ອີຕາລີ ເລີ່ມສັກວັກຊິນປ້ອງກັນໝາກສຸກລີງໃຫ້ແກ່ປະຊາຊົນ
August 10, 2022 - 3:47 PM


ອີງຕາມສຳນັກຂ່າວ ຊິນຮວາລາຍງານວ່າ ເມື່ອບໍ່ດົນມານີ້, ອີຕາລີ ເລີ່ມລົງສັກວັກຊິນ ປ້ອງກັນ ພະຍາດໝາກສຸກລີງ ໃຫ້ແກ່ ປະຊາຊົນ ໂດຍແມ່ນໂຮງໝໍ Spallanzani ເຊິ່ງເປັນໂຮງໝໍ ທີ່ກວດພົບ ຜູ້ຕິດເຊື້ອຫລັກ ໃນນະຄອນຫລວງ ໂຣມ (Rome) ມີປະຊາຊົນ ເດີນທາງ ມາຮັບວັກຊິນ ຫລາຍກວ່າ 200 ຄົນ ຫລັງຈາກໂຮງໝໍ ໃຊ້ວັກຊິນ Gennios ແບບ 2 ໂດສ ເຊິ່ງຖືກ ພັດທະນາມາເພື່ອປ້ອງກັນ ການແພ່ລະບາດຂອງພະຍາດໝາກສຸກລີງ.
ສຳລັບ ວັກຊິນ ດັ່ງກ່າວ ຈະຖືກຈັດສັນ ໃຫ້ກັບ ປະຊາກອນຜູ້ໃຫຍ່ ເທົ່ານັ້ນ, ຂະນະທີ່ ຍອດຈອງຄີວ ສັກວັກຊິນ ຫລາຍກວ່າ 600 ຄົນ ແລະ ມີທ່າອ່ຽງ ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ.ປັດຈຸບັນ ອີຕາລີ ມີຜູ້ຕິດເຊື້ອ ພະຍາດ ໝາກສຸກລີງ ສະສົມ ຢ່າງໜ້ອຍ 545ຄົນ