ວຽກງານປ້ອງກັນປ່າສະຫງວນເມືອງສັງທອງມີອັນພົ້ນເດັນ


ຕາມການລາຍງານຂອງ ປະທານສະພາບໍລິຫານ ສສງ ຫົວ ແຊຈະເລີນທີ່ບ້ານ ພັດທະນາ ໜອງນ້ຳຂາວ, ເມືອງບາຈຽງ ຈະເລີນສຸກແຂວງຈຳປາສັກຕໍ່ ກອງປະຊຸມປະຈຳປີຂອງຕົນທີ່ ໄດ້ຈັດຂຶ້ນໃນວັນທີ 24 ມີນານີ້, ວ່າ: ພາຍຫລັງສະຫະກອນຂອງ ຕົນໄດ້ສ້າງຕັ້ງຂຶ້ນໃນວັນທີ 27 ກຸມພາ 2009 ໂດຍມີເປົ້າໝາຍ ໃຫ້ຢຸດຕິການຢືມເງິນນອກລະ ບົບທີ່ມີດອກເບ້ຍສູງທັງເປັນການ ຫລຸດຜ່ອນຄວາມທຸກຍາກຂອງ ສະມາຊິກດ້ວຍການສ້າງໂອ ກາດໃຫ້ເຂົາເຈົ້າສາມາດເຂົ້າ ເຖິງແຫລ່ງທຶນເພື່ອຊຸກຍູ້ກິດຈະ ກຳສ້າງລາຍຮັບໃຫ້ແກ່ຄອບຄົວ ມີຄວາມຍຶນຍົງດ້ວຍການໄລ່ ລຽງທຸລະກິດທີ່ມີຜົນກຳໄລ-ສາ ມາດກຸ້ມຕົນເອງໄດ້ດ້ວຍ 2 ແຫລ່ງທຶນຕົ້ນຕໍຄື: ຫຸ້ນຂອງສະ ມາຊິກ ແລະ ເງິນຝາກຂອງສະ ມາຊິກໃນທ້າຍປີ 2016 ຫຸ້ນ ຂອງສະມາຊິກຈຳນວນ 2.144 ລ້ານກີບ ເພີ່ມຂຶ້ນ 53% ທຽບ ໃສ່ປີ 2015 ແລະ ເງິນຝາກ ຂອງສະມາຊິກທັງໝົດ 7.100 ລ້ານກີບເພີ່ມຂຶ້ນ 42% ທຽບ ໃສ່ປີ 2015, ແລະ ສາມາດ ປ່ອຍກູ້ໄດ້ເຖິງ 8.300 ລ້ານກີບ ເພີ່ມຂຶ້ນ 63% ທຽບໃສ່ປີທີ່ຜ່ານ ມາ ແລະ ພິເສດສາມາດເກັບຄືນ ໄດ້ເກືອບທັງໝົດ.
ທ່ານ ເຈົ້າເມືອງໆ ບາຈຽງ ຈະເລີນສຸກ ໄດ້ຕີລາຄາສູງຕໍ່ ການບໍລິຫານ ແລະ ການຄຸ້ມ ຄອງຂອງສະຫະກອນສິນເຊື້ອ ແລະ ເງິນຝາກປະຢັດຫົວແຊ ຈະເລີນ ເຊິ່ງໄດ້ສະໜອງທຶນໃຫ້ ແກ່ປະຊາຊົນບັນດາເຜົ່າໃນ ຂອບເຂດເມືອງບາຈຽງຈະເລີນສຸກ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ເປັນທຶນຮອນໃນການປະ ກອບກິດຈະການຂອງເຂົາເຈົ້າ ນັບມື້ດີຂຶ້ນ.