ສະພາບດິນຟ້າອາກາດຢູ່ບ້ານເມືອງເຮົາປ່ຽນແປງໄປຫລາຍ ຝົນເທລົງມາລົງມາຍາມໃດ ເກີດນໍ້າຖ້ວມນອງກະທັນຫັນໂລດ

- 298639561 1200374764142084 5152039178874611987 n - ສະພາບດິນຟ້າອາກາດຢູ່ບ້ານເມືອງເຮົາປ່ຽນແປງໄປຫລາຍ ຝົນເທລົງມາລົງມາຍາມໃດ ເກີດນໍ້າຖ້ວມນອງກະທັນຫັນໂລດ
- kitchen vibe - ສະພາບດິນຟ້າອາກາດຢູ່ບ້ານເມືອງເຮົາປ່ຽນແປງໄປຫລາຍ ຝົນເທລົງມາລົງມາຍາມໃດ ເກີດນໍ້າຖ້ວມນອງກະທັນຫັນໂລດ

ໂດຍ: ທິດກໍ່າ

ມື້ກ່ອນນີ້ ທິດກໍ່າ ກໍໄດ້ຂຽນບົດໜຶ່ງກ່ຽວກັບຟ້າຝົນຊົນລະທາ ເຊິ່ງມີຫົວຂໍ້ວ່າ: “ຝົນຕົກໜັກຢູ່ບ່ອນໃດນ້ຳຖ້ວມຫລາຍຢູ່ບ່ອນນັ້ນ” ຢູ່ຕໍ່ມາບໍ່ພໍເທົ່າໃດວັນ ຄືຄືນຂ້ອນແຈ້ງຂອງວັນທີ 7 ຫາຕອນເຊົ້າວັນທີ 8 ສິງຫາ 2022 ຜ່ານມາ ຝົນມັນກໍໜໍ່າລົງຢູ່ກະໂຕເຂດໃຈກາງນະຄອນຫລວງວຽງຈັນ. ຝົນຕົກລົງມາຄັ້ງນີ້ແມ່ນໜັກກວ່າມື້ທີ່ຜ່ານໆມາ ຈົນເຮັດໃຫ້ຫລາຍເຂດຫລາຍບ້ານຢູ່ແຖວເມືອງສີໂຄດຕະບອງເຊັ່ນ: ທົ່ງປົ່ງ, ສີໄຄ, ວັດໄຕ ລາມລົງມາຮອດເຂດເມືອງຈັນທະບູລີ ບ້ານໜອງບົວທອງ, ດົງປ່າແຫລບ, ໜອງທາ, ເມືອງໄຊເສດຖາ ແຖວໜອງບອນ, ທາດຫລວງ ກາຍເປັນທະເລນ້ຳຊົ່ວຄາວໄປຫລາຍຊົ່ວໂມງ. ເບິ່ງປາກົດການຝົນຕົກໃນປີນີ້ ມັນກໍນັບມື້ຕ່າງເກົ່າໄປເລື້ອຍໆ ເຊັ່ນວ່າບ່ອນບໍ່ເຄີຍຖ້ວມມັນກໍຖ້ວມ, ບ່ອນທີ່ເຄີຍຖ້ວມໃນຫລາຍໆປີຜ່ານມາກໍຍິ່ງໜັກຂຶ້ນເລື້ອຍໆ. ນີ້ກໍສະແດງໃຫ້ເຮົາເຫັນວ່າສະພາບດິນຟ້າອາກາດ ແລະ ສະພາບແວດລ້ອມມັນນັບມື້ມີການປ່ຽນແປງໄປເລື້ອຍໆ.

- Visit Laos Visit SALANA BOUTIQUE HOTEL - ສະພາບດິນຟ້າອາກາດຢູ່ບ້ານເມືອງເຮົາປ່ຽນແປງໄປຫລາຍ ຝົນເທລົງມາລົງມາຍາມໃດ ເກີດນໍ້າຖ້ວມນອງກະທັນຫັນໂລດ

ດັ່ງທີ່ຮູ້ກັນດີແລ້ວວ່າ, ລະດູນີ້ເປັນລະດູຝົນ, ເປັນຊ່ວງກາງເກົ້າກາງສິບ, ເຂົ້ານາສາສີ, ເຜືອກມັນກຳລັງເປັນບ່າວເປັນສາວຂຽວງາມ, ໄປຮອດເດືອນສິບເອັດສິບສອງກໍຈະໄດ້ເກັບກ່ຽວຜົນຜະລິດ, ແຕ່ສິ່ງທີ່ໜ້າວິຕົກກັງວົນ ກໍຄືຜູ້ຢູ່ນາລຸບດິນຕໍ່າຢ້ານຖືກນ້ຳຖ້ວມຕອນຜົນຜະລິດກຳລັງຈະໄດ້ຮັບຜົນ ເພາະຟ້າຝົນຊົນລະທາສະໄໝນີ້ມັນຕົກແບບຜິດປົກກະຕິ ແລະ ຊ້ຳບໍ່ໜຳ ໃນບາງປີມັນກໍຕົກຫລົງລະດູການ ອັນເປັນການສ້າງຄວາມເສຍຫາຍໃຫ້ຜົນຜະລິດຢ່າງໃຫຍ່ຫລວງ.

ສະເພາະໃນຂອບເຂດນະຄອນຫລວງວຽງຈັນໃນໄລຍະສິບປີຊາວປີຜ່ານມາຖືວ່າພວມມີການສ້າງສາພັດທະນາຢ່າງຕໍ່ເນື່ອງຫລວງຫລາຍ. ນອກຈາກມີການກໍ່ສ້າງເຮືອນຊານບ້ານຊ່ອງ, ອາຄານສະຖານທີ່, ສຳນັກງານອົງການ ຫລື ຂະຫຍາຍເນື້ອທີ່ດິນ ແລ້ວຍັງມີໂຄງການໃຫຍ່ໆເກີດຂຶ້ນ ເປັນຕົ້ນໂຄງການກໍ່ສ້າງເສດຖະກິດສະເພາະບຶງທາດຫລວງ, ໂຄງການກໍ່ສ້າງເສດຖະກິດໂນນທອງ ແລະ ເສດຖະກິດກວມລວມໄຊເສດຖາ. ນອກນັ້ນ ກໍຍັງມີໂຄງການກໍ່ສ້າງຕົວເມືອງອັດສະລິຍະ. ຄາດວ່າໃນອະນາຄົດຍາວນານຍິ່ງຈະພັດທະນາໄປເລື້ອຍໆ.

ແນວໃດກໍຕາມ, ສິ່ງທີ່ໜ້າເປັນຫ່ວງອີກອັນໜຶ່ງ ຄືຄວາມບໍ່ເປັນມາດຕະຖານຂອງສິ່ງແວດລ້ອມ ຈຸດນັກແມ່ນຮ່ອງລະບາຍນ້ຳ, ບັນດາຫ້ວຍໜອງຄອງບຶງທີ່ຍາມຝົນຂໍຢ່າໃຫ້ມັນຖ້ວມບ້ານຖ້ວມເຮືອນ, ຖ້ວມໄຮ່ນາຮົ້ວສວນ ແລະ ພື້ນຖານການຜະລິດຂອງປະຊາຊົນ ເພາະສິ່ງເຫລົ່ານັ້ນຄືແຫລ່ງສະບຽງອາຫານທີ່ຈະມາລ້ຽງປາກລ້ຽງທ້ອງຂອງຊາວນະຄອນຫລວງວຽງຈັນ. ອີກຢ່າງພວກທີ່ເຫັນແກ່ຜົນປະໂຫຍດແຕ່ຕົນເອງ ເພິ່ນມັກຖົມຊະຖົມຊາຍຖົມຮອດຕະຄອງຮ່ອງນ້ຳ, ຫ້ວຍຮ່ອງຄອງບຶງ ສຸດທ້າຍມາຮອດຍາມຝົນນ້ຳໄຫລຖ້ວມໄປທົ່ວີບ, ໄຫລຈາກບ່ອນສູງໄປຫາບ່ອນຕໍ່າກາຍເປັນທະເລນ້ຳຢູ່ກາງກຸງຍ້ອນມະນຸດເຮົາເຮັດກັນເອງ.

ເຖິງຢ່າງໃດກໍດີ, ເພື່ອຫລີກລ່ຽງຈາກອຸທົກກະໄພທີ່ຈະມາທຳລາຍຊີວິດ ແລະ ຊັບສິນໃນຍາມຟ້າຝົນ, ພວກເຮົາຕ້ອງມີການເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະໃຫ້ຕິດຕາມອຸຕຸນິຍົມອຸທົກກະສາດເພື່ອໃຫ້ຮັບຮູ້ເຖິງການປ່ຽນແປງຂອງດິນຟ້າອາກາດໃນແຕ່ລະວັນ ເພາະຟ້າຝົນຊົນລະທານມັນບໍ່ປານີໃຜ ຖ້ວມໜັກຢູ່ບ່ອນໃດກໍຫາຍະນະຢູ່ບ່ອນນັ້ນ.

- 5 - ສະພາບດິນຟ້າອາກາດຢູ່ບ້ານເມືອງເຮົາປ່ຽນແປງໄປຫລາຍ ຝົນເທລົງມາລົງມາຍາມໃດ ເກີດນໍ້າຖ້ວມນອງກະທັນຫັນໂລດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!