ຝຣ່ັງແຈກເງິນ 4,000 ຢູໂຣ ໃຫ້ແກ່ຜູ້ໃຊ້ລົດຖີບໄຟຟ້າ ດຶງດູດຄົນໃຫ້ຫັນມາໃຊ້ພະລັງງານສະອາດຫລາຍຂຶ້ນ


ສຳນັກຂ່າວ The standard ລາຍງານຂ່າວວັນທີ 23 ສິງຫາ 2022 ນີ້ວ່າ: ລັດຖະບານຝຣັ່ງ ສະເໜີມອບເງິນ4,000 ຢູໂຣ (ປະມານ 65 ລ້ານກວ່າກີບ) ໃຫ້ກັບບັນດາຜູ້ໃຊ້ລົດຍົນປ່ຽນໃຈມາໃຊ້ລົດຖີບໄຟຟ້າ ເພື່ອປຸກລະດົມປະຊາຊົນຢຸດໃຊ້ນ້ຳມັນເຊື້ອໄຟທີ່ເຮັດໃຫ້ເກີດມົນລະພິດ ແລະ ຫັນມາໃຊ້ທາງເລືອກການຂົນສົ່ງທີ່ເປັນມິດກັບສິ່ງແວດລ້ອມຫລາຍຂຶ້ນ.
ສໍາລັບພົນລະເມືອງທີ່ອາໄສຢູ່ໃນຄອບຄົວທີ່ມີລາຍໄດ້ຕ່ໍາ ແລະ ດໍາລົງຊີວິດຢູ່ໃນຕົວເມືອງທີ່ມີການປ່ອຍອາຍພິດຕໍ່າ ເຊິ່ງໄດ້ປ່ຽນໃຈມາໃຊ້ລົດຖີບໄຟຟ້າ ແລະ ລົດຖີບແບບດັ້ງເດີມທີ່ບໍ່ມີມໍເຕີ ຈະໄດ້ຮັບເງິນອຸດໜູນຈາກລັດຖະບານ 4,000 ຢູໂຣ ສ່ວນປະຊາຊົນທີ່ມີລາຍຮັບສູງກໍງມີສິດໄດ້ຮັບເງິນອຸດໜູນເຊັ່ນດຽວກັນ ແຕ່ຈະມີອັດຕາສ່ວນຫລຸດລົງ.ໃນປີທີ່ຜ່ານມາ ລັດຖະບານຝຣັ່ງໄດ້ເປີດໂຕໂຄງການນີ້ມາກ່ອນແລ້ວ ແຕ່ໃນປີນີ້ ຈຳນວນເງິນອຸດໜູນໄດ້ເພີ່ມຂຶ້ນເພື່ອສ້າງແຮງຈູງຫລາຍກວ່າເກົ່າ ຝຣັ່ງຫວັງວ່າຈະສາມາດນຳທັນປະເທດຄູ່ແຂ່ງເປັນຕົ້ນແມ່ນ ເນເທີແລນ, ເຢຍລະມັນ ແລະ ເດນມາກ ທີ່ມີການໃຊ້ລົດຖີບສູງ ໂດຍສະເພາະໃນປະເທດເນເທີແລນ ເຊິ່ງກວມເອົາ 27% ຂອງຜູ້ຂີ່ລົດຖີບ, ລັດຖະບານຝຣັ່ງ ຕັ້ງເປົ້າຫມາຍວ່າ 9% ຂອງປະຊາກອນຂອງປະເທດ ຈະປ່ຽນໄປຂີ່ລົດຖີບໃນປີ 2024, ທຽບກັບ 3% ໃນລະດັບປະຈຸບັນ.
ນອກຈາກນີ້ິ ປະທານາທິບໍດີ ເອັມມານູເອ ມາຄົງ ຍັງໃຫ້ຄຳໝັ້ນສັນຍາທີ່ຈະລົງທຶນຫລາຍກວ່າ 250 ລ້ານຢູໂຣ ເພື່ອຫັນປ່ຽນພູມສັນຖານຂອງປາຣີ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂີ່ລົດຖີບທົ່ວເມືອງ ຂະນະທີ່ ແອນ ຣິດຣາໂກ ເຈົ້າຄອງນະຄອນປາຣີ ກໍປະກາດວ່າຈະສ້າງເສັ້ນທາງລົດຖີບຕື່ມອີກ 130 ກິໂລແມັດໃນໄລຍະ 5 ປີຂ້າງໜ້າ ຖືເປັນອີກໜຶ່ງການເຄື່ອນໄຫວທີ່ໜ້າຈັບຕາຂອງບັນດາປະເທດໃຫຍ່ໆທີ່ນຳໃຊ້ນະໂຍບາຍຂອງລັດມາຜັກດັນໃຫ້ເກີດການປ່ຽນແປງດ້ານສິ່ງແວດລ້ອມຢ່າງເປັນຮູບປະທຳ.