ໂຄສະນາເຜີຍແຜ່ຄວາມຮູ້ ພື້ນຖານກ່ຽວກັບກົດລະບຽບຈະລາຈອນໃຫ້ສາມະເນນແມ່ຂາວ ທີ່ບັນພະຊາສາມະເນນ ໄລຍະພັກພາກຮຽນ

ໂຄສະນາເຜີຍແຜ່ຄວາມຮູ້ ພື້ນຖານກ່ຽວກັບກົດລະບຽບຈະລາຈອນໃຫ້ສາມະເນນແມ່ຂາວ ທີ່ບັນພະຊາສາມະເນນ ໄລຍະພັກພາກຮຽນ - Screenshot 20220817 120048 com - ໂຄສະນາເຜີຍແຜ່ຄວາມຮູ້ ພື້ນຖານກ່ຽວກັບກົດລະບຽບຈະລາຈອນໃຫ້ສາມະເນນແມ່ຂາວ ທີ່ບັນພະຊາສາມະເນນ ໄລຍະພັກພາກຮຽນ
ໂຄສະນາເຜີຍແຜ່ຄວາມຮູ້ ພື້ນຖານກ່ຽວກັບກົດລະບຽບຈະລາຈອນໃຫ້ສາມະເນນແມ່ຂາວ ທີ່ບັນພະຊາສາມະເນນ ໄລຍະພັກພາກຮຽນ - kitchen vibe - ໂຄສະນາເຜີຍແຜ່ຄວາມຮູ້ ພື້ນຖານກ່ຽວກັບກົດລະບຽບຈະລາຈອນໃຫ້ສາມະເນນແມ່ຂາວ ທີ່ບັນພະຊາສາມະເນນ ໄລຍະພັກພາກຮຽນ

ພັຕ ຫຼຽນໄຊ ລົງພົນຄໍາ ຫົວຫນ້າກອງໂຄສະນາພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 15 ສິງຫາ 2022 ຜ່ານມາ ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ໂຄສະນາເຜີຍແຜ່ຄວາມຮູ້ ພື້ນຖານກ່ຽວກັບກົດລະບຽບຈະລາຈອນ ເພື່ອປູກຈິດສໍານຶກກ່ຽວກັບຄວາມປອດໄພທາງຫຼວງ ໃຫ້ສາມະເນນແມ່ຂາວ ທີ່ບັນພະຊາສາມະເນນ ແລະ ອົບຮົມສິລະທໍາ ໄລຍະພັກພາກຮຽນ ຢູ່ທີ່ວັດ ພຸດທະມົງຄຸນໂພໄຊຍະຣາມ ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ການລົງໂຄສະນາເຜີຍແຜ່ປູກຈິດສໍານຶກກ່ຽວກັບຄວາມປອດໄພທາງຫຼວງໃນຄັ້ງນີ້, ກໍຖ່າຍຖອດບົດຮຽນໃນການໃຊ້ລົດ ໃຊ້ຖະໜົນທີ່ຕິດພັນກັບຊີວິດປະຈໍາວັນ, ຜົນຮ້າຍຂອງ ການເກີດອຸບັດເຫດ ແລະ ຮູ້ອະໄພ, ເຊິ່ງກັນແລະກັນ, ຫຼີກລ່ຽງບັນຫາອຸບັດເຫດໃຫ້ສາມາເນນ ແລະ ແມ່ຂາວຮັບຮູ້ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ກໍຄື: ສາມະເນນ-ແມ່ຂາວ ເມື່ອຮອດກໍານົດເວລາສິກອອກໄປກໍໄປໃຊ້ຊີວິດຕາມປົກກະຕິເຊັ່ນ: ການໄປຄົ້ນຄວ້າຮໍ່າຮຽນ.

ໂຄສະນາເຜີຍແຜ່ຄວາມຮູ້ ພື້ນຖານກ່ຽວກັບກົດລະບຽບຈະລາຈອນໃຫ້ສາມະເນນແມ່ຂາວ ທີ່ບັນພະຊາສາມະເນນ ໄລຍະພັກພາກຮຽນ - Visit Laos Visit SALANA BOUTIQUE HOTEL - ໂຄສະນາເຜີຍແຜ່ຄວາມຮູ້ ພື້ນຖານກ່ຽວກັບກົດລະບຽບຈະລາຈອນໃຫ້ສາມະເນນແມ່ຂາວ ທີ່ບັນພະຊາສາມະເນນ ໄລຍະພັກພາກຮຽນ

ດັ່ງນັ້ນ, ຕ້ອງມີການຂັບຂີ່ດ້ວຍຄວາມປອດໄພ ແລະ ເປັນການເຕືອນສະຕິໃຫ້ຜູ້ຂັບຂີ່ຍານພາຫະນະ ເພື່ອຫຼີກລ່ຽງການເກີດອຸບັດເຫດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງເນັ້ນຫນັກໃນການເພີ່ມສະຕິໃນການສັນຈອນ. ເນື່ອງຈາກວ່າປັດຈຸບັນປະກົດການຫຍໍ້ທໍ້ຂອງການເກີດອຸບັດເຫດເປັນ ບັນຫາທີ່ເກີດຂຶ້ນຫຼາຍພໍສົມຄວນ.

ການເຜີຍແຜ່ຄັ້ງນີ້ ຜູ້ເຂົ້າ ຮ່ວມໄດ້ຮຽນຮູ້ກ່ຽວກັບ ກົດລະ ບຽບຈະລາຈອນ, ການລະເມີດ ກົດລະບຽບການ ສັນຈອນຂອງຜູ້ຂັບຂີ່, ສາເຫດທີ່ພາໃຫ້ເກີດອຸບັດເຫດ, ການຂັບຂີ່ຍານພາຫະນະທີ່ຖືກວິທີ, ຮຽນຮູ້ກ່ຽວກັບປ້າຍເຕືອນ, ປ້າຍຫ້າມ, ປ້າຍບອກສິດຕ່າງໆ ແລະ ຮຽນຮູ້ ກ່ຽວກັບສາລະບານເດີນລົດ, ພ້ອມທັງຍົກໃຫ້ເຫັນບັນຫາ ພາໃຫ້ເກີດອຸບັດເຫດ ເປັນຕົ້ນແມ່ນຜູ້ຂັບຂີ່ອາຍຸບໍ່ເຖິງກະສຽນ, ບໍ່ມີໃບອະນຸຍາດຂັບຂີ່, ສະພາບເຕັກນິກລົດບໍ່ຮັບປະກັນ, ຂາດສະຕິໃນການເຄົາລົບກົດລະບຽບຈະລາຈອນ, ດື່ມສິ່ງມຶນເມົາ ແລະ ບັນຫາການເພີ່ມຂຶ້ນຂອງຍານພາຫະນະ.

ຂ່າວ: ໜັງສືພິມຄວາມສະຫງົບ

ໂຄສະນາເຜີຍແຜ່ຄວາມຮູ້ ພື້ນຖານກ່ຽວກັບກົດລະບຽບຈະລາຈອນໃຫ້ສາມະເນນແມ່ຂາວ ທີ່ບັນພະຊາສາມະເນນ ໄລຍະພັກພາກຮຽນ - 5 - ໂຄສະນາເຜີຍແຜ່ຄວາມຮູ້ ພື້ນຖານກ່ຽວກັບກົດລະບຽບຈະລາຈອນໃຫ້ສາມະເນນແມ່ຂາວ ທີ່ບັນພະຊາສາມະເນນ ໄລຍະພັກພາກຮຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!