ຜົວເມຍປະກັນ ຍ້ອນພະນັນແຂ່ງນົກກາງແກ
ໂດຍ: ວິເສດ ສະແຫວງສຶກສາ
ມື້ນີ້ມີເລື່ອງເບົາໆເວົ້າແບບກັນເອງບໍ່ເຄັ່ງດ້ານຫລັກການຫລັກແກ່ນຫຍັງເລີຍ, ມັນເປັນເລື່ອງເສບຕິດ ເຊິ່ງຖ້າໃຜຫລົງໄຫລໄຝ່ຝັນຈົນເງີຍຫົວບໍ່ຂຶ້ນແລ້ວ ກໍຈະກາຍເປັນໄພໃກ້ຕົວ ເຮັດໃຫ້ມົວໝອງ. ເລື່ອງເສບຕິດນີ້ ພວກເຮົາໝາຍເຖິງການກະທຳທີ່ເປັນສິ່ງລໍ້ໃຈ, ອອກລິດ ແລະ ກ່ອມປະສາດ-ກ່ອມອາລົມ ເຊັ່ນຢາເສບຕິດ. ນອກນັ້ນ ກໍຍັງມີເລື່ອງເສບຕິດການພະນັນ ເຊິ່ງທັງໝົດມີຜົນກະທົບແງ່ລົບ.
ເລື່ອງທີ່ຈະເວົ້າສູ່ກັນຟັງໃນບົດນີ້, ຜູ້ຂຽນແປມາແບບໂກ້ໆຈາກບົດໜັງສືພິມວຽງຈັນທາມ (Vientiane Times) ສະບັບວັນທີ 3 ເດືອນສິງຫານີ້ເອງ ຊື່ບົດມີເນື້ອໃນທີ່ສະເທືອນໃຈພໍສົມຄວນວ່າ: “ການແຂ່ງນົກກາງແກເປັນຊະນວນເຮັດໃຫ້ມີການຢ່າຮ້າງຫລາຍສິບຄູ່ໃນອິນໂດເນເຊຍ” (Pigeon racing leads to dozens of divorces in Indonesia) ຟັງແຕ່ຫົວຂໍ້ບາງຄົນອາດຄິດເຖິງເລື່ອງທີ່ມີຄົນເລົ່າວ່າ ມີເມຍບາງຄົນເອົາໝາກບຸນຍັດໃສ່ກະຕິບເຂົ້າໃຫ້ຜົວກິນ ເພື່ອເຮັດໃສ່ຍ້ອນວ່າຜິວຕິດຕີບູນຈົນລືມແລງລືມງາຍ ລືມລູກລືມເມຍ. ແຕ່ບາງຄົນບອກວ່າ: ເລື່ອງຈັ່ງຊີ້ເກີດຂຶ້ນກັບພວກຕິດຕີກ໋ອບຄືກັນ ຄືມີເມຍບາງຄົນຕັ້ງແກ້ງແກງໝາກບູນໃຫ້ຜົວຊົດ. ເລື່ອງນີ້ຈະມີຄວາມຈິງ ຫລື ບໍ່ກໍຢ່າ ແຕ່ມັນກໍຊ່ວຍເຕືອນສະຕິວ່າ ການເຮັດຫຍັງເລີຍເຖືອດນັ້ນຍ່ອມມີຜົນກະທົບທາງລົບຫລາຍກວ່າທາງບວກ. ກິລາບູນ, ກິລາຕີກ໋ອບ ເປັນກິລາທີ່ດີເດັ່ນ ນິຍົມກັນຫລິ້ນກັນຊົມກັນທົ່ວໂລກ ສາມາດນຳກຽດຊື່ສຽງ ແລະ ລາຍໄດ້ມາສູ່ປະເທດຊາດ ແລະ ບຸກຄົນຖ້າເຮັດໄດ້ດີ.
