ຄັ້ງທຳອິດຂອງ Apple ທີ່ຜະລິດ Apple Watch ແລະ MacBook ທີ່ຫວຽດນາມ

ສຳນັກຂ່າວ Nikkei Asia ລາຍງານວ່າ: ເມື່ອບໍ່ດົນມານີ້ Apple ກໍາລັງເຈລະຈາກັບຜູ້ສະໜອງທຶນ Luxshare Precision Industry ແລະ Foxconn ເພື່ອທົດສອບການຜະລິດ Apple Watch ໃນຫວຽດນາມເໜືອ ໂດຍມີີເປົ້າໝາຍຂອງການຜະລິດອຸປະກອນ ຢູ່ນອກປະເທດຈີນເປັນຄັ້ງທຳອິດ, ກ່ອນໜ້ານີ້ເລີ່ມຜະລິດຫູຟັງ AirPods ແລະ iPad ຢູ່ຫວຽດນາມແລ້ວ, ຖືໄດ້ວ່າເປັນໄຊຊະນະອີກຢ່າງໜຶ່ງຂອງຫວຽດນາມທີ່ເພີ່ມສັກກະຍະພາບ ສໍາລັບການຜະລິດຕະພັນເຕັກໂນໂລຊີຫລາຍຍີ່ຫໍ້
ຜູ້ຊ່ຽວຊານດ້ານອຸດສາຫະກໍາກ່າວວ່າ: Apple Watch ມີຄວາມຊັບຊ້ອນ ເພາະຕ້ອງບີບສ່ວນປະກອບຈຳນວນຫລາຍລົງ ເຊິ່ງຕ້ອງໄດ້ໃຊ້ທັກສະ ເຕັກໂນໂລຊີໃນລະດັບສູງ, ການຜະລິດອຸປະກອນດັ່ງກ່າວ ຈະເປັນໄຊຊະນະຂອງຫວຽດນາມເພື່ອຍົກລະດັບຂະແໜງການຜະລິດເຕັກໂນໂລຊີ.
ສ່ວນໜຶ່ງທີ່ຕ້ອງໄດ້ມາຜະລິດຢູ່ຫວຽດນາມ ເພາະຈີນໃຊ້ມາດຕະການລ໋ອກດາວຢ່າງເຂັ້ມງວດ ເຮັດໃຫ້ການຜະລິດສິນຄ້າມີຄວາມຫຍຸ້ງຍາກ ເຮັດໃຫ້ Apple ຕ້ອງກະຈາຍຄວາມສ່ຽງໄປຜະລິດສິນຄ້າຢູ່ນອກປະເທດຈີນ ໂດຍເລີ່ມຈາກ AirPods ໃນປີ 2020 ນອກຈາກ Apple Watch ແລະ MacBook ແລ້ວ, ຍັງມີລາຍງານວ່າ ຈະຜະລິດລຳໂພງອັດສະລິຍະ HomePod ໃນຫວຽດນາມອີກດ້ວຍ