ປິດນຳໃຊ້ຊົ່ວຄາວ ຂົວນໍ້າພະນາຍ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ເສັ້ນທາງເລກທີ 10 ແຕ່ວັນທີ 10 ສິງຫາ 2022 ເປັນຕົ້ນໄປ ເພື່ອປັບປຸງສ້ອມແປງ

- 298450530 362435339410265 6109855834442854300 n - ປິດນຳໃຊ້ຊົ່ວຄາວ ຂົວນໍ້າພະນາຍ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ເສັ້ນທາງເລກທີ 10 ແຕ່ວັນທີ 10 ສິງຫາ 2022 ເປັນຕົ້ນໄປ ເພື່ອປັບປຸງສ້ອມແປງ
- kitchen vibe - ປິດນຳໃຊ້ຊົ່ວຄາວ ຂົວນໍ້າພະນາຍ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ເສັ້ນທາງເລກທີ 10 ແຕ່ວັນທີ 10 ສິງຫາ 2022 ເປັນຕົ້ນໄປ ເພື່ອປັບປຸງສ້ອມແປງ

ວັນທີ 10 ສິງຫາ 2022 ນີ້ ໜັງສືພິມແຂວງວຽງຈັນລາຍງານໃຫ້ຮູ້ວ່າ: ປັດຈຸບັນ ຂົວນໍ້າພະນາຍ 3 ຈຸດທາງໜ້າທະນາຄານສົ່ງເສີມກະສິກໍາໜ່ວຍບໍລິການເມືອງທຸລະຄົມ, ເສັ້ນທາງເລກທີ 10 ໄດ້ປິດໃຫ້ບໍລິການນັບແຕ່ວັນທີ 10 ສິງຫາ 2022 ເປັນຕົ້ນໄປ ເພື່ອປັບປຸງສ້ອມແປງ, ເນື່ອງຈາກໄດ້ຮັບຜົນກະທົບຈາກຝົນລິນໄລຍະ 3-4 ວັນຜ່ານມາ ບວກກັບກະແສນໍ້າພະນາຍໄຫລຊຸທັ່ງເຮັດໃຫ້ຕາຝັ່ງສົ້ນຂົວເຊາະເຈື່ອນ ຖ້າຫາກສັນຈອນຜ່ານຂ້າມຂົວດັ່ງກ່າວແມ່ນບໍ່ຮັບປະກັນ.

ສະນັ້ນ ການນໍາຂອງເມືອງທຸລະຄົມ ແລະ ຂະແໜງ ຍທຂ ຈຶ່ງມີທິດຊີ້ນໍາໃຫ້ປິດການນໍາໃຊ້ຂົວນໍ້າພະນາຍ 3 ຊົ່ວຄາວ ນັບແຕ່ວັນທີ 10 ສິງຫາ 2022 ເປັນຕົ້ນໄປ ເພື່ອແກ້ໄຂສ້ອມແປງໃຫ້ຮັບປະກັນຄວາມປອດໄພຂອງຜູ້ຂັບຂີ່ ແລະ ຜູ້ທີ່ຊົມໃຊ້, ໃນໄລຍະທີ່ດັ່ງກ່າວນີ້ ຂໍໃຫ້ບັນດາທ່ານທີ່ຈະເດີນທາງຜ່ານກາຍເມືອງທຸລະຄົມ, ໂດຍສະເພາະແມ່ນສັນຈອນຜ່ານເຂດບ້ານເທດສະບານເມືອງ ບໍ່ໃຫ້ມາຈຸດທີ່ຂົວເປ່ເພ, ແນະນໍາໃຫ້ໄປທຽວທາງຂົວນໍ້າພະນາຍ 2 ເສັ້ນທາງແຍກບ້ານໂພນແຮ່ລັດໄປຫາສາມແຍກຄຸ້ມໝື່ນໝັ້ນ ບ້ານເກິນກາງ, ສໍາລັບລົດບັນທຸກໜັກໃຫ້ສືບຕໍ່ໄປທຽວທາງເວັ້ນຈຸດໃກ້ກັບວິທະຍາໄລຄູບ້ານເກິນລັດໄປຫາທາງແຍກຄຸ້ມໂພນງາມ ບ້ານບໍ່ຄືເກົ່າ.

ຖ້າຫາກການສ້ອມແປງຂົວສໍາເລັດແລ້ວຈະແຈ້ງໃຫ້ບັນດາທ່າຮັບຊາບຕາມພາຍຫລັງ, ພ້ອມກັນນັ້ນໃນຊ່ວງລະດູຝົນນີ້ ຂໍຮຽກຮ້ອງມາຍັງຜູ້ຂັບຂີ່ທັງຫລາຍ ຈົ່ງຄ່ອຍໄປຄ່ອຍມາ, ເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນ ແລະ ມີສ່ວນຮ່ວມໃນການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາເສັ້ນທາງ ແລະ ຂົວແຫ່ງຕ່າງໆພາຍໃນເມືອງທຸລະຄົມໃຫ້ມີອາຍຸການໃຊ້ງານຍາວນານຮ່ວມກັນ.

- 3 - ປິດນຳໃຊ້ຊົ່ວຄາວ ຂົວນໍ້າພະນາຍ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ເສັ້ນທາງເລກທີ 10 ແຕ່ວັນທີ 10 ສິງຫາ 2022 ເປັນຕົ້ນໄປ ເພື່ອປັບປຸງສ້ອມແປງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!