6 ເດືອນຕົ້ນປີ ​ດ່ານ​ພາສີ​ສາກົນ​ບໍ່​ເຕ່ນ ເກັບລາຍຮັບໄດ້ 290 ຕື້ກວ່າກີບ

- 299749534 491191013010162 522211987323825869 n - 6 ເດືອນຕົ້ນປີ ​ດ່ານ​ພາສີ​ສາກົນ​ບໍ່​ເຕ່ນ ເກັບລາຍຮັບໄດ້ 290 ຕື້ກວ່າກີບ
- kitchen vibe - 6 ເດືອນຕົ້ນປີ ​ດ່ານ​ພາສີ​ສາກົນ​ບໍ່​ເຕ່ນ ເກັບລາຍຮັບໄດ້ 290 ຕື້ກວ່າກີບ

 

ດ່ານພາສີສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກ ງານວິຊາສະເພາະຢ່າງຕັ້ງໜ້າ ດ້ວຍຄວາມຮັບຜິດຊອບສູງ 6 ເດືອນຕົ້ນປີ 2022 ​ບໍລິ​ມາດ​ການ​ສົ່ງ​ອອກສິນຄ້າຜ່ານດ່ານພາສີສາກົນບໍ່ເຕ່ນ ມີນໍ້າໜັກລວມ 748 ລ້ານກວ່າໂຕນ ມູນ​ຄ່າ 224 ລ້ານກວ່າ​ໂດ​ລາສະຫະລັດ ​ບໍລິ​ມາດ​ການ​ນໍາ​ເຂົ້າ 325 ລ້ານກວ່າໂຕນ ມູນ​ຄ່າ 567 ລ້ານກວ່າໂດ​ລາສະຫະລັດ. ພ້ອມນີ້, ຍັງສາມາດຈັດເກັບລາຍຮັບໄດ້ 290 ກວ່າຕື້ກີບ ລື່ນແຜນ ການ 12,83%.

6 ​ເດືອນຕົ້ນ​ປີ 2022, ​ບໍລິ​ມາດການສົ່ງ​ອອກສິນຄ້າຜ່ານດ່ານພາສີສາກົນບໍ່ເຕ່ນ ມີນໍ້າໜັກລວມ​ 748.097.712 ໂຕນ ມູນ​ຄ່າ 224.226.917 ​ໂດ​ລາສະຫະລັດ ​ບໍລິ​ມາດ​ການ​ນໍາ​ເຂົ້າ 325.177.706 ໂຕນ ມູນ​ຄ່າ 567.618.996 ໂດ​ລາສະຫະລັດ; ເຊິ່ງສິນຄ້າ​ຂາ​ອອກສ່ວນຫລາຍແມ່ນ​ສິນຄ້າ​ກະສິກໍາ,​ ​ເກືອ​ກາລີ ຢາງພາລາ, ​ແຮ່​ເຫລັກ ​ແລະ ອື່ນໆ; ສ່ວນສິນຄ້າຂາເຂົ້າ ມີປະເພດສິນຄ້າຜ່ານແດນສາກົນຈາກ ຈີນ ໄປ ໄທ ແລະ ຈາກ ໄທ ໄປ ຈີນ ເຊັ່ນ: ປະເພດຜັກ, ໜາກໄມ້ສົດ, ອາຫານແຊ່ແຂງ ແລະ ອື່ນໆ. ດ່ານພາສີສາກົນບໍ່ເຕ່ນ ໄດ້​ນໍາ​ໃຊ້​​ເຄື່ອງມື​ທັນ​ສະ​ໄໝ​​ໃນ​ການ​ປະຕິ ບັດວຽກ​ງານ​ ເປັນຕົ້ນລະບົບ ASYCUDA ແລະ ລະບົບ SMART TAX ລະບົບ SCANNER ລະ ບົບ EASY PASS ລະບົບ Lao National SingleWindow ລະບົບເອເລກໂຕຮນິກ ບ53. ນອກ​ນີ້, ​ຍັງ​ມີ​ລະບົບ IM. EX ແລະ ລະບົບອື່ນໆອີກ. ປີ 2022 ​ດ່ານ​ພາສີ​ສາ ກົນ​ບໍ່​ເຕ່ນ ໄດ້ຮັບຕົວເລກແຜນການປີ 515,5 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 77,79% ​ເທົ່າ​ກັບ 225,55 ຕື້ກີບ.

ສະເພາະ 6 ​ເດືອນ​ຕົ້ນປີ, ຕົວເລກແຜນການ 257,75 ຕື້ກີບ ໂດຍຜ່ານການປະຕິບັດຕົວຈິງໄດ້ 290,83 ຕື້ກວ່າກີບ ເທົ່າກັບ 56,42% ຂອງ​ແຜນການປີ ລື່ນ​ແຜນ 6 ​ເດືອນ 33,08 ຕື້ກວ່າກີບ ເທົ່າກັບ 12,83% ຄາດ​ຄະ​ເນ​ໝົດ​ປີ 2022 ໃຫ້​ໄດ້ຕາມ​ແຜນການ (515,5 ຕື້ກີບ). ຖ້າປະຕິບັດໄດ້ 530 ຕື້ກີບ ຈະເທົ່າກັບ 102,81% ຂອງ​ແຜນການປີ ​ລື່ນ​ແຜນການ ​2,81% ​ເທົ່າ​ກັບ 14,5 ຕື້ກີບ ທຽບໄລຍະດຽວກັນຂອງ 6 ​ເດືອນ​ຕົ້ນປີຂອງປີຜ່ານ ມາ ​ເພີ່ມ​ຂຶ້ນ 47,53% ​ເທົ່າ​ກັບ 93,69 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນແຕ່​ຕົ້ນ​ປີ 2021 ​ຮອດ 31 ກໍ ລະກົດ 2021 ປະຕິບັດໄດ້ 229,97 ຕື້ກວ່າກີບ ແຕ່​ຕົ້ນ​ປີ​ 2022 ຮອດ 31 ກໍລະກົດ 2022 ປະຕິບັດໄດ້ 353.943.301.800 ກີບ ​​ເພີ່ມ​ຂຶ້ນ 53,91% ເທົ່າກັບ 123,97 ຕື້ກວ່າກີບ ສໍາລັບການຈັດເກັບລາຍຮັບຈາກ​ທາງ​ລົດ​ໄຟ ແຜນການ 6 ​ເດືອນ​ຕົ້ນປີ 2022 ຈໍານວນ 97,75 ຕື້ກີບ ປະຕິບັດໄດ້ 34,58 ຕື້ກວ່າກີບ ເທົ່າກັບ 35,39% ຂອງ​ແຜນການ; ສ່ວນແຜນການໝົດປີ 2022 ຈໍານວນ 195,5 ຕື້ກີບ ປະຕິບັດ​ແຕ່​ຕົ້ນ​ປີ ຮອດ 31 ກໍລະກົດ 2022 ໄດ້ 40,5 ຕື້ກວ່າ ເທົ່າກັບ 20,72% ຂອງ​ແຜນການປີ.

- 4 - 6 ເດືອນຕົ້ນປີ ​ດ່ານ​ພາສີ​ສາກົນ​ບໍ່​ເຕ່ນ ເກັບລາຍຮັບໄດ້ 290 ຕື້ກວ່າກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!