ສູນເສຍອົງຄະພິເສດ 790 ລະນຶກວັນເສຍອົງຄະຄົບຮອບ 21 ປີ


ເພື່ອເປັນການຫວນຄືນ ຂອງວັນຜູ້ເສຍອົງຄະ ກໍຄືຜູ້ທີ່ອຸ ທິດຊີວິດເລືອດເນື້ອເຫື່ອ ແຮງ ເພື່ອປົກປ້ອງປະເທດຊາດໃນ ປາງສົງຄາມ ແລະ ອາທິດຜ່ານ ມານີ້, ສູນເສຍອົງຄະພິເສດ 790, ໄດ້ຈັດປາຖະກະຖາ ເພື່ອລະນຶກ ວັນດັ່ງກ່າວ ທີ່ໄດ້ໝູນວຽນມາ ບັນຈົບຄົບຮອບ 21 ປີ (21 ມີນາ 1946 – 21 ມີນາ 2017) ແລະ ວັນເສຍ ສະຫຼະຊີວິດແຫ່ງຊາດ ຄົບຮອບ 71 ປີ, ໂດຍການເຂົ້າ ຮ່ວມຂອງທ່ານ ຄຳແກ້ວ ສານ ບຸນຄູນໄຊ ຮອງລັດຖະມົນຕີກະ ຊວງແຮງງານແລະ ສະຫວັດ ດີການສັງຄົມ, ມີທ່ານ ພົນຈັດຕະ ວາ ສົມພອນ ແກ້ວມີໄຊ ປະ ທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພ້ອມດ້ວຍພະນັກງານ ບຳນານ-ເສຍອົງຄະເຂົ້າຮ່ວມ ເປັນຈຳນວນຫລາຍ.
ທ່ານຮອງລັດຖະມົນຕີກະ ຊວງແຮງງານ ໄດ້ມີຄຳເຫັນ ສະແດງ ຄວາມກະຕັນຍູຮູ້ບຸນ ຄຸນຂອງບັນດາທ່ານຜູ້ນຳພັກ- ລັດ, ນັກຮົບປະຕິວັດ ແລະ ປະ ຊາຊົນ ລາວບັນດາເຜົ່າທີ່ໄດ້ ອຸທິດຊີວິດເລືອດເນື້ອເຫື່ອແຮງ ເພື່ອປະເທດຊາດ, ເພື່ອການ ປະຕິວັດ ປົດປ່ອຍປະເທດຊາດ ກໍຄືປົກປັກຮັກສາ ແລະ ສ້າງ ສາປະເທດຊາດໃນປັດຈຸບັນ ແລະ ໄດ້ເນັ້ນໃຫ້ພະນັກງານ ຫລັກແຫລ່ງ ກໍຄືຜູ້ເສຍອົງຄະ ຈົ່ງສືບຕໍ່ເພີ່ມທະວີຄວາມມານະອົດທົນ ທາງດ້ານຈິດໃຈ ແລະ ຮ່າງກາຍເພື່ອມີກຳລັງໃຈໃນ ການດຳລົງຊີວິດ ແລະ ປະກອບ ສ່ວນເຂົ້າໃນວຽກງານ ໂຄສະ ນາສຶກສາອົບຮົມ, ປຸກລະດົມ ສັງຄົມເສີມຂະຫຍາຍມູນເຊື້ອ ອັນປະເສີດຂອງຜູ້ນຳພັກ- ລັດກໍຄືຂອງນັກຮົບປະຕິວັດ, ເພື່ອໃຫ້ພະນັກງານ-ລັດຖະ ກອນຄົນຮຸ່ນສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ການກຳເນີດ ເຕີບໃຫຍ່ຂະຫຍາຍຕົວຂອງ ການປະຕິວັດລາວ ແລະ ສາ ມາດຍາດໄດ້ຜົນສຳເລັດອັນຈົບງາມ, ນັບແຕ່ອະດີດເຖິງປັດຈຸບັນ ແລະ ອັນສຳຄັນແມ່ນເພື່ອໃຫ້ ຄົນຮຸ່ນສືບທອດໄດ້ຮ່ຳຮຽນເອົາແບບຢ່າງຄຸນສົມບັດ, ສິນທຳປະ ຕິວັດ ແລະ ແບບແຜນວິທີເຮັດ ວຽກອັນດີເລີດຂອງພວກເພິ່ນ, ໄດ້ນຳໄປໝູນໃຊ້ເຂົ້າໃນວຽກ ງານຕົວຈິງຂອງຕົນໃຫ້ມີຜົນ ສຳເລັດ.