົດ 30 ກວ່າຄົນ, ເປັນເລື່ອງລາວຄວາມຮັກຂອງ ບ່າວ-ສາວທີ່ມີຄວາມແຕກຕ່າງ ດ້ານຖານະ, ມີຄວາມຕະຫຼົກເຮ ຮາ ແລະ ສື່ເຖິງຄວາມຮັກ, ຊຶ່ງ ມີທັງອົກຫັກ, ສົມຫວັງ ແລະ ມີຄວາມຫຼາກຫຼາຍແຫ່ງວິຖີຊີວິດໃນສັງຄົມຍຸກປັດຈຸບັນ.