ອີຕາລີ ຈະຊ່ວຍເຫຼືອໃນຂົງເຂດອາຫານ ແລະ ສ້າງຄວາມຍືນຍົງແກ່ນະຄອນຫຼວງ


ຂ່າວໜັງສືພິມວຽງຈັນໃໝ່ລາຍງານໃຫ້ຮູ້ວ່າ: ວັນທີ 19 ສິງຫາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ຟີລິບໂປ ກາວາເຊນີ້ (Filippo GavazZeni) ຫົວໜ້າສໍານັກງານເລຂາທິການສົນກິນຍານະໂຍບາຍອາຫານ ຕົວເມືອງມີລານ ປະຈໍານະຄອນມິລານ ປະເທດອີຕາລີ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງວຽງຈັນ.
ໂອກາດດັ່ງກ່າວ ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຍິນດີໃນການຕ້ອນຮັບ ແລະ ຊົມເຊີຍມາຍັງຄະນະຜູ້ແທນ ຫົວໜ້າສໍາ ນັກງານເລຂາທິການສົນກິນຍານະໂຍບາຍອາຫານຕົວເມືອງມີລານປະຈໍານະຄອນມິລານປະເທດອີຕາລີ ທີ່ໄດ້ເດີນທາງມາຢ້ຽມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນຄັ້ງນີ້ພ້ອມທັງຕີລາຄາສູງຕໍ່ສາຍພົວພັນທີ່ດີຂອງສອງປະເທດ ແລະ ສັນຍາວ່າຈະສືບຕໍ່ໃຫ້ການຮ່ວມມືຂອງສອງປະເທດກໍຄືສອງນະຄອນໃຫ້ເກີດດອກອອກຜົນຍິ່ງຂຶ້ນເປັນກ້າວໆ ແລະ ອວຍພອນໃຫ້ການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຈົ່ງປະສົບຜົນສໍາເລັດ.
ພ້ອມດຽວກັນນັ້ນ ທ່ານ ຟີລິບໂປ ກາວາເຊນີ້ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ກັບການຕ້ອນຮັບດ້ວຍຄວາມອົບອຸ່ນຂອງທ່ານ ອາດສະພັງທອງ ສີພັນດອນ ພ້ອມທັງແຈ້ງໃຫ້ຊາບຈຸດປະສົງຂອງການມາຢ້ຽມຢາມຄັ້ງນີ້ ເພື່ອນໍາສະເຫນີຄວາມເປັນມາຄວາມໝາຍຄວາມສໍາຄັນຂອງສົນທິສັນຍານະໂຍບາຍອາຫານຕົວເມືອງມີລານ ແລະ ຜົນປະໂຫຍດຂອງການເປັນສະມາຊິກໃນສົນທິສັນຍາ ຈະສາມາດສ້າງຄວາມຮ່ວມມື ເພື່ອຮັບເອົາການຊ່ວຍເຫຼືອແບບຫຼາກຫຼາຍໃນຂົງເຂດອາຫານ ແລະ ການສ້າງຄວາມຍືນຍົງພ້ອມດຽວກັນນັ້ນສອງຝ່າຍຍັງໄດ້ຫາລືວຽກງານອື່ນໆຈໍານວນໜຶ່ງຕື່ມອີກ.