ຢູຟາ ເຝົ້າສັງເກດ ອາເຊນອລ ອາດລະເມີດກົດໃຊ້ງົບປະມານເກີນຄວນ




ອາເຊນອລ ຄືຫນຶ່ງໃນ 20 ສະໂມສອນຢູໂຣບທີ່ສະຫະພັນບານເຕະຢູໂຣບ ( EUFA ) ພວມເຝົ້າສັງເກດວ່າອາດເຂົ້າຄ່າຍລະ ເມີດກົດການເງິນ ໄຟແນນຊຽລ ແຟ ເພ ຫລື ກົດທີ່ປ້ອງກັນບໍ່ໃຫ້ສະໂມສອນໃຊ້ຈ່າຍເງິນເກີນຕົວ.
The Time ສື່ອັງກິດລາຍງານວ່າ ອາເຊນອລ ຮ່ວມກັບອີກ 19 ສະໂມສອນໄດ້ຮັບຄວາມກັງວົນຈາກ ຢູຟາ ຫລັງການວິເຄາະເບື້ອງ ຕົ້ນວ່າ ສ່ຽງທີ່ຈະລະເມີດກົດ ໄຟແນນຊຽລ ແຟ ເພລ (ກົດທີ່ປ້ອງກັນບໍ່ໃຫ້ສະໂມສອນຈ່າຍເງິນເກີນຕົວ) ແລະ ເກີດຄວາມເຫລື່ອມ ລຳ້ລະຫວ່າງສະໂມສອນໃນງົບຂອງລະດູການ 2021-22 ເຖິງວ່າບັນຊີສຸດທ້າຍຂອງສະໂມສອນເຫລ່ົານີ້ທີ່ຈະຕ້ອງຍື່ນຕໍ່ ຢູຟາ ອີກເທື່ອຫນຶ່ງ ແລະ ພາບທາງເງິນຂອງພວກເຂົາອາດປ່ຽນໄດ້.
ແນວໃດກໍຕາມແຫລ່ງຂ່າວວົງໃນຂອງ ອາເຊນອລ ຢືນຢັນວ່າ ພວກເຂົາປະຕິບັດຕາມກົດຂອງ ຢູຟາ ແລະ ບໍ່ໄດ້ຮັບຄຳເຕືອນ ຈາກໜ່ວຍງານດັ່ງກ່າວ ຂະນະທີ່ ຢູຟາ ປະຕິເສດທີ່ຈະສະແດງຄວາມຄິດເຫັນ ແຕ່ເຊື່ອວ່າກຽມເລີ່ມການເຈລະຈາກັບສະໂມ ສອນໃດໆ ທີ່ເຫັນວ່າມີຄວາມສ່ຽງ.