ຄວາມເປັນມາ ແລະ ອານິສົງຂອງບຸນຫໍ່ເຂົ້າປະດັບດິນ
ເມື່ອຮອດມື້ດັບຄື ແຮມ 14 ຄໍ່າເດືອນເກົ້າຂອງທຸກປີ, ພຸດທະສາສະນິກະຊົນທັງຫລາຍໄດ້ຮ່ວມກັນບຸນຫໍ່ເຂົ້າປະດັບດິນ ຊຶ່ງຖືເປັນປະເພນີທີ່ດີງາມມາຈົນຮອດທຸກມື້ນີ້. ບຸນຫໍ່ເຂົ້າປະດັບດິນໝາຍເຖິງການເຮັດບຸນອຸທິດສ່ວນບຸນກຸສົນສົ່ງໄປໃຫ້ຍາດຜູ້ທີ່ລ່ວງລັບໄປແລ້ວໄປຢູ່ໃນພົບພູມອື່ນ ຊຶ່ງພວກຍາດທີ່ຍັງມີຊີວິດຢູ່ນີ້ ມີຄວາມຮໍ່າເພີງແລະຄຶດຮອດຄຶດເຖິງວ່າ ຍາດຂອງຕົນທີ່ລ່ວງລັບໄປນັ້ນໄປເກີດທີ່ດີເຖິງສຸກແລ້ວບໍ່ ຫລື ຕົກ ທຸກໄດ້ຍາກລຳບາກຫລາຍປານໃດ. ດັ່ງນັ້ນ ພໍເຖິງບຸນຫໍ່ເຂົ້າປະດັບດິນວຽນມາເຖິງ ຈຶ່ງໄດ້ພາກັນຫໍ່ເຂົ້າຕົ້ມ ເຂົ້າໜົມ ມີກ້ວຍອ້ອຍສ້ອຍປີ ເຄື່ອງສົ້ມຂອງຫວານ ຄຳໝາກກອກຢາ ປູປາອາຫານທຸກຢ່າງຮວມກັນແລ້ວອຸທິດໄປໃຫ້ຍາດຂອງຕົນໃຫ້ໄດ້ໄປເກີດທີ່ດີເຖິງສຸກ ຜູ້ທີ່ຕົກບ່ອນທຸກກໍຂໍໃຫ້ພົ້ນຈາກທຸກ ຜູ້ໄດ້ສຸກແລ້ວ ກໍຂໍໃຫ້ສຸກຍິ່ງໆຂຶ້ນໄປ.
ເຂົ້າຂອງອາຫານຫວານຄາວຕ້ອງໄດ້ກຽມໄວ້ລ່ວງໜ້າກ່ອນໂດຍຫໍ່ດ້ວຍໃບຕອງເປັນຫໍ່ໆ (ບາງເຂດກໍຮ້ອງ ວ່າເຂົ້າຫໍ່ໂປ້) ແລ້ວນຳໄປວາງໄວ້ຕາມຕ້າຍວັດ ສາລາໂຮງທໍາ ຂ້າງວິຫານ ຫ້ອຍຕາມກົກໄມ້ ຫລືບໍ່ກໍວາງໄວ້ຕາມດິນ ເພິ່ນຈຶ່ງຮ້ອງວ່າເຂົ້າປະດັບດິນ. ການຢາຍຫໍ່ເຂົ້ານີ້ຈະກະທຳກັນໃນຕອນເຊົ້າມືດເວລາ 3 ຫາ 4 ໂມງເຊົ້າວັນສິນດັບເດືອນເກົ້າ ເພາະພວກເຮົາເຊື່ອແຕ່ບູຮານນະການວ່າ ເປັນມື້ທີ່ປະຕູນະຮົກເປີດໃນຮອບປີ ຍົມພະບານຈະປ່ອຍໃຫ້ຜີນະຮົກອອກມາຢ້ຽມພີ່ນ້ອງໃນໂລກມະນຸດ. ສ່ວນຫລາຍແລ້ວ ທຸກໆຄົນ ຈະຫໍ່ເຂົ້າຫລາຍກວ່າຈຳນວນຂອງຍາດພີ່ນ້ອງທີ່ໄດ້ລ່ວງລັບໄປ ເພາະຈະຕ້ອງມີຈຳນວນໜຶ່ງເຜື່ອຜີບໍ່ມີຍາດ ຈະເປັນເຜດ ຫລື ພວກສໍາພະເວສີ ກໍແລ້ວແຕ່ບຸນກໍານໍາແຕ່ງຂອງແຕ່ລະຕົນ. ການທຳບຸນເຂົ້າປະດັບດິນນີ້ ໃຫ້ເປັນຈາຄະເຈຕະນາ ບໍ່ຂີ້ຖີ່ ຫວງແຫນ ແມ່ນແຕ່ນົກກາ ໝູໝາ ທັງຫລາຍຈະອຸດົມສົມບູນ ໄດ້ກິນອີ່ມໜຳສຳລານກັນທັງນັ້ນ ເພາະທຸກທີ່ຈະເຕັມໄປດ້ວຍເຂົ້າປະດັບດິນນັ້ນເອງ.
ມູນເຫດແຫ່ງການເຮັດບຸນປະດັບດິນນີ້ເກີດຂຶ້ນຕາມຄວາມເຊື່ອຕາມນິທານທໍາມະບົດທີ່ກ່າວເຖິງຍາດຂອງ ພະເຈົ້າ ພິມພິສານ ທີ່ລັກເງິນວັດມາເປັນຂອງຕົນເອງ ລັກກິນຂອງທີ່ຈະຖວາຍພະສົງ ພໍຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະຮົກ ຕະລອດພຸດທັນດອນ (” 5000ປີ ” ຄືເວລາທີ່ ສາສະໜາຂອງພະພຸດທະເຈົ້າອົງໜຶ່ງສູນສ້ຽງແລ້ວ ແລະ ພະພຸດທະເຈົ້າອົງໃໝ່ຍັງບໍ່ອຸບັດ. ເມື່ອພະເຈົ້າພິມພິສານຖວາຍທານແດ່ພະສະ ມະນະໂຄດົມພຸດທະເຈົ້າຄາວໃດກໍບໍ່ໄດ້ຢາດນໍ້າອຸທິດສ່ວນບຸນໄປໃຫ້ພວກຍາດ. ພໍຕົກກາງຄືນ ພວກເຜດທີ່ເປັນຍາດຂອງພະອົງ ໄດ້ມາສົ່ງສຽງໂຫຍຫວນໃກ້ໆພະຣາຊວັງ ທີ່ພະອົງປະທັບ ໂດຍສະແດງກິຣິຍາແລະຮູບຮ່າງເປັນຕາຢ້ານກົວໃຫ້ພະເຈົ້າພິມພິສານ ເຫັນ ແລະ ຍິນ. ພໍຮຸ່ງເຊົ້າ, ພະອົງຈຶ່ງສະເດັດໄປຖາມພະ ພຸດທະເຈົ້າ ພະພຸດທະອົງຊົງເລົ່າເຖິງເລື່ອງຄວາມເປັນມາຂອງຍາດພະອົງທີ່ລັກຂອງສົງ ລັກໂລບຂອງວັດວາສາສະໜາ ແລະ ຕ້ອງທົນທຸກທໍລະມານເປັນເວລາຍາວນານ ຕັ້ງແຕ່ຄັ້ງສາສະໜາຂອງ ພະ ກັດສະປະພຸດທະເຈົ້າ ຈົນມາເຖິງສາສະໜາຂອງພະໂຄດົມສໍາມາສໍາພຸດທະເຈົ້າ. ຈາກນັ້ນພະເຈົ້າພິມພິສານກໍຖວາຍທານອີກ ແລະ ອຸທິດສ່ວນບຸນກຸສົນໄປໃຫ້ພວກຍາດທີ່ຕາຍໄປແລ້ວໄດ້ຮັບສ່ວນບຸນ. ເມື່ອໄດ້ຮັບກຸສົນແລ້ວ ຍາດເຫລົ່ານັ້ນໄດ້ມາສະແດງຕົນໃຫ້ພະເຈົ້າພິມພິສານ ເຫັນແລະຊາບວ່າ ທຸກທີ່ພວກເຂົາໄດ້ຮັບນັ້ນ ໄດ້ ເບົາບາງລົງຫລາຍແລ້ວ ເພາະການອຸທິດສ່ວນກຸສົນ ຂອງພະອົງນັ້ນເອງ.
ສຳລັບອານິສົງຂອງບຸນຫໍ່ເຂົ້າປະດັບດິນ ກ່າວວ່າ: ສະໄໝໜຶ່ງມີທຸກຄະຕະເຂັນໃຈໄຮ້ຍາດພີ່ນ້ອງຄົນໜຶ່ງ ອາໄສຊາວບ້ານລ້ຽງຊີບແຕ່ລະມື້, ແຕ່ມີຈິດສັດທາເຫລື້ອມໃສພຸດທະສາສະໜາເປັນຢ່າງຍິ່ງຄຶດຢາກຈະໃຫ້ ທານສະເໝີ, ແຕ່ບໍ່ສາມາດທຳໄດ້ ເພາະບໍ່ມີສິ່ງໃດທີ່ຕົນພໍຈະໃຫ້ທານໄດ້. ຢູ່ຕໍ່ມາມື້ໜຶ່ງ, ຊາວບ້ານທຸກຄົນໄດ້ພາກັນໄປເຮັດບຸນເຂົ້າປະດັບດິນທີ່ວັດ ຕ່າງກໍນຳອາຫານໄປບິນທະບາດ ໄປຖວາຍທານຢ່າງເບີກບານແຈ່ມໃສ, ຊາຍຄົນນັ້ນໄດ້ແຕ່ແນມເບິ່ງຢ່າງນ້ອຍໃຈ ແລະ ໂສກເສົ້າຈົນນໍ້າຕາໄຫລອອກມາໂດຍບໍ່ຮູ້ໂຕ. ຂະນະນັ້ນໄດ້ມີພະພິກຂຸອົງໜຶ່ງຍ່າງມາບິນທະບາດ ແລະ ຢຸດໜ້າເຮືອນຂອງທຸກຄະຕະພໍດີ ທຸກຄະຕະ ເລີຍເກີດສັດທາຢ່າງແຮງກ້າ ນຶກເຖິງກ້ອນເຂົ້າກ້ອນນຶ່ງທີ່ຕົນພໍຫາມາໄດ້ ຮີບນຳໄປຕັກບາດແກ່ພິກຂຸອົງນັ້ນດ້ວຍຄວາມປິຕິຍິນດີ ຄວາມນ້ອຍໃຈເສຍໃຈກໍຫາຍໄປສິ້ນແລ້ວ ອຸທິດສ່ວນກຸສົນທັ້ງຫລາຍໄປເຖິງບິດາມານດາແລະສັບພະສັດທັງຫລາຍເປັນຕົ້ນ. ເວລານັ້ນຍົມພະບານໄດ້ປ່ອຍເປຕະຊົນຊຶ່ງເປັນຍາດຂອງທຸກຄະຕະອອກມາສະແຫວງຫາອາຫານໃນໂລກມະນຸດ ພໍດີກັບການເຮັດບຸນຂອງທຸກຄະຕະທີ່ໄດ້ອຸທິດໄປໃຫ້ພວກຕົນ ຕ່າງກໍອະນຸໂມທະນາ ແລະ ອວຍໄຊໃຫ້ພອນໃຫ້ທຸກຄະຕະ ມີແຕ່ຄວາມຈະເລີນຮຸ່ງເຮືອງ ດ້ວຍຈະຕຸຣະພິດທະພອນໄຊທັງສີ່ ຄື ອາຍຸ ວັນນະ ສຸຂະ ພລະ ທຸກທິພາຣາຕີການ. ຝ່າຍພະຍາຍົມເມື່ອຮູ້ວ່າເປຕະຊົນເຫລົ່ານີ້ໄດ້ຮັບບຸນທີ່ທຸກຄະຕະໄດ້ອຸທິດໄປຫາແລ້ວກໍປ່ອຍໃຫ້ພົ້ນຈາກກໍາແລ້ວກໍໄປເກີດໃນເທວະ ສະຖານ ອັນເກີດມາຈາກບຸນບາລະມີຂອງທຸກຄະຕະທີ່ສົ່ງໄປເຖິງ.
ນັບແຕ່ວັນນັ້ນເປັນຕົ້ນມາ, ທຸກຄະຕະກໍທໍາມາຄ້າຂາຍຂຶ້ນ ນັບມື້ຈະເລີນຮຸ່ງເຮືອງ ມີເງິນຄຳກຳແກ້ວ ເປັນທະວີຄູນ ແລະ ກໍໄດ້ເຮັດບຸນທຳທານຮັກສາສີນ ຈະເລີນເມດຕາພາວະນາ ເປັນເນື່ອງນິດ ຈົນເທົ່າສິ້ນອາ ຍຸໄຂ ກໍໄດ້ໄປເກີດໃນສະຫວັນເປັນເທວະບຸດ ມີນາງເທວະດາແວດລ້ອມເປັນຍົດບໍລິວານ ແລະ ຍາດທີ່ມາບັງເກີດໃນເທວະໂລກກ່ອນໜ້ານີ້ພໍໄດ້ຊາບຂ່າວ ຕ່າງກໍພາກັນນຳເຄື່ອງມາສັກກາລະບູຊາເທພະບຸດອົງນັ້ນ.