ໜ້າເສຍດາຍບານເຕະຊາຍຊີເກມນັດທຳອິດ ທີມຊາດລາວ ເສຍໄຊໃຫ້ ມຽນມາ 1-3

- 20915258 10154906988167333 1409412561916635199 n - ໜ້າເສຍດາຍບານເຕະຊາຍຊີເກມນັດທຳອິດ ທີມຊາດລາວ ເສຍໄຊໃຫ້ ມຽນມາ 1-3
- kitchen vibe - ໜ້າເສຍດາຍບານເຕະຊາຍຊີເກມນັດທຳອິດ ທີມຊາດລາວ ເສຍໄຊໃຫ້ ມຽນມາ 1-3

- 20915258 10154906988167333 1409412561916635199 n 300x243 - ໜ້າເສຍດາຍບານເຕະຊາຍຊີເກມນັດທຳອິດ ທີມຊາດລາວ ເສຍໄຊໃຫ້ ມຽນມາ 1-3ການແຂ່ງຂັນບານເຕະ ຊາຍນັດທຳອິດໃນງານມະຫະ ກຳກິລາຊີເກມ ຄັ້ງທີ 29 ຫຼື ກົວ ລາລຳເປີ ເກມ ປະເທດມາເລ ເຊຍ ຮັບກຽດເປັນເຈົ້າພາບ ເຊິ່ງ ລາວເຮົາຢູ່ໃນກຸ່ມ A ປະກອບມີ ມຽນມາ, ສິງກະໂປ, ບຣູໄນ, ລາວ ແລະ ມາເລເຊຍ. ກຸ່ມ A ແຂ່ງຂັນນັດທີ 2. ແຂ່ງຂັນພ້ອມ ກັນໃນເວລາ 19:45 ຕາມເວ ລາໃນບ້ານເຮົາ ເຈົ້າພາບ ມາເລ ເຊຍ ພົບກັບ ສິງກະໂປ ແລະ ມຽນມາ ພົບກັບ ລາວ.
ກ່ອນລົງສະໜາມ ທີມຊາດ ລາວ ໄດ້ຮັບກຽດໂອ້ລົມ ແລະ ໃຫ້ກຳລັງໃຈຈາກທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳການທີ່ ປະເທດມາເລ ເຊຍ. ມຽນມາ ລົງສະໜາມນັດ ທີ 2 ເຊິ່ງນັດທຳອິດເອົາຊະນະ ສິງກະໂປ ໄປໄດ້ 2-0 ການ ແຂ່ງເລີ່ມຕົ້ນຂຶ້ນ ໂດຍ ທີມຊາດ ລາວ ໃສ່ຊຸດສີຂາວ-ດຳ ເຊິ່ງ ທາງຜູ້ຈັດການທີມ Mike Wong ຄູເຝິກຊາວ ສິງກະໂປ ໃຊ້ລະບົບເນັ້ນກອງກາງ 4- 5-1. ການແຂ່ງຂັນຜ່ານໄປ 30 ນາທີ ມຽນມາ ມີໂອກາດຫຼາຍ ຄັ້ງ ແຕ່ບໍ່ສາມາດຍິງປະຕູໄດ້ ຈົນ ມາເຖິງນາທີ 36 ມຽນມາ ມາ ໄດ້ປະຕູຂຶ້ນນຳກ່ອນ 1-0 ຈາກ AUNGTHU ຈາກຈັງຫວະ ຫັກຫຼົບ ແລ້ວຍິງຜ່ານມືຜູ້ຮັກ ສາປະຕູເຂົ້າໄປຢ່າງງົດງາມ. ເຄິ່ງເວລາທີສອງ ທີມຊາດລາວ ອາໄສການຕັ້ງຮັບ ແລະ ສ່ວນ ກັບໄວ ນາທີ 60 ພັດທະນາ ພົມ ມະຫາເທບ ນັກກິລາດາວຮຸ່ງ ອາຍຸ 18 ປີ ໃຊ້ຈັງຫວະສອດ ແລ້ວງັດບານຜ່ານຜູ້ຮັກສາປະຕູເຂົ້າໄປຢ່າງງົດງາມ ເຮັດໃຫ້ຕີ ສະເໝີເປັນ 1-1. ຫຼັງຈາກນັ້ນ ມຽນມາ ບຸກໜັກຫຼາຍຂຶ້ນຫວັງ ເອົາປະຕູຂຶ້ນ ເພື່ອເປັນຜູ້ນຳຂອງ ກຸ່ມ ຈົນມາເຖິງນາທີ 92 ແລະ 94 (ໄລຍະຕໍ່ເວລາ) SHAE KO ແລະ HLAING BO BO ມາຍິງຄົນລະ 1 ປະຕູສົ່ງທ້າຍ ເຮັດໃຫ້ ມຽນມາ ເອົາຊະນະ ທີມ ຊາດລາວ ໄປໄດ້ 3-1 ຂຶ້ນເປັນ ຜູ້ນຳກຸ່ມ A ແຂ່ງ2 ນັດ ຊະນະ 2 ມີ 6 ຄະແນນ ແລະ ອີກຄູ່ໜຶ່ງໃນ ກຸ່ມດຽວກັນ ສິງກະໂປ ເສຍໃຫ້ ເຈົ້າພາບ ມາເລເຊຍ 1-2 ຂຶ້ນ ເປັນອັນດັບ 2 ຂອງກຸ່ມ A ແຂ່ງ 2 ນັດ ຊະນະ 2 ມີ 6 ຄະນນ.

- 3 - ໜ້າເສຍດາຍບານເຕະຊາຍຊີເກມນັດທຳອິດ ທີມຊາດລາວ ເສຍໄຊໃຫ້ ມຽນມາ 1-3
- 5 - ໜ້າເສຍດາຍບານເຕະຊາຍຊີເກມນັດທຳອິດ ທີມຊາດລາວ ເສຍໄຊໃຫ້ ມຽນມາ 1-3
- 4 - ໜ້າເສຍດາຍບານເຕະຊາຍຊີເກມນັດທຳອິດ ທີມຊາດລາວ ເສຍໄຊໃຫ້ ມຽນມາ 1-3
- Visit Laos Visit SALANA BOUTIQUE HOTEL - ໜ້າເສຍດາຍບານເຕະຊາຍຊີເກມນັດທຳອິດ ທີມຊາດລາວ ເສຍໄຊໃຫ້ ມຽນມາ 1-3
- Visit Laos Visit SALANA BOUTIQUE HOTEL - ໜ້າເສຍດາຍບານເຕະຊາຍຊີເກມນັດທຳອິດ ທີມຊາດລາວ ເສຍໄຊໃຫ້ ມຽນມາ 1-3
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!