ບົດ “ການແຂ່ງນົກກາງແກເປັນຊະນວນເຮັດໃຫ້ມີການຢ່າຮ້າງຫລາຍສິບຄູ່ໃນອິນໂດເນເຊຍ” ນີ້, ພໍອ່ານຈົບຄັ້ງທຳອິດ, ຜູ້ຂຽນຍັງຄິດວ່າເປັນເລື່ອງຕະຫລົກຫລາຍກວ່າ ເພາະຄິດບໍ່ເຖິງວ່າເລື່ອງການແຂ່ງນົກກາງແກຂາວທີ່ເປັນສັນຍາລັກແຫ່ງສັນຕິພາບ ແລະ ຄວາມຮັກນີ້ຈະສາມາດເຮັດໃຫ້ສະຖາບັນຄອບຄົວແຕກຫັກໄດ້. ແຕ່ມັນກໍເປັນໄປແລ້ວ. ເລື່ອງນີ້ເກີດຂຶ້ນຢູ່ເມືອງປູບາລິງກາ (Purbalingga) ທີ່ໃຈກາງເກາະຈາວາ. ເນື້ອໃນຂອງບົດບອກວ່າ ໃນເດືອນກໍລະກົດເດືອນດຽວຂອງປີນີ້ ຫ້ອງການສານຂອງເມືອງໄດ້ຮັບຄຳຮ້ອງຂໍຢ່າຮ້າງຈາກຜູ້ເປັນເມຍເຖິງ 90 ເລື່ອງ ທຽບກັບ 13 ເລື່ອງໃນເດືອນມິຖຸນາຜ່ານມາ. ເຫດຜົນຂອງການຂໍຢາຮ້າງກໍຄື: ຜົວຕິດແຂ່ງນົກກາງແກຈົນລືມຄອບຄົວ, ບໍ່ຫົວຊານຳວຽກຢ້າວການເຮືອນ, ຄອບຄົວພົບບັນຫາເສດຖະກິດຝືດເຄືອງ ແຕ່ລະມື້ຝ່າຍຜົວງົມແຕ່ບົວລະບັດຂັດສີຖະໜຸຖະໜອມນົກໃຫ້ມີກຳລັງວັງຊາ ເອົາຊະນະການແຂ່ງ ເຊິ່ງໄດ້ກາຍເປັນການພະນັນໄປໃນຕົວ. ພໍຮອດປະມານ 10 ໂມງເຊົ້າແຕ່ລະມື້ ບັນດາຜົວໃນຕົວເມືອງປູບາລິງກາຈະພາກັນໄປເຕົ້າໂຮມກັນຢູ່ທ້ອງທົ່ງ ເພື່ອປ່ອຍນົກກາງແກແຂ່ງກັນວ່ານົກໃຜຈະບິນສູງ, ບິນໄກ, ບິນງາມ ແລະ ທົນທານ. ພວກເຂົາພາກັນແຊ່ຢູ່ທົ່ງຈົນຄໍ່າມືດປືດຕາຈຶ່ງກັບຄືນເຮືອນ. ທ່ານ ນູ ອັບຟະລາ (Nur Aflah) ສະໝຽນຫ້ອງການສານເມືອງ ເວົ້າກ່ຽວກັບບັນຫານີ້ວ່າ: ໃນເມືອງນີ້ ພວກຜູ້ຊາຍສ່ວນຫລວງຫລາຍວ່າງງານ ເລີຍພາກັນມາເປັນ “ນັກບິນ” ຄືບິນນົກກາງແກແຂ່ງກັນ, ແຕ່ລະມື້ເຖິງຟ້າຊິແດດ ຝົນຊິຕົກ ພວກເຂົາບໍ່ສົນ. ນອກຈກໃຊ້ເວລາປະຊັນຂັນແຂ່ງນົກກັນແລ້ວ ພວກເຂົາຍັງໃຊ້ເວລາທັງໝົດເຝິກແອບນົກໃຫ້ປີກກ້າຂາແຂງ. ຍາມແລ້ງເປັນລະດູການແຂ່ງນົກກັນຢ່າງຂຶ້ນໜ້າຂຶ້ນຕາ. ເມື່ອບັນຫາການແຂ່ງນົກໄດ້ກາຍເປັນຢາເສບຕິດ ສ້າງບັນຫາແຕກຫັກແກ່ສະຖາບັນຄອບຄົວຄືແນວນີ້ ທາງຫ້ອງການສານເມືອງຈຶ່ງໄດ້ຮ້ອງຂໍໃຫ້ອຳນາດການປົກຄອງເມືອງ ແລະ ອົງການສາສະໜາ ຍື່ນມືເຂົ້າມາຊ່ວຍແກ້ໄຂ ດ້ວຍຮູບການສຶກສາອົບຮົມຊາວເມືອງໃຫ້ເຫັນໄພອັນຕະລາຍຂອງການເສບຕິດການພະນັນແຂ່ງນົກ. ຂ່າວບອກວ່າ: ພະຍາດເສບຕິດແຂ່ງນົກກາງແກນີ້ໄດ້ປາກົດມີຢູ່ເມືອງບາຢູມາດ (Banyumas) ທີ່ເຂດໃຈກາງເກາະຈາວາເຊັ່ນກັນ. ນາງ ຊາຕີນີ (Sartini) ອາຍຸ 35 ປີ ເວົ້າຂີ້ພື້ນຜົວຂອງຕົນວ່າ: “ໃນຕອນເຊົ້າ ບ້ອຍວ່າມືນຕາຕື່ນຂຶ້ນມາ ສິ່ງທີ່ເຂົາຄວາຫາທຳອິດກໍຄືນົກກາງແກນັ້ນເອງ, ພໍຮອດປະມານ 10 ໂມງ ເຂົາກໍຫາຍວັບໄປທ້ອງທົ່ງ”. ເລື່ອງນີ້ຟັງແລ້ວຄິດເຖິງເພງໄທຊື່ວ່າ “ຈັບແຕ່ໂທລະສັບ” ທີ່ລະບາຍຄວາມຈົ່ມຂອງເມຍຕໍ່ຜົວທີ່ເສບຕິດໂທລະສັບວ່າ “ຈັບແຕ່ໂທລະສັບ… ໜູນອນບໍ່ຫລັບ ບໍ່ຈັບໜູເລີຍ !”. ຜູ້ຂຽນຢາກໃຫ້ຜູ້ທີ່ເຫັນກິລາຕີບູນເປັນສິ່ງຕິດ ກໍຄືຜູ້ທີ່ຕົກເປັນທາດສິ່ງເສບຕິດອື່ນໆໄດ້ອ່ານບົດນີ້ ເພື່ອຈະໄດ້ພິຈາລະນາຕົນເອງຕາມສົມຄວນ.