8 ວິທີແກ້ບັນຫານອນບໍ່ຫລັບໃນຜູ້ເຖົ້າ.


ໜຶ່ງໃນຄວາມເຂົ້າໃຈຜິດທີ່ມັກມີຕໍ່ຜູ້ເຖົ້າແມ່ນຄວາມເຊື່ອທີ່ວ່າ ການນອນບໍ່ຫລັບ ຫລື ນອນໄດ້ບໍ່ດີ ເປັນເລື່ອງປົກກະຕິທີ່ຕ້ອງເກີດຂຶ້ນ ໂດຍທີ່ຄວາມຈິງແລ້ວ ເຖິງວ່າອາຍຸຈະຫລາຍຂຶ້ນ ແຕ່ຄົນສ່ວນຫລາຍຍັງສາມາດນອນຫລັບໄດ້ຢ່າງມີປະສິດທິພາບ ຫາກເຂົ້າໃຈເຖິງການປັບໂຕ ແລະ ສຸຂະອະນາໄມຂອງການນອນທີ່ດີ.
+ ປັດໄຈທີ່ສົ່ງຜົນໃຫ້ຜູ້ເຖົ້ານອນບໍ່ຫລັບ :
- ຈຳນວນຊົ່ວໂມງໃນການນອນຫລຸດລົງໜ້ອຍໜຶ່ງ.
- ມີການຕື່ນກາງຄືນຫລາຍຂຶ້ນ, ແຕ່ຍັງສາມາດກັບໄປນອນຕໍ່ໄດ້.
- ມັກພົບໃນເພດຊາຍຫລາຍກ່ວາເພດຍິງ.
- ພະຍາດປະຈຳໂຕບາງຊະນິດທີ່ສົ່ງຜົນຕໍ່ການນອນ.
- ການກິນຢາບາງຊະນິດທີ່ມີຜົນຕໍ່ການນອນ.
- ບັນຍາກາດໃນເຮືອນ.
- ການບໍ່ໄດ້ຮັບແສງແດດໃນຕອນກາງເວັນທີ່ພຽງພໍ.
- ການຂາດກິດຈະກຳໃນຕອນກາງເວັນ ເປັນຕົ້ນ.
+ ອັນຕະລາຍຈາກການນອນບໍ່ຫລັບຂອງຜູ້ເຖົ້າ : ຜູ້ເຖົ້າບາງຄົນອາດບໍ່ເຄີຍມີບັນຫາໃນເລື່ອງການນອນມາກ່ອນ, ແຕ່ເມື່ອຮ່າງກາຍປ່ຽນແປງຕາມໄວ ບວກກັບປັດໄຈອື່ນໆ ດັ່ງທີ່ກ່າວມາຂ້າງເທິງ ຫລື ມີເຫດການສຳຄັນ ຫລື ຄວາມປ່ຽນແປງໃນຊີວິດເກີດຂຶ້ນ ເຮັດໃຫ້ເກີດການນອນບໍ່ຫລັບຂຶ້ນມາເທື່ອທຳອິດ ຫລັງຈາກນັ້ນ ຈຶ່ງເກີດຄວາມວິຕົກກັງວົນກ່ຽວກັບການນອນ, ເກີດຄວາມຢ້ານ, ຄວາມບໍ່ສະບາຍໃຈ, ຄວາມເຄັ່ງຄຽດຂອງກ້າມຊີ້ນ, ຄວາມເຄັ່ງຄຽດທີ່ຢາກນອນໃຫ້ຫລັບໃນຄືນນີ້ ເຮັດໃຫ້ສະໝອງເກີດການຮຽນຮູ້ ແລະ ຈື່ຈຳການນອນໃນຮູບແບບໃໝ່ທີ່ບໍ່ຜ່ອນຄາຍ ແລະ ບໍ່ສະບາຍໂຕ ສົ່ງຜົນໃຫ້ເກີດການນອນບໍ່ຫລັບຕໍ່ເນື່ອງເປັນໄລຍະເວລາດົນ ເຖິງວ່າເຫດການທີ່ເກີດຂຶ້ນຈະໄດ້ຮັບການແກ້ໄຂແລ້ວ.
+ ພະຍາດປະຈຳໂຕຂອງຜູ້ເຖົ້າ ທີ່ສົ່ງຜົນຕໍ່ການນອນ : ພະຍາດທີ່ເກີດໃນຜູ້ເຖົ້າຈະສົ່ງຜົນຕໍ່ການນອນ ຫລື ມີອາການນອນບໍ່ຫລັບເປັນອາການເລີ່ມຕົ້ນຂອງພະຍາດ ຈຳເປັນຕ້ອງປຶກສາແພດເພື່ອຫາສາເຫດ ແລະ ປິ່ນປົວຕໍ່ໄປ ເຊັ່ນ :
- ພະຍາດທາງເດີນຫາຍໃຈອັດຕັນຂະນະຫລັບ.
- ພະຍາດສະໝອງເສື່ອມ.
- ພະຍາດຫົວໃຈ.
- ພະຍາດຖົງລົມໃຄ່.
- ພະຍາດຫລອດເລືອດສະໝອງ.
- ອາການກົດໄຫລຍ້ອນ.
- ອາການນອນລະເມີ.
- ກຸ່ມອາການຂາຢູ່ບໍ່ເປັນສຸກ.
- ພະຍາດຊຶມເສົ້າ.
- ວິຕົກກັງວົນ ເປັນຕົ້ນ.
ນອກຈາກນີ້, ການນອນບໍ່ຫລັບເປັນໄລຍະເວລາດົນຍັງສົ່ງຜົນໃຫ້ເກີດຄວາມເຄັ່ງຄຽດ, ອາການອ່ອນເພຍໃນຕອນກາງເວັນ, ອາລົມຫງຸດຫງິດງ່າຍ ແລະ ບໍ່ສົດຊື່ນ ທັງຍັງສົ່ງຜົນຕໍ່ຄວາມຈື່ຈຳ ເຮັດໃຫ້ຄວາມຈື່ຈຳບໍ່ດີ ແລະ ມີຄວາມສ່ຽງໃນການພະລາດລົ້ມເພີ່ມຂຶ້ນ ເຊິ່ງອາດກາຍເປັນບັນຫາທີ່ຮ້າຍແຮງຕາມມາໄດ້ຫາກບໍ່ໄດ້ຮັບການປິ່ນປົວທີ່ເໝາະສົມ.
+ 8 ວິທີແກ້ບັນຫານອນບໍ່ຫລັບຂອງຜູ້ເຖົ້າ : ເຄັດລັບໃນການນອນເພື່ອເພີ່ມສຸຂະອະນາໄມໃນການນອນທີ່ດີ ສາມາດເຮັດໄດ້ ດັ່ງນີ້ :
- ຄວນກຳນົດເວລາເຂົ້ານອນ ແລະ ຕື່ນນອນໃຫ້ເປັນເວລາດຽວກັນທຸກມື້.
- ເຮັດກິດຈະກຳຜ່ອນຄາຍເປັນເວລາປະມານ 1 – 2 ຊົ່ວໂມງກ່ອນເວລາເຂົ້ານອນ ເຊັ່ນ : ອ່ານໜັງສື, ອາບນຳ້ອຸ່ນ, ຈັດກຽມເຄື່ອງນຸ່ງ, ຈັດສິ່ງຂອງເຄື່ອງໃຊ້ສ່ວນຕົວ, ສວດມົນ, ນັ່ງສະມາທິ.
- ຫາກນອນບໍ່ຫລັບບໍ່ຄວນນອນເທິງຕຽງຕໍ່ໄປ ຄວນລຸກຂຶ້ນມາເຮັດກິດຈະກຳທີ່ເບົາໆ ແລະ ຜ່ອນຄາຍ ເມື່ອຮູ້ສຶກງ່ວງອີກຄັ້ງ ຈຶ່ງກັບໄປນອນຕໍ່.
- ຜູ້ເຖົ້າບໍ່ຄວນນອນ ຫລື ເຊືອບຫລັບໃນຕອນກາງເວັນ, ແຕ່ຫາກຝືນບໍ່ໄດ້ ແນະນຳໃຫ້ເຊືອບຫລັບໄດ້ປະມານ 10 – 15 ນາທີ ໃນໄລຍະ 8 ຊົ່ວໂມງທຳອິດຫລັງຕື່ນນອນ.
- ອອກກຳລັງກາຍເປັນປະຈຳສະໝໍ່າສະເໝີ ໂດຍງົດອອກກຳລັງກາຍໃນໄລຍະເວລາ 4 ຊົ່ວໂມງກ່ອນເຖິງເວລານອນ.
- ງົດສູບຢາ, ງົດເຄື່ອງດື່ມທີ່ມີກາເຟອີນ ເຊັ່ນ : ຊາ, ກາເຟ, ນຳ້ອັດລົມ ເປັນຕົ້ນ.
- ຫລີກເວັ້ນການກິນເຂົ້າຄາບຫລາຍໆ ແລະ ເຄື່ອງດື່ມການກໍຮໍໃນໄລຍະເວລາ 4 ຊົ່ວໂມງກ່ອນເຖິງເວລານອນ.
- ບໍ່ຄວນກິນຢານອນຫລັບໂດຍບໍ່ໄດ້ພົບຈິດຕະແພດຜູ້ຊຳນານການ ເນື່ອງຈາກຢາຈະສົ່ງຜົນເສຍຕໍ່ສະໝອງ, ຄວາມຈື່ຈຳບໍ່ດີ, ການຕິດຢາ, ການດື້ຢາ, ການພະລາດລົ້ມ, ການເກີດອຸປະຕິເຫດ ແລະ ການບົດບັງອາການຂອງພະຍາດອັນເປັນສາເຫດໃຫ້ເກີດອາການນອນບໍ່ຫລັບຂຶ້ນໄດ້.
ຫາກມີບັນຫາການນອນ ຄວນພົບແພດໂດຍໄວ ບໍ່ຄວນລໍຖ້າໃຫ້ເກີດບັນຫາເປັນໄລຍະເວລາດົນ ເພາະຈະກໍ່ໃຫ້ເກີດຜົນເສຍຕໍ່ຮ່າງກາຍຕ່າງໆຕາມມາ ເພາະທັງພະຍາດ ຫລື ອາການທີ່ເປັນສາເຫດຈະໄດ້ບໍ່ຮັບການແກ້ໄຂ.