ກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປະດັບຫຼຽນ​ໄຊ​ແຮງ​ງານ ຊັ້ນ III ໃຫ້​​ພະ​ນັກ​ງານ​ອົງ​ການອູຍນີ​ເຊັບ

ກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປະດັບຫຼຽນ​ໄຊ​ແຮງ​ງານ ຊັ້ນ iii ໃຫ້​​ພະ​ນັກ​ງານ​ອົງ​ການອູຍນີ​ເຊັບ - 300285319 788621782586524 4321325256190582757 n - ກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປະດັບຫຼຽນ​ໄຊ​ແຮງ​ງານ ຊັ້ນ III ໃຫ້​​ພະ​ນັກ​ງານ​ອົງ​ການອູຍນີ​ເຊັບ
ກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປະດັບຫຼຽນ​ໄຊ​ແຮງ​ງານ ຊັ້ນ iii ໃຫ້​​ພະ​ນັກ​ງານ​ອົງ​ການອູຍນີ​ເຊັບ - kitchen vibe - ກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປະດັບຫຼຽນ​ໄຊ​ແຮງ​ງານ ຊັ້ນ III ໃຫ້​​ພະ​ນັກ​ງານ​ອົງ​ການອູຍນີ​ເຊັບ

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 72 ປີ. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ,​ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ໄດ້​ປະ​ດັບຫຼຽນ​ໄຊ​ແຮງ​ງານ ຊັ້ນ III ໃຫ້​ແກ່​ທ່ານ ຕະບອງເພັດ ພຸດທະວົງ ຜູ້ຊ່ຽວຊານ ວຽກງານໂຄສະນາ ແລະ ສື່ສານມວນຊົນ ຂອງອົງການອຸຍນີເຊັບ ປະຈຳ ສປປ ລາວ, ເພື່ອເປັນການຍ້ອງຍໍຜົນງານ ການມີສ່ວນຮ່ວມໃນການພັດທະນາ ສື່ມວນຊົນລາວ, ການມີສ່ວນຮ່ວມຂອງໄວໜຸ່ມ ພ້ອມທັງການໂຄສະນາສົ່ງເສີມ ການປັບປຸງສະພາບການເປັນຢູ່ທີ່ດີ ສໍາລັບ ແມ່ຍິງ ແລະ ເດັກ ຊຶ່ງພິທີປະດັບຫຼຽນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 19 ສິງຫາ ນີ້ ທີ່ ກະຊວງຖະແຫຼງຂ່າວ,​ ວັດທະນະທໍາ ແລະ ທ່ອງທ່ຽວ ຊຶ່ງມີທ່ານຮອງລັດຖະມົນຕີ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ ແລະ ບັນດາ ຫົວໜ້າກົມ ອ້ອມກະຊວງເຂົ້າຮ່ວມ.

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມ ສື່ມວນຊົນ ກະຊວງ ຖະແຫຼງຂ່າວ,​ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ໃນການປະກອບສ່ວນຢ່າງກວ້າງຂວາງໃນການປະສານງານ ແລະ ເພີ່ມທະວີການຮ່ວມມືລະຫວ່າງ ອົງການອຸຍນີເຊັບ ແລະ ສປປ ລາວ, ໂດຍສະເພາະໃນຂົງເຂດວຽກງານສື່ມວນຊົນ. ການປະກອບສ່ວນອັນສຳຄັນດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງມອບຫຼຽນໄຊ ແຮງງານຊັ້ນ III ໃຫ້ແກ່ ທ່ານ ຕະບອງເພັດ ພຸດທະວົງ ເພື່ອເປັນການຮັບຮູ້ຜົນງານ ແລະ ການປະກອບສ່ວນອັນຕັ້ງໜ້າຕໍ່ການພັດທະນາຂອງ ສປປລາວ.

ກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປະດັບຫຼຽນ​ໄຊ​ແຮງ​ງານ ຊັ້ນ iii ໃຫ້​​ພະ​ນັກ​ງານ​ອົງ​ການອູຍນີ​ເຊັບ - Visit Laos Visit SALANA BOUTIQUE HOTEL - ກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປະດັບຫຼຽນ​ໄຊ​ແຮງ​ງານ ຊັ້ນ III ໃຫ້​​ພະ​ນັກ​ງານ​ອົງ​ການອູຍນີ​ເຊັບ

ທ່ານ ຕະບອງເພັດ ພຸດທະວົງ ດຳລົງຕຳແໜ່ງ ເປັນຜູ້ຊ່ຽວຊານ ວຽກງານໂຄສະນາ ປະຈໍາອົງການອຸຍນີເຊັບ ປະຈຳ ສປປ ລາວ ນັບແຕ່ ປີ 2000 ມາຮອດປັດຈຸບັນ. ໃນໄລຍະທີ່ເຮັດວຽກໃຫ້ ອົງການອຸຍນີເຊັບ, ທ່ານ ໄດ້ມີບົດບາດສຳຄັນໃນປະສານງານ ແລະ ການໂຄສະນາ ວຽກງານຫຼາຍໆຂົງເຂດເພື່ອຜົນປະໂຫຍດຂອງເດັກນ້ອຍ ແລະ ແມ່ຍິງລາວ, ໂດຍສະເພາະວຽກງານສື່ສານ ມວນຊົນ, ຂົງເຂດວຽກງານດ້ານ ສຸຂະພາບ ແລະ ໂພຊະນາການ, ສຸຂາພິບານ ແລະ ສຸຂະອະນາໄມ, ການສຶກສາ, ການປົກປ້ອງເດັກ ແລະ ດ້ານນະ​ໂຍ​ບາຍ​ທາງສັງ​ຄົມ​.

ທ່ານ ຕະບອງເພັດ ພຸດທະວົງ ໄດ້ກ່າວວ່າ: ໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ມາຍັງລັດຖະບານ ແຫ່ງ ສປປ ລາວ ເເລະ ຖືເປັນກຽດຢ່າງສູງທີ່ໄດ້ຮັບ ຫຼຽນໄຊແຮງງານຊັ້ນ III ໃນຄັ້ງນີ້ ແລະ ຂໍສະແດງຄວາມຂອບໃຈ ກະຊວງຖະແຫຼງຂ່າວ,​ ວັດທະນະທໍາ ແລະ ທ່ອງທ່ຽວ, ບັນດາກະຊວງ ແລະ ອົງການຕ່າງໆ ແລະ ອົງການອຸຍນີເຊັບ ທີ່ໄດ້ໃຫ້ໂອກາດຝຶກຝົນຫຼໍ່ຫຼອມຕົນເອງ ແລະ ສຸດແສນພາກພູມໃຈ ທີ່ໄດ້ມີໂອກາດ ມີສ່ວນຮ່ວມ ໃນວຽກງານອັນມີກຽດ ກໍຄື ວຽກງານຊ່ວຍເຫຼືອເດັກ ຊຶ່ງເປັນອະນາຄົດຂອງຊາດ.

ກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປະດັບຫຼຽນ​ໄຊ​ແຮງ​ງານ ຊັ້ນ iii ໃຫ້​​ພະ​ນັກ​ງານ​ອົງ​ການອູຍນີ​ເຊັບ - 5 - ກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປະດັບຫຼຽນ​ໄຊ​ແຮງ​ງານ ຊັ້ນ III ໃຫ້​​ພະ​ນັກ​ງານ​ອົງ​ການອູຍນີ​ເຊັບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